ປັອກຕຸຍການ ລະດົມກຳລັງ 1.800 ຄົນ ຮັບມືໄຟປ່າ ທີ່ກຳລັງວິກິດ

0
741

ຂ່າວຕ່າງປະເທດ ລາຍງານ ໃນວັນທີ 22 ກໍລະກົດນີ້ ວ່າ: ປັອກຕຸຍການ ລະດົມກຳລັງນັກມອດໄຟ ປະມານ 1.800 ຄົນ ເພື່ອເຂົ້າໄປຄວບຄຸມໄຟປ່າ ທີ່ເກີດຂຶ້ນຢູ່ທາງພາກກາງຂອງປະເທດ ເຊິ່ງຂະນະນີ້ ເຮັດໃຫ້ມີຜູ້ບາດເຈັບໄປແລ້ວ 20 ຄົນ ໂດຍເປັນນັກມອດໄຟ 8 ຄົນ.

ໄຟປ່າຄັ້ງນີ້ ເລີ່ມຂຶ້ນ 3 ຈຸດ ຕັ້ງແຕ່ໃນວັນທີ 20 ກໍລະກົດ ທີ່ຜ່ານມາ ຢູ່ທີ່ເຂດຄາສເຕໂລ ບຣັງໂກ ທາງຕາເວັນອອກສຽງເໜືອຂອງ ນະຄອນຫຼວງລິສບອນ ໂດຍນັບວ່າເປັນໄຟປ່າຄັ້ງທຳອິດຂອງປີນີ້ ແລະ ທາງການເອງ ກໍໄດ້ລະດົມ ເຮືອບິນມອດໄຟ ປະມານ 20 ລຳ ແລະ ລົດມອດໄຟອີກຮ້ອຍຄັນ ເພື່ອຄວບຄຸມໄຟປ່າ.

ຈົນເຖິງປັດຈຸບັນນີ້, ມີຜູ້ໄດ້ຮັບບາດເຈັບຈາກໄຟປ່າຄັ້ງນີ້ ໄປແລ້ວ 20 ຄົນ, ສ່ວນຫຼາຍເປັນເພາະສູດຄວັນຫຼາຍເກີນໄປ ແລະ ມີ 1 ຄົນທີ່ຖືກໄຟໄໝ້ເສຍຊີວິດ; ສ່ວນສາເຫດຂອງໄຟປ່າຄັ້ງນີ້ ກຳລັງສືບສວນຢູ່.

ທັ້ງນີ້, ໃນອະດີດທີ່ຜ່ານມາ ໄຟປ່າໃນປັອກຕຸຍການ ໄດ້ຂ້າຊີວິດຜູ້ຄົນໄປເປັນຈຳນວນຫຼາຍ ໃນແຕ່ລະປີ ໂດຍໃນປີ 2017 ມີຜູ້ເສຍຊີວິດເຖິງ 106 ຄົນ; ດັ່ງນັ້ນ, ລັດຖະບານ ຈຶ່ງຕ້ອງເພີ່ມມາດຕະການປ້ອງກັນ ເພື່ອຮັບມືກັບໄຟປ່າ ແລະ ກໍປະສົບຄວາມສຳເລັດ ໂດຍໃນປີ 2018 ປັອກຕຸຍການ ບໍ່ມີຜູ້ເສຍຊີວິດຈາກໄຟປ່າເລີຍ.

Ruins of a warehouse are seen after a wildfire at Relva in Macao, central Portugal on July 21, 2019