ທຳລາຍແກ້ງລ່າສັດ ເບຼຊິນ – ຫົວໂປ່ເປັນ ທັນຕະແພດ ຂ້າເສືອຈາກົວນັບພັນໂຕ

0
1586

ສຳນັກຂ່າວ ມິເຣີ ລາຍງານ ໃນວັນທີ 11 ກໍລະກົດ ທີ່ຜ່ານມາ ວ່າ: ຕຳຫຼວດເບຼຊິນ ບຸກຈັບກຸມ ແກ້ງລ່າສັດ ຢ່າງຜິດກົດໝາຍ ເຊິ່ງມີສະມາຊິກ 7 ຄົນ ໃນວັນທີ 8 ກໍລະກົດ ທີ່ຜ່ານມາ, ໂດຍແກ້ງດັ່ງກ່າວ ຖືກສົງໄສວ່າ ສັງຫານສັດປ່າໃກ້ສູນພັນ ຫຼາຍພັນຊະນິດ.

ລາຍງານລະບຸວ່າ:

ຫົວໂປ່ໂຕການຂອງແກ້ງລ່າສັດ ເປັນ ທັນຕະແພດ ( ໝໍປົວແຂ້ວ ) ຊື່ ເຕມິສໂຕເຄຼສ ບາໂບຊາ ເຟຣຣີ ເຊິ່ງມີລາຍງານວ່າ ສັງຫານເສືອຈາກົວ ຫຼາຍກວ່າ 1.000 ໂຕ ຕັ້ງແຕ່ປີ 1987; ຂະນະດຽວກັນ, ມີການເຜີຍແຜ່ພາບຖ່າຍຂອງ ເຟຣຣີ ເຊິ່ງເອົາຊາກເສືອຈາກົວແບກຫຼັງ ທ່າມກາງໝາລ່າສັດທີ່ອ້ອມຮອບຕົວ.

ຫົວໂປ່ໂຕການຂອງແກ້ງລ່າສັດ ເປັນ ທັນຕະແພດ ( ໝໍປົວແຂ້ວ ) ຊື່ ເຕມິສໂຕເຄຼສ ບາໂບຊາ ເຟຣຣີ
ຫົວໂປ່ໂຕການຂອງແກ້ງລ່າສັດ ເປັນ ທັນຕະແພດ ( ໝໍປົວແຂ້ວ ) ຊື່ ເຕມິສໂຕເຄຼສ ບາໂບຊາ ເຟຣຣີ

ໃນສະມາຊິກແກ້ງລ່າສັດ 7 ຄົນ ນອກຈາກ ທັນຕະແພດ ແລ້ວ, ຍັງມີ ໝໍ, ຊາວກະສິກອນ, ເຈົ້າໜ້າທີ່ເຮືອນຈຳ ແລະ ຊ່າງໄຟ ສ່ວນອີກ 2 ຄົນ ບໍ່ຮູ້ອາຊີບ; ພວກເຂົາ ຮ່ວມກັນສັງຫານສັດປ່າຈຳນວນຫຼາຍ ເຊັ່ນ: ເສືອຈາກົວ, ໜູຍັກຄາປິບາຣາ, ເປກຄາຣີ ( ສັດຊະນິດໜຶ່ງ ຄ້າຍໝູ ) ແລະ ກວາງແດງ.

ທາງການເບຼຊິນ ລະບຸວ່າ:

ຕຳຫຼວດ ດັກຟັງການສົນທະນາຂອງ ແກ້ງລ່າສັດ ແລະ ເຝົ້າຕິດຕາມການເຄື່ອນໄຫວ ຢ່າງໜ້ອຍ 3 ເດືອນ ກ່ອນການຈັບກຸມ.

ຕຳຫຼວດເບຼຊິນ ບຸກຈັບກຸມ ແກ້ງລ່າສັດ ຢ່າງຜິດກົດໝາຍ ເຊິ່ງມີສະມາຊິກ 7 ຄົນ
ຕຳຫຼວດເບຼຊິນ ບຸກຈັບກຸມ ແກ້ງລ່າສັດ ຢ່າງຜິດກົດໝາຍ ເຊິ່ງມີສະມາຊິກ 7 ຄົນ

ລະຫວ່າງນັ້ນ, ແກ້ງລ່າສັດ ສັງຫານ ເສືອຈາກົວ 8 ໂຕ, ໜູຍັກຄາປິບາຣາ 13 ໂຕ, ເປກຄາຣີ 10 ໂຕ ແລະ ກວາງ 2 ໂຕ; ໂດຍສະເພາະຢ່າງຍິ່ງ ເສືອຈາກົວ, ແກ້ງລ່າສັດ ຈະໃຊ້ ກຸຍກາ ( Cuica ) ກອງເບຼຊິນ ທີ່ມີລະດັບສຽງສູງ ເປັນເຄື່ອງມືໂຈມຕີ ເສືອຈາກົວ ກ່ອນຈະລົງມືສັງຫານ.

ທາງດ້ານ ສານ ກໍໄດ້ເປີດການພິຈາລະນາ ຄະດີອາຍາ ໃນຂໍ້ຫາລ່າສັດ ຢ່າງຜິດກົດໝາຍ ແລະ ໃຊ້ອາວຸດປືນ ໂດຍບໍ່ມີໃບອະນຸຍາດ; ຂະນະນີ້ ຢູ່ລະຫວ່າງການສືບສວນ ແລະ ຖ້າຫາກຖືກຕັດສິນວ່າ ມີຄວາມຜິດ ຈະຕ້ອງຖືກຈຳຄຸກ ແລະ ປັບໃໝ ເຊິ່ງຂຶ້ນຢູ່ກັບຄວາມຜິດທີ່ແຕ່ລະຄົນກະທຳ.

ທັ້ງນີ້, ເສືອຈາກົວ ເປັນເສືອທີ່ມີຂະໜາດໃຫຍ່ທີ່ສຸດ ໃນອາເມລິກາລາຕິນ ແລະ ຢູ່ໃນລາຍຊື່ສັດຂອງ ອະນຸສັນຍາ ວ່າດ້ວຍ ການຄ້າລະຫວ່າງປະເທດ ເຊິ່ງຊະນິດສັດປ່າ ແລະ ພືດປ່າ ທີ່ໃກ້ສູນພັນ ( CITES ) ແລະ ເບຼຊິນ ມີກົດໝາຍຫ້າມລ່າ ຢູ່ດ້ວຍ.