ອ່ານຈັກ 5 ນາທີ ເພື່ອຄວາມ ຮູ້ທີ່ມີປະໂຫຍດແກ່ຕົວທ່ານ ແລະ ຄົນທີ່ທ່ານຮັກ,
ມື້ນີ້ ຈະມາເວົ້າກ່ຽວກັບສະ ໝຸນໄພທີ່ມີຊື່ວ່າໝາກຂຽບຝຣັ່ງ ຫຼື ຊື່ວິທະຍາສາດວ່າ soursop-graviola.

ສຳຫຼັບຄົນທີ່ບໍ່ຮູ້ ຫຼື ບໍ່ມີ ຄວາມຮູ້ດ້ານສະໝຸນໄພທີ່ສາມາດຂ້າເຊວມະເຮັງໄດ້ຢ່າງມີປະສິດທິ ພາບ ແລະ ຂ້ອນຂ້າງມີຄວາມປອດ ໄພສູງຕໍ່ຮ່າງກາຍຂອງຜູ້ເປັນພະ ຍາດ ຫຼື ຜູ້ທີ່ສຸຂະພາບຍັງດີເມື່ອ ທຽບກັບການໃຊ້ຍາເຄມີບໍາບັດ ຫຼື ຄີໂມ ເນື່ອງຈາກໝາກຂຽບຝຣັ່ງ ເປັນພືດສະໝຸນໄພທີ່ໄດ້ຈາກທຳ ມະຊາດນັ້ນເອງ.

ໝາກຂຽດຟຣັ່ງ

ໃນຕ່າງປະເທດມີຫຼາຍປະເທດໄດ້ນຳເອົາພືດຊະນິດນີ້ໄປວິ ໃຈຢ່າງລະອຽດ ແລະ ຜົນປາກົດ ອອກມາວ່າມັນສາມາດຂ້າເຊວມະ ເຮັງໄດ້ດີກວ່າການບຳບັດເຄມີ ຫຼື ຄີໂມຫຼາຍເທົ່າ ເປັນຕົ້ນແມ່ນມະເຮັງຕັບ, ມະເຮັງລຳໄສ້ ແລະ ມະເຮັງປອດ ແຕ່ບໍ່ຄ່ອຍມີກະແສທີ່ສ້າງຄວາມສົນໃຈໃນວົງກວ້າງໃນເວລານີ້ສະໝຸນໄພໂຕນີ້ຍັງເປັນອີກຄວາມຫວັງສຳຄັນສຳຫຼັບຜູ້ທີ່ ເປັນພະຍາດທົນທຸກທໍລະມານ ກັບພະຍາດມະເຮັງ ທີ່ບໍ່ມີທາງຮັກສາໃຫ້ຫາຍຂາດໄດ້ ແລະ ກໍມີຜູ້ທີ່ຕາຍດ້ວຍພະຍາດນີ້ບໍ່ໜ້ອຍໃນແຕ່ລະປີ, ແຕ່ສິ່ງທີ່ໜ້າແປກໃຈຄື ເມື່ອມີສະໝຸນໄພທີ່ມີປະສິດທິພາບແບບນີ້ ແລະ ຫາໄດ້ງ່າຍຂະໜາດນີ້ເປັນຫຍັງຄົນເຮົາຈຶ່ງບໍ່ຮູ້ຈັກ ແລະ ບໍ່ໃຫ້ຄວາມສໍາຄັນຕໍ່ສະໝຸນໄພຊະນິດນີ້ ອີກທັງຫຼາຍຄົນຍັງບໍ່ຮູ້ຈັກພືດຊະນິດນີ້ອີກດ້ວຍ.

ໃບໝາກຂຽດຟຣັ່ງ

ໃນປັດຈຸບັນມະເຣັງເປັນໜຶ່ງໃນພະຍາດທີ່ຖືກຈັດໃນກຸ່ມພະຍາດທີ່ບໍ່ມີທາງຮັກສາໃຫ້ຫາຍ ຂາດໄດ້ ແລະ ຄວາມເຊື່ອທີ່ຖືກປູກຝັງມາແບບນີ້ເອງເຮັດໃຫ້ຄົນເຊື່ອວ່າການເປັນມະເຮັງຄືຕ້ອງຕາຍເທົ່ານັ້ນ ແຕ່ນັ້ນກໍເປັນພຽງທິດສະດີຈາກຄົນກຸ່ມໜຶ່ງເທົ່ານັ້ນ ເພາະປັດຈຸບັນກໍຍັງມີຫຼາຍຄົນທີ່ສາມາດຕໍ່ສູ້ກັບພະຍາດມະເຮັງຈົນຫາຍຂາດໄດ້ ຫຼື ບໍ່ກໍມີຄຸນນະພາບຊີວິດທີ່ດີຂຶ້ນເກືອບທັງໝົດລ້ວນຮັກສາສຸກຂະພາບໂດຍເລີ່ມຕົ້ນດ້ວຍການປ່ຽນພຶດຕິກຳການກິນ ເຊັ່ນ: ຍຸດເນື້ອສັດທຸກຊະນິດ ແລະ ອາຫານທີ່ບໍ່ມີປະໂຫຍດ ແລະ ຫັນມາກິນອາຫານທີ່ມີປະໂຫຍດເຊັ່ນ: ກິນອາຫານເຈ ເພື່ອສຸກຂະພາບ ກິນຜັກສີຂຽວໝາກໄມ້ຫຼາກສີທຸກຊະນິດປັນຕົ້ນໝາກໄມ້ທີ່ມີລົດສົ້ມ ການອອກກຳລັງກາຍ ແລະ ການປັບທັດສະຄະຕິເປັນບວກ ແລະ ນີ້ຄື link
https://www.youtube.com/watch?v=VSzReranmog ຕົວຢ່າງຄລິບ ຂອງຄົນທີ່ເປັນມະເຮັງແລ້ວຫາຍດີໄດ້ຍ້ອນສະໝນໄພຊະນິດນີ້ ທັງທີ່ກ່ອນໜ້ານີ້ກໍໄດ້ເຂົ້າຮັບການຮັກສາທາງຄີໂມ ແຕ່ທົນຜົນຂ້າງຄຽງຂອງຢາຄີໂມບໍ່ໄຫວ ເລີຍຫັນມາກິນນໍ້າໝາກຂຽດຝຣັ່ງ ປັດຈຸບັນລາວແຂງແຮງດີແລ້ວທ່ານຄິດເຫັນຈັ່ງໃດກັບເລື່ອງນີ້ ? ອັນທີ່ຈິງຍັງມີອີກຫຼາຍຄົນທີ່ຫາຍດີບໍ່ກໍອາການດີ ຂຶ້ນແຂງແຮງຂຶ້ນພຽງແຕ່ບໍ່ໄດ້ເປັນ ຂ່າວບໍ່ໄດ້ອອກມາເຜີຍແພເທົ່ານັ້ນເອງ

ໝາກຂຽດຟຣັ່ງສຸກ

ກໍລະນີແມ່ນໃຜທີ່ບໍ່ໄດ້ເປັນ ມະເຮັງ ແຕ່ເປັນພະຍາດຕ່າງໆທີ່ ອາດມີຄວາມສ່ຽງເປັນມະເຮັງໃນ ອານາຄົດທ່ານສາມາດກິນ ເພື່ອ ເປັນການປ້ອງກັນໄດ້ຄືກັນ ເຊິ່ງ ໄດ້ຮວບຮວມມາມີດັ່ງນີ້:

  • ພະຍາດກະເພາະລຳໄສ້
  • ພະຍາດຕ່ອມນໍ້າເຫຼືອງອັກເສບ.
  • ພະຍາດຕ່ອມໄທລອຍອັກເສບ,
  • ພະຍາດໜິ້ວໃນຖຸງນໍ້າດີ.
  • ພະຍາດຕັບແຂງ.
  • ພະຍາດຕັບອັກເສບ,.
  • ມີແຜ ແລະ ກ້ອນເນື້ອໃນມົດລູກ.
  • ອາການອັກເສບໃນກະເພາະຍ່ຽວ,
  • ອາການອັກເສບໃນຕ່ອມລູກໝາກ.
  • ອາການເປັນແຜອັກເສບໃນຮັງໄຂ່ແມ່ຍິງ
  • ອາການເປັນແຜ ຫຼື ອັກເສບບໍລິເວນຊ່ອງປາກຫາລຳຄໍ.
  • ສຳລັບສັບພະຄຸນໃບໝາກຂຽບຝຣັ່ງມີດັ່ງນີ້:
  • ປ້ອງກັນ ແລະ ຂ້າເຊວມະເຮັງທັງ 12 ຊະນິດ.
  • ຊ່ວຍຮັກສາພະຍາດກະເພາະລໍາໄສ້ອັກເສບໄດ້ດີ.
  • ຊ່ວຍຮັກສາອາການໂຣກນອນບໍ່ຫຼັບ.
  • ລົດຄວາມດັນລົດນໍ້າຕານໃນເລືອດ (ໂຣກເບົາຫວານ).
  • ໃຊ້ເປັນຢາຂ້າພະຍາດໃນລະບົບທາງເດີນອາຫານ.
  • ຕ້ານເຊື້ອ ແລະ ຫຼຸດຜ່ອນອາການອັກເສບໄດ້ດີ.
  • ກິນເຂົ້າແຊບ ຊ່ວຍໃຫ້ຈະເລີນອາຫານ.
  • ເສີມສ້າງພູມຄຸ້ມກັນໃຫ້ຮ່າງກາຍ.
  • ຊ່ວຍຮັກສາອາການຫອບຫືດ.
    ສຸດທ້າຍແລ້ວຢາກຝາກເຖິງຜູ້ ເປັນພະຍາດທຸກຄົນທີ່ກຳລັງປ່ວຍ ເປັນມະເຮັງ ຫຼື ໃຜທີ່ມີຍາດຕິພີ່ ນ້ອງຄົນຮູ້ຈັກທີ່ປ່ວຍເປັນມະເຮັງ ຢາກໃຫ້ລອງຕົ້ມໃບໝາກຂຽບກິນ ລອງເບິ່ງ ພິສູດດ້ວຍຕົວທ່ານເອງບາງທີທ່ານອາດຈະຫາຍຈາກພະ ຍາດມະເຮັງ ຫຼື ບໍ່ກໍມີຄຸນນະພາບ ຊີວິດທີ່ດີຂື້ນບໍ່ທົນທຸກທໍລະມານ ຄືແຕ່ກ່ອນ.
ໝາກຂຽດຟຣັ່ງ