5 ປີ ບ້ານໂພນຕ້ອງ ມີປະກົດການຫຍໍ້ທໍ້ 19 ເລື່ອງ

0
1104

ໃນ 5 ປີຜ່ານມາ ( 2015-2019 ), ທົ່ວບ້ານໂພນຕ້ອງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ມີປະກົດການຫຍໍ້ທໍ້ ເກີດຂຶ້ນທັງໝົດ 19 ເລື່ອງ; ໃນນີ້, ພົ້ນເດັ່ນກວ່າໝູ່ແມ່ນ ອຸບັດຕິເຫດ ເກີດຂຶ້ນ 12 ຄັ້ງ ແລະ ຈາກປະກົດການຫຍໍ້ທໍ້ ທີ່ເກີດຂຶ້ນນັ້ນ ສາມາດແກ້ໄຂຂັ້ນບ້ານ ໄດ້ທັງໝົດ 16 ເລື່ອງ.

ທ່ານ ນາງ ສີພັນ ຈັນດາລາ ນາຍບ້ານໆໂພນຕ້ອງ ກ່າວໃນ ກອງປະຊຸມ ສະຫຼຸບການເຄື່ອນໄຫວວຽກງານ ຮອບດ້ານ 5 ປີ ຂອງບ້ານໂພນຕ້ອງ ວ່າ:

ທ່ານ ນາງ ສີພັນ ຈັນດາລາ ນາຍບ້ານໆໂພນຕ້ອງ
ທ່ານ ນາງ ສີພັນ ຈັນດາລາ ນາຍບ້ານໆໂພນຕ້ອງ

ໃນໄລຍະ 5 ປີ ຜ່ານມາ, ໄດ້ເອົາໃຈໃສ່ສຶກສາອົບຮົມ ການເມືອງ – ແນວຄິດ ໃຫ້ພໍ່ – ແມ່ປະຊາຊົນ ດ້ວຍຫຼາຍຮູບການ ເປັນຕົ້ນແມ່ນ:

  • ໄດ້ນຳເອົາບັນດາແນວທາງນະໂຍບາຍຂອງພັກ, ມະຕິ, ຄຳສັ່ງ, ລະບຽບກົດໝາຍຂອງລັດ ແລະ ເອກະສານມູນເຊື້ອ ວັນສຳຄັນຕ່າງໆຂອງພັກ – ຂອງຊາດ ລົງເຜີຍແຜ່ ເພື່ອເຮັດໃຫ້ພໍ່ – ແມ່ປະຊາຊົນ ຮັບຮູ້ – ເຂົ້າໃຈ.
  • ເອົາໃຈໃສ່ສຶກສາອົບຮົມແນວຄິດ ໃຫ້ກຳລັງ ປກສ ບ້ານ ແລະ ສົມທົບກັບ ປກສ ກຸ່ມ ເຄື່ອນໄຫວວຽກງານວິຊາສະເພາະ ປ້ອງກັນເວນຍາມ ປະຈຳການ ປ້ອງກັນພາຍໃນບ້ານ ຕະຫຼອດ 24 ຊົ່ວໂມງ.

ໄລຍະຜ່ານມາ, ທົ່ວບ້ານ ມີປະກົດການຫຍໍ້ທໍ້ ເກີດຂຶ້ນທັງໝົດ 19 ເລື່ອງ; ໃນນີ້, ອຸບັດຕິເຫດ 12 ຄັ້ງ, ຜົວ – ເມຍ ຜິດຖຽງກັນ 2 ເລື່ອງ, ເສບ ແລະ ຄ້າຢາເສບຕິດ 2 ເລື່ອງ, ກັກຕົວໄດ້ 2 ຄົນ ແລະ ຄາດຕະກໍາ 1 ເລື່ອງ; ຈາກປະກົດການຫຍໍ້ທໍ້ ທີ່ເກີດຂຶ້ນ ສາມາດແກ້ໄຂຂັ້ນບ້ານ ໄດ້ 16 ເລື່ອງ ແລະ ສົ່ງໃຫ້ເມືອງແກ້ໄຂ 3 ເລື່ອງ.

ກອງປະຊຸມ ສະຫຼຸບ 5 ປີ ບ້ານໂພນຕ້ອງ
ກອງປະຊຸມ ສະຫຼຸບ 5 ປີ ບ້ານໂພນຕ້ອງ

ນອກຈາກນີ້, ພາຍໃນບ້ານ ຍັງໄດ້ເຮັດໜ້າທີ່ ໃນການຂຶ້ນບັນຊີ ເປົ້າໝາຍເຄື່ອນໄຫວບໍ່ດີ ທັງໝົດ 12 ຄົນ; ໃນນັ້ນ, ເປົ້າໝາຍປະເພດ 1 ມີ 6 ຄົນ, ປະເພດ 2 ມີ 2 ຄົນ ແລະ ປະເພດ 3 ມີ 4 ຄົນ.

ຈາກການເກັບກໍາເປົ້າໝາຍ, ອົງການປົກຄອງບ້ານ ຈຶ່ງໄດ້ສົມທົບກັບ ພາກສ່ວນກ່ຽວຂ້ອງ ລົງສຶກສາອົບຮົມເປົ້າໝາຍ ປະເພດ 1 ແລະ 2 ໄດ້ທັງໝົດ 8 ຄົນ, ສ່ວນເປົ້າໝາຍປະເພດ 3 ແມ່ນສາມາດກັກຕົວດໍາເນີນຄະດີ ໄດ້ທັງໝົດ 4 ຄົນ.

ກອງປະຊຸມ ຍັງໄດ້ປ່ອນບັດຄັດເລືອກເອົາ ນາຍບ້ານຜູ້ໃໝ່
ກອງປະຊຸມ ຍັງໄດ້ປ່ອນບັດຄັດເລືອກເອົາ ນາຍບ້ານຜູ້ໃໝ່

ກອງປະຊຸມດັ່ງກ່າວ, ຈັດຂຶ້ນ ໃນວັນທີ 18 ກໍລະກົດ 2019 ໂດຍການເຂົ້າຮ່ວມຂອງ ທ່ານ ຄຳປ່ຽນ ອິນທະລືຊາ ຮອງເຈົ້າເມືອງໆໄຊທານີ, ມີແຂກຮັບເຊີນ, ອຳນາດການປົກຄອງບ້ານ, ອົງການຈັດຕັ້ງມະຫາຊົນ, ພໍ່ – ແມ່ປະຊາຊົນ ພາຍໃນບ້ານ ເຂົ້າຮ່ວມ.

ໃນກອງປະຊຸມ ຍັງໄດ້ປ່ອນບັດຄັດເລືອກເອົາ ນາຍບ້ານຜູ້ໃໝ່ ຈາກຜູ້ລົງສະໝັກເລືອກຕັ້ງ 4 ທ່ານ ເລືອກເອົາ 1 ທ່ານ ແລະ ຜ່ານການປ່ອນບັດ ເລືອກໄດ້ ທ່ານ ນາງ ສີພັນ ຈັນດາລາ ເປັນ ນາຍບ້ານໆໂພນຕ້ອງ ເພີ່ມອີກ 1 ສະໄໝ.