ໃນໄລຍະຜ່ານມາ, ກະຊວງກະສິກໍາ ແລະ ປ່າໄມ້ (ປກ) ເຮັດໜ້າທີ່ຕາມພາລະບົດບາດ ຕິດຕາມກວດກາ ແລະ ເຂົ້າຮ່ວມຂະບວນການຕ່າງໆຢູ່ໃນຂະແໜງປ່າໄມ້ ເປັນຕົ້ນການຟື້ນຟູປ່າທີ່ຖືກບຸກລຸກໃນເມືື່ອກ່ອນ ແລະ ບັນຫາການລັກລອບຕັດໄມ້ທີ່ເປັນການທໍາລາຍປ່າ ເຮັດໃຫ້ເນື້ອທີ່ຂອງປ່າຫຼຸດລົງ. ນອກນີ້ ຍັງເຮັດວຽກງານຄຸ້ມຄອງປ່າຜະລິດ, ຟື້ນຟູປ່າທີ່ຊຸດໂຊມ ແລະ ປູກຕົ້ນໄມ້ໃຫ້ເປັນປ່າ ເພີ່ມການປົກຫຸ້ມຕາມແຜນທີ່ໄດ້ກໍານົດໄວ້ 70% ໃນປີ 2020 ກໍຄື: ເນື້ອທີ່ປ່າ 16,5 ລ້ານເຮັກຕາ ມາຮອດປັດຈຸບັນ ປະຕິບັດໄດ້ 15,9 ລ້ານເຮັກຕາ, ຍັງເຫຼືອພຽງ ແຕ່ 2,8% ຫຼື 580.000 ກວ່າເຮັກຕາ ເຊິ່ງເປັນຕົວເລກທີ່ຫຼາຍສົມຄວນ ທີ່ກະຊວງ ປກ ຈະໄດ້ສຸມໃສ່ຈັດຕັ້ງປະຕິບັດຕາມຄາດໝາຍທີ່ວາງໄວ້ ເຊິ່ງເຫຼືອພຽງເວລາເຄິ່ງປີ.

ທ່ານ ລຽນ ທິແກ້ວ ລັດຖະມົນຕີກະຊວງ ປກ ຊີ້ແຈງຕໍ່ສະມາຊິກສະພາແຫ່ງຊາດ ໃນກອງ ສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ VIII ໃນວັນທີ 10 ມິຖຸນາ 2019 ກ່ຽວ ກັບການຟື້ນຟູ ແລະ ປູກໄມ້ວ່າ: ໃນປັດຈຸບັນ ກະຊວງ ປກ ໄດ້ສົມທົບກັບພາກສ່ວນກ່ຽວຂ້ອງ ແລະ ອົງການປົກຄອງທ້ອງຖິ່ນ ສາມາດຈັດສັນ ແລະ ແບ່ງເຂດປ່າໄມ້ຕາມຈຸດປະສົງນໍາໃຊ້; ປ່າ ປ້ອງກັນ: ທັງໝົດ 139 ແຫ່ງ ມີເນື້ອທີ່ 7.987.700 ເຮັກຕາ, ໃນນັ້ນ ປ່າປ້ອງກັນແຫ່ງຊາດ 49 ແຫ່ງ ເນື້ອທີ່ 7.497.230 ເຮັກຕາ, ປ່າປ້ອງກັນແຂວງ 5 ແຫ່ງ ເນື້ອທີ່ 141.630 ເຮັກຕາ, ປ່າປ້ອງກັນເມືອງ 85 ແຫ່ງ ເນື້ອທີ່ 366.840 ເຮັກຕາ; ອີງຕາມການສໍາຫຼວດຂໍ້ມູນຕົວຈິງ ມີເນື້ອທີ່ປ່າໄມ້ 7.346.800 ເຮັກຕາ, ເນື້ອທີ່ດິນກະສິກໍາ ແລະ ທີ່ຕັ້ງຖານຂອງປະຊາຊົນປະມານ 132.350 ເຮັກຕາ. ນອກຈາກນີ້ ປ່າສະຫງວນມີທັງໝົດ 172 ແຫ່ງ ເນື້ອທີ່ 4.939. 050 ເຮັກຕາ, ໃນນັ້ນ ປ່າສະຫງວນແຫ່ງຊາດ 23 ແຫ່ງ ເນື້ອທີ່ 3.933.370 ເຮັກຕາ, ປ່າສະ ຫງວນຂອງແຂວງ ຈໍານວນ 62 ແຫ່ງ ລວມເນື້ອ ທີ່ 642.898 ເຮັກຕາ ແລະ ປ່າສະຫງວນຂອງ ເມືອງ ມີ 87 ແຫ່ງ ເນື້ອທີ່ 362.782 ເຮັກຕາ ແລະ ມີປ່າຜະລິດທັງໝົດ 51 ແຫ່ງ ເນື້ອທີ່ 3.100.000 ເຮັກຕາ, ອີງຕາມການຈັດສັນເຫັນວ່າໃນເນື້ອທີ່ຜະລິດທັງໝົດ ມີເນື້ອທີ່ດິນປ່າໄມ້ 3,028.700 ເຮັກຕາ, ເນື້ອທີ່ດິນກະສິກໍາ ແລະ ເນື້ອທີ່ດິນຕັ້ງຖິ່ນຖານຂອງປະຊາຊົນປະມານ 71.300 ເຮັກຕາ, ສັງລວມແລ້ວມາຮອດປັດຈຸບັນ ສາມາດກໍານົດເນື້ອທີ່ປ່າໄມ້ທໍາມະຊາດຕາມ 3 ປະເພດປ່າ ໃນລະດັບຊາດ, ແຂວງ ແລະ ເມືອງ ໄດ້ 15.429.230 ເຮັກຕາ, ຖ້າ ລວມເນື້ອທີ່ປ່າປູກຈໍານວນ 486.600 ເຮັກຕາ ເຫັນວ່າມີເນື້ອທີ່ດິນປ່າໄມ້ ທັງໝົດ 15.915. 830 ເຮັກຕາ ຫຼື ປະມານ 67,2% ຂອງເນື້ອທີ່ ທົ່ວປະເທດ. ສະນັ້ນ ເມື່ອເຍືອງໃສ່ມະຕິຂອງ ຄະນະບໍລິຫານງານສູນກາງພັກ ແລະ ມະຕິຂອງ ສະພາແຫ່ງຊາດ ເຊິ່ງໄດ້ກໍານົດເປົ້າໝາຍເນື້ອ ທີ່ປ່າໄມ້ໃຫ້ໄດ້ 70% ຂອງເນື້ອທີ່ປ່າທົ່ວປະ ເທດນັ້ນ ຫຼື ປະມານ 16.500.000 ເຮັກຕາ ເຫັນວ່າ ຕ້ອງໄດ້ສືບຕໍ່ກໍານົດເນື້ອທີ່ປ່າໄມ້ເພີ່ມຂຶ້ນ 2,8% ຂອງເນື້ອທີ່ປ່າທົ່ວປະເທດນັ້ນ ຫຼື ປະມານ 584.170 ເຮັກຕາ ເພື່ອໃຫ້ບັນລຸເປົ້າ ໝາຍດັ່ງກ່າວ.

ທ່ານ ບຸນປອນ ສີສຸລາດ ປະທານກໍາມາທິການເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງ ແວດລ້ອມ ສະພາແຫ່ງຊາດ ໃຫ້ຮູ້ວ່າ: ຜ່ານການປະເມີນຂອງຄະນະກໍາມາທິການ ແລະ ຄະນະປະຈໍາສະພາແຫ່ງຊາດເຂດຕ່າງໆ ການຈັດຕັ້ງປະຕິບັດຄາດໝາຍປູກໄມ້ໃນແຕ່ລະດ້ານ ເຫັນວ່າບໍ່ສາມາດບັນລຸໄດ້ຕາມແຜນທີ່ກໍານົດ ໄວ້, ເຊິ່ງການຈັດຕັ້ງປະຕິບັດຄາດໝາຍ 2020 ໃຫ້ສໍາເລັດ 70% ຂອງເນື້ອທີ່ປົກຫຸ້ມ ຫຼື ປະ ມານ 16,5 ລ້ານເຮັກຕາ ປະຕິບັດໄດ້ 15,9 ລ້ານເຮັກຕາ, ການຟື້ນຟູປ່າຊຸດໂຊມປະຕິບັດ ໄດ້ 54% ຫຼື 3,22 ລ້ານເຮັກຕາ ທຽບໃສ່ຄາດ ໝາຍ 6 ລ້ານເຮັກຕາ ແລະ ປູກໄມ້ ປະຕິບັດໄດ້ 97% ທຽບໃສ່ຄາດໝາຍ 5 ລ້ານເຮັກຕາ ປະ ຕິບັດ ໄດ້ 5 ແສນເຮັກຕາ (ລວມທັງການປູກໄມ້ອຸດສາຫະກໍາຂອງເອກະຊົນ) ສະຫຼຸບແລ້ວບໍ່ໄດ້ຕາມເປົ້າໝາຍທີ່ກໍານົດໄວ້, ສືບເນື່ອງມາຈາກງົບປະມານທີ່ໄດ້ຮັບຕົວຈິງຂອງກອງທຶນພັດ ທະນາຊັບພະຍາກອນປ່າໄມ້ມີທ່າອ່ຽງຫຼຸດລົງ.

ເຊິ່ງການຟື້ນຟູປ່າ ແລະ ປູກປ່າໄມ້ໃນໄລຍະ ຜ່ານມາດ້ວຍເນື້ອທີ່ຈໍານວນຫຼວງຫຼາຍ, ແຕ່ນິຕິກໍາໃນການປົກປັກຮັກສາຟື້ນຟູປ່າດັ່ງກ່າວຍັງບໍ່ ຊັດເຈນ; ການແນະນໍາເຕັກນິກໃນການປູກບໍ່ ທົ່ວເຖິງ ເຮັດໃຫ້ອັດຕາລອດເຫຼືອຂອງຕົ້ນໄມ້ ນັ້ນບໍ່ສົມຄູ່ກັບການປູກ (ປູກຫຼາຍຕາຍໝົດ). ນອກນັ້ນ, ລະບົບຕິດຕາມກວດກາການປະເມີນຜົນຈັດຕັ້ງປະຕິບັດວຽກງານຟຶ້ນຟູປ່າ, ປູກປ່າ ລວມທັງການຄຸ້ມຄອງຊັບພະຍາກອນປ່າໄມ້ຍັງບໍ່ທັນໄດ້ດີເທົ່າທີ່ຄວນ ຍັງມີປະຊາຊົນບຸກລຸກ ປ່າສະຫງວນ, ປ່າປ້ອງກັນຢູ່ເຂດ, ແຂວງ ແລະ ເມືອງຕ່າງໆທີ່ເປັນສາເຫດໃຫ້ເນື້ອທີ່ປົກຫຸ້ມ ຂອງປ່າຫຼຸດລົງ ຕະຫຼອດຮອດການຫັນເນື້ອທີ່ປ່າ, ການລັກລອບຕັດໄມ້, ການຖາງປ່າເຮັດໄຮ່ ລວມທັງການຕັດໄມ້ປູກຕ່າງໆຂອງພາກສ່ວນເອກະຊົນນັບມື້ຫຼາຍຂຶ້ນ, ຖ້າບໍ່ມີການຄວບຄຸມ, ບໍ່ມີແຜນປູກ ແລະ ບໍ່ມີແຜນຕັດທີ່ຊັດເຈນ ກໍຈະສົ່ງຜົນກະທົບຕໍ່ເນື້ຶອທີ່ການປົກຫຸ້ມທີ່ໄດ້ກໍານົດໄວ້ໃນຕໍ່ໜ້າ. ນອກນັ້ນ ກົນໄກປະສານງານ ແລະ ເຮັດວຽກພ້ອມກັນລະຫວ່າງຂະແໜງ ການກັບພາກສ່ວນອື່ນທີ່ກ່ຽວຂ້ອງກັບການປູກໄມ້ຍັງບໍ່ທັນໄດ້ດີ, ການຄຸ້ມຄອງ ແລະ ຕິດ ຕາມການຈັດຕັ້ງປະຕິບັດມອບດິນ-ມອບປ່າ ຍັງ ບໍ່ທັນເຮັດໄດ້ ພົບເຫັນການຖາງປ່າຊະຊາຍ, ເລື່ອນລອຍ ຂອງປະຊາຊົນໃນເຂດນັ້ນ.

ໃນຕໍ່ໜ້າ, ຄະນະກໍາມາທິການເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ ສະເໜີມາ ໃຫ້ສະພາແຫ່ງຊາດ ໄປຍັງລັດຖະບານຊີ້ນໍາພາກສ່ວນກ່ຽວຂ້ອງ ເພີ່ມທະວີເອົາໃຈໃສ່ປະສານງານ ໃຫ້ໄດ້ເຮັດວຽກຮ່ວມກັນ, ໂດຍຊຸກຍູ້ໃຫ້ຜູ້ພັດທະນາໂຄງການປະຕິບັດພັນທະຕ່າງໆກັບກອງ ທຶນພັດທະນາປ່າໄມ້ ແລະ ຊັບພະຍາກອນປ່າ ໄມ້ຕາມກົດໝາຍ ພ້ອມທັງສ້າງແຜນນໍາໃຊ້ງົບ ປະມານດັ່ງກ່າວ, ເຂົ້າໃນວຽກງານຟື້ນຟູປ່າ ແລະ ປູກປ່າໂດຍມີສ່ວນຮ່ວມຂອງປະຊາຊົນໃນເຂດດັ່ງກ່າວນັບແຕ່ສູນກາງຮອດທ້ອງຖິ່ນໃນເຂດດັ່ງກ່າວ, ເພື່ອເພີ່ມເນື້ອທີ່ປົກຫຸ້ມໃຫ້ໄດ້ຕາມ ລະດັບຄາດໝາຍທີ່ວາງອອກ.

ສະເໜິໃຫ້ຂະແໜງການທີ່ກ່ຽວຂ້ອງນັບ ແຕ່ສູນກາງຮອດທ້ອງຖິ່ນ ເພີ່ມທະວີເອົາໃຈໃສ່ສ້າງນິຕິກໍາລະອຽດ ເພື່ອຄຸ້ມຄອງປູກໄມ້ອຸດສາຫະກໍາເປັນສິນຄ້າມີແຜນການທີ່ຊັດເຈນໃນການປູກໄມ້, ຕັດໄມ້ລວມທັງປູກໄມ້ຂອງພາກເອກະຊົນ ເພື່ອຮັບກັນໃຫ້ມີຄວາມສົມບູນກໍານົດພື້ນທີ່ທີ່ຈະປູກໄມ້ທົດແທນໃນຂອບເຂດພື້ນທີ່ໂຄງການ, ຂົງເຂດອື່ນທີ່ມີເງື່ອນໄຂເໝາະສົມ ພ້ອມທັງອອກລະບຽບປົກປັກຮັກສາເນື້ອທີ່ປູກໄມ້ດັ່ງກ່າວໃຫ້ມີຄວາມເຕີບໂຕໂດຍມີສ່ວນຮ່ວມຂອງປະຊາຊົນ.

ສະເໜີໃຫ້ລັດຖະບານຄົ້ນຄວ້າສ້າງເງື່ອນໄຂໃຫ້ທຸກພາກສ່ວນໃນສັງຄົມໃຫ້ປະກອບສ່ວນ ສະໜັບສະໜູນເຂົ້າໃນວຽກງານຟື້ນຟູປ່າ ແລະ ປູກໄມ້ໃຫ້ເປັນປ່າ, ປົກປັກຮັກສາສະພາບແວດລ້ອມຕາມທິດສີຂຽວ ແລະ ຢືນຍົງ, ເພື່ອຮັບປະກັນໃຫ້ການຄຸ້ມຄອງ ແລະ ນໍາໃຊ້ງົບປະມານ ກອງທຶນເຂົ້າໃນວຽກງານຟື້ນຟູປ່າ ແລະ ປູກປ່າໄມ້ໃຫ້ມີຄຸນະນະພາບ-ປະສິດທິພາບນັ້ນ ສະເໜີໃຫ້ພິຈາລະນາເອົາເງິນຕາມພັນທະຟື້ນຟູປ່າ ແລະ ປູກປ່າທົດແທນຕາມພັນທະຕ່າງໆທີ່ໄດ້ເຊັນສັນຍາໄປແລ້ວເຂົ້າກອງທຶນ ພ້ອມທັງສືບຕໍ່ແບ່ງດິນ-ແບ່ງປ່າໄມ້ໃຫ້ແກ່ບ້ານຄຸ້ມຄອງນໍາໃຊ້ໃຫ້ມີຄຸນປະໂຫຍດສູງສຸດ, ໃຫ້ເຂົາເຈົ້າເຂົ້າຮ່ວມໃນການບົວລະບັດຮັກສາຕົ້ນໄມ້, ຄົ້ນຄວ້ານິຕິກໍາ ເພື່ອຄຸ້ມຄອງປະຊາຊົນທີ່ຕັ້ງຖິ່ນຖານໃນເຂດປ່າປ້ອງກັນ, ປ່າສະຫງວນມາແຕ່ກ່ອນໃຫ້ມີຄວາມຮັດກຸມ ໃຫ້ມີສ່ວນຮ່ວມໃນການປົກປັກຮັກສາ ແລະ ຟື້ນຟູປ່າໃຫ້ມີຄວາມເຂັ້ມແຂງຂຶ້ນກວ່າເກົ່າ.