ທໍ່ກ໊າສຮົ່ວ – ໄຟໄໝ້ໂຮງງານໄຟຟ້າ ໃນມົດສະກູ ບາດເຈັບນັບສິບ

0
1244

ໃນວັນທີ 11 ກໍລະກົດ ທີ່ຜ່ານມາ, ສຳນັກຂ່າວ ໄລ ລາຍງານວ່າ: ເກີດເຫດໄຟໄໝ້ ໂຮງງານຜະລິດໄຟຟ້າພະລັງງານຄວາມຮ້ອນ ໝາຍເລກ 27 ໃນເມືອງມືຢະຕີຊີ ເຂດຊານເມືອງຂອງ ນະຄອນຫຼວງມົດສະກູ ປະເທດລັດເຊຍ, ສົ່ງຜົນໃຫ້ມີຜູ້ເສຍຊີວິດ 1 ຄົນ ແລະ ບາດເຈັບ 13 ຄົນ; ຫຼ້າສຸດ, ເຈົ້າໜ້າທີ່ກູ້ໄພ ສາມາດມອດໄຟໄດ້ແລ້ວ.

ເຫດການດັ່ງກ່າວ ເກີດຂຶ້ນ ເວລາ 11:30 ໂມງ ຂອງວັນທີ 11 ກໍລະກົດ ຕາມເວລາທ້ອງຖິ່ນ, ເຊິ່ງໃນການມອດໄຟນັ້ນ ຕ້ອງໃຊ້ເຮລິຄອບເຕີ ແລະ ລົດມອດໄຟ ລະດົມກຳລັງໄປສະຖານທີ່ເກີດເຫດ ແລະ ໃຊ້ເວລາເຄິ່ງຊົ່ວໂມງ ຈຶ່ງສາມາດສີດນໍ້າເຂົ້າມອດໄຟໄໝ້ ເຊິ່ງກິນພື້ນທີ່ປະມານ 800 ແມັດກາເລ ແລະ ໄໝ້ສູງເຖິງ 40 – 50 ແມັດ.

ຜູ້ເສຍຊີວິດ 1 ຄົນນັ້ນ ເປັນພະນັກງານຮັກສາຄວາມປອດໄພຂອງ ໂຮງງານໄຟຟ້າ ເຊິ່ງແລ່ນໜີໄຟໄໝ້ອອກມາຂ້າງນອກບໍ່ທັນ.

ສຳລັບສາເຫດໃນເບື້ອງຕົ້ນ, ຄະນະກຳມະການສອບສວນ ລັດເຊຍ ລະບຸວ່າ:

ທໍ່ສົ່ງກ໊າສ ເຊິ່ງມີແຮງດັນສູງ ມີຮອຍຮົ່ວ, ຈຸດກຳເນີດໄຟຢູ່ຫ່າງຈາກຮອຍຮົ່ວ ປະມານ 200 ແມັດ ເຊິ່ງຢູ່ໃນພື້ນທີ່ຂອງ ໂຮງງານໄຟຟ້າ ແລະ ມີມູນຄ່າຄວາມເສຍຫາຍ ປະເມີນແລ້ວຫຼາຍກວ່າ 150 ລ້ານຣູໂບ.

ໃນຂະນະນີ້ ມີການເປີດການພິຈາລະນາຄະດີ ໃນຄວາມຜິດລະເມີດຂໍ້ບັງຄັບຄວາມປອດໄພ ແລະ ຄວາມໝັ້ນຄົງຂອງ ໂຮງງານຜະລິດເຊື້ອໄຟ ແລະ ໄຟຟ້າ ຕໍ່ໄປ.