ພະແນກສະກັດກັ້ນ ແລະ ຕ້ານອັກຄີໄພ ກອງບັນຊາການ ປກສ ແຂວງບໍລິຄຳໄຊ ໄດ້ລົງເຄື່ອນໄຫວໂຄສະນາເຜີຍແຜ່ວຽກງານ ສະກັດກັ້ນ ແລະ ຕ້ານອັກຄີໄພ ຢູ່ຮ້ານອາຫານ ແລະ ໂຮງແຮມ ແອລີເຮັງ ບ້ານແກ້ງສະດອກ ເມືອງປາກຊັນ ແຂວງບໍລິຄໍາໄຊ ໃນອາທິດຜ່ານມາ, ນໍາໂດຍ ພັຕ ແຂກ ພົມມະກົດ ຮອງຫົວໜ້າພະແນກຕໍາຫຼວດສະກັດກັ້ນ ແລະ ຕ້ານອັກຄີໄພ ປກສ ແຂວງ, ໂດຍມີ ທ່ານ ແອລີເຮັງ ເຈົ້າຂອງຮ້ານອາຫານ ແລະ ໂຮງແຮມ ແອລີເຮັງ ພ້ອມທັງພະນັກງານຮ້ານອາຫານ ເຂົ້າຮ່ວມ.

ພະແນກສະກັດກັ້ນ ແລະ ຕ້ານອັກຄີໄພ ກອງບັນຊາການ ປກສ ແຂວງບໍລິຄຳໄຊ
ພະແນກສະກັດກັ້ນ ແລະ ຕ້ານອັກຄີໄພ ກອງບັນຊາການ ປກສ ແຂວງບໍລິຄຳໄຊ

ພັຕ ແຂກ ພົມມະກົດ ໄດ້ຍົກໃຫ້ເຫັນເຖິງສາເຫດ ແລະ ຜົນເສຍຫາຍຈາກການເກີດອັກຄີໄພ-ໄຟໄໝ້ ເຊິ່ງໄດ້ສ້າງຄວາມເສຍທາງດ້ານຊັບສິນ, ສຸຂະພາບ ແລະ ຊີວິດຂອງປະຊາຊົນບັນດາເຜົ່າ ເປັນຈໍານວນຫຼວງຫຼາຍໃນແຕ່ລະປີ. ສະນັ້ນ, ຍ້ອນເຫັນໄດ້ເຖິງຜົນເສຍຫາຍ ແລະ ໄພອັນຕະລາຍດັ່ງກ່າວ, ທາງພະແນກສະກັດກັ້ນ ແລະ ຕ້ານອັກຄີໄພ ປກສ ແຂວງ ຈຶ່ງໄດ້ລົງຝືກອົບຮົມວຽກງານສະກັດກັ້ນ ແລະ ຕ້ານອັກຄີໄພ ໃຫ້ເຈົ້າຂອງໂຮງແຮມ ແລະ ພະນັກງານ ເພື່ອນໍາໄປໝູນໃຊ້ເຂົ້າໃນການປົກປ້ອງສິດຜົນປະໂຫຍດ, ຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ, ພ້ອມທັງອະທິບາຍຄວາມຮູ້ພື້ນຖານກ່ຽວກັບ ການສະກັດກັ້ນ ແລະ ຕ້ານ ອັກຄີໄພ, ວິທີປະຕິບັດເມື່ອເກີດອັກຄີໄພ, ການເອົາຕົວລອດຈາກອັກຄີໄພ-ໄຟໄໝ້, ການຊ່ວຍເຫຼືອຜູ້ເຄາະຮ້າຍອອກຈາກສະຖານທີ່ເກີດເຫດ, ວິທີການນໍາໃຊ້ອຸປະກອນຂັ້ນພື້ນຖານ ໃນການດັບມອດໄຟໃນຂັ້ນເບື້ອງຕົ້ນ ເຊັ່ນ: ຜົງເຄມີແຫ້ງ, ການນໍາໃຊ້ນໍ້າດັບໄຟ, ເຄມີໂຟມ, ທາດອາຍບໍ່ຕິດໄຟ ແລະອື່ນໆ, ອະທິບາຍເຖິງວິທີການກວດກາບັ້ງມອດໄຟ, ລະບົບສຽງສັນຍານເຕືອນໄພ ແລະ ບົບນ້ຳປະປາທີ່ຕິດຕັ້ງຕາມຈຸດຕ່າງໆ ໃຫ້ຢູ່ໃນສະພາບພ້ອມໃຊ້ງານຢູ່ສະເໝີ.

ໂຄສະນາເຜີຍແຜ່ວຽກງານ ສະກັດກັ້ນ ແລະ ຕ້ານອັກຄີໄພ
ໂຄສະນາເຜີຍແຜ່ວຽກງານ ສະກັດກັ້ນ ແລະ ຕ້ານອັກຄີໄພ

ຈາກນັ້ນ, ກໍໄດ້ມີການສາທິດການນຳໃຊ້ອຸປະກອນການມອດໄຟຂັ້ນພື້ນຖານ ໃຫ້ບັນດາຜູ້ເຂົ້າຮ່ວມຮັບຊົມ ແລະ ປະຕິບັດຕົວຈິງໃນການນຳໃຊ້ບັ້ງມອດໄຟ, ການມອດໄຟຈາກຖັງແກັສ ແລະ ວິທີການຊ່ວຍເຫຼືອຕົນເອງ ແລະ ຜູ້ເຄາະຮ້າຍອອກຈາກສະຖານທີ່ເກີດເຫດ ໄດ້ຢ່າງປອດໄພ.