ໃນວັນທີ 17 ກໍລະກົດ 2019, ແຂວງຄໍາມ່ວນ ໄດ້ຈັດພິທີສະຫຼອງ ວັນສ້າງຕັ້ງ ອົງການຈັດຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 64 ປີ ( 20 ກໍລະກົດ 1955 – 20 ກໍລະກົດ 2019 ); ເຂົ້າຮ່ວມໂດຍ ທ່ານ ແສງທອງ ພະຄຸນທອງ ປະທານແນວລາວສ້າງຊາດ ແຂວງຄໍາມ່ວນ ແລະ ທັງເປັນ ຜູ້ຊີ້ນໍາວຽກງານ ອົງການຈັດຕັ້ງມະຫາຊົນຂັ້ນແຂວງ ແລະ ທ່ານ ນາງ ບັງອອນ ໄຊຍະສິດ ປະທານສະຫະພັນແມ່ຍິງ ແຂວງ; ພ້ອມດ້ວຍ ບັນດາພະແນກການ, ພະນັກງານອາວຸໂສບຳນານ ແລະ ພະນັກງານທະຫານ ຕະຫຼອດຮອດ ສະຫະພັນແມ່ຍິງ ຈາກພາກສ່ວນຕ່າງໆອ້ອມຂ້າງແຂວງ ເຂົ້າຮ່ວມ.

ພິທີສະຫຼອງ ວັນສ້າງຕັ້ງ ອົງການຈັດຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 64 ປີ ( 20 ກໍລະກົດ 1955 – 20 ກໍລະກົດ 2019 )

ທ່ານ ນາງ ບັງອອນ ໄຊຍະສິດ ປະທານສະຫະພັນແມ່ຍິງ ແຂວງຄຳມ່ວນ ໄດ້ກ່າວຫວນຄືນມູນເຊື້ອ ວັນກຳເນີດເຕີບໃຫຍ່ຂະຫຍາຍຕົວຂອງ ອົງການຈັດຕັ້ງສະຫະພັນແມ່ຍິງລາວ ນັບແຕ່ປີ 1955 ມາຮອດປະຈຸບັນ ວ່າ:

ການຈັດຕັ້ງ ສະຫະພັນແມ່ຍິງ ກໍຄື ເອື້ອຍ-ນ້ອງແມ່ຍິງ ໄດ້ຕັ້ງໜ້າປະກອບສ່ວນເຂົ້າໃນ ພາລະກິດປົດປ່ອຍຊາດ ແລະ ພາລະກິດປົກປັກຮັກສາ, ສ້າງສາພັດທະນາປະເທດຊາດ ມາຮອດໄລຍະນີ້ ຄົບຮອບ 64 ປີ; ຄຽງຄູ່ກັບ ຜົນງານການເຄື່ອນໄຫວຂອງ ສູນກາງສະຫະພັນແມ່ຍິງລາວ ສະຫະພັນແມ່ຍິງ ແຂວງຄຳມ່ວນ ກໍໄດ້ເອົາໃຈໃສ່ຕັ້ງໜ້າເຄື່ອນໄຫວ ຈັດຕັ້ງປະຕິບັດວຽກງານທີ່ໄດ້ຮັບການມອບໝາຍ ໃນຫຼາຍດ້ານ ຢ່າງຕັ້ງໜ້າ ແລະ ໄດ້ຮັບຜົນສຳເລັດ ຕາມລະດັບຄາດໝາຍ; ນອກຈາກນີ້, ກໍເພື່ອເປັນ ການສະແດງຄວາມຮູ້ບຸນຄຸນຕໍ່ ພະນັກງານອາວຸໂສບຳນານ ກໍຄື ຜູ້ທີ່ຊີ້ນຳ – ນຳພາ ວຽກງານຂົງເຂດສະຫະພັນແມ່ຍິງ ພາຍໃນແຂວງ ໃນໄລຍະຜ່ານມາ ອີກດ້ວຍ.

ການຈັດພິທີສະເຫຼີມສະຫຼອງໃນຄັ້ງນີ້ ກໍເພື່ອເປັນ ການທົບທວນຄືນປະຫວັດມູນເຊື້ອ ການກຳເນີດເຕີບໃຫຍ່ຂະຫຍາຍຕົວ ແລະ ຜົນງານການເຄື່ອນໄຫວຂອງ ອົງການຈັດຕັ້ງສະຫະພັນແມ່ຍິງລາວ ບັນດາເຜົ່າ ທີ່ອຸທິດຕົນ ເພື່ອພາລະກິດປົດປ່ອຍຊາດ ແລະ ປົກປັກຮັກສາ, ສ້າງສາພັດທະນາປະເທດຊາດ ກໍຄື ພາລະກິດພັດທະນາແມ່ຍິງ ຕະຫຼອດໄລຍະ 64 ປີຜ່ານມາ ແລະ ເພື່ອເປັນ ການລະນຶກເຖິງມູນເຊື້ອວັນດັ່ງກ່າວ.