ພັທ ຄໍາ ທອງ ກໍາມະລິດ  ຮອງຫົວໜ້າກອງບັນຊາການ ປກສ ເມືອງສິງ ປະທານກອງປະຊຸມ ທາບທາມ ບຸກຄະລາກອນ
ພັທ ຄໍາ ທອງ ກໍາມະລິດ ຮອງຫົວໜ້າກອງບັນຊາການ ປກສ ເມືອງສິງ ປະທານກອງປະຊຸມ ທາບທາມ ບຸກຄະລາກອນ

ໃນວັນທີ 23 ກໍລະກົດ 2019, ໜ່ວຍຊາວໜຸ່ມກອງບັນຊາການ ປກສ ເມືອງສິງ ແຂວງຫຼວງນໍ້າທາ ໄດ້ຈັດກອງປະຊຸມ ທາບທາມ ເອົາບຸກຄະລະກອນ ຮອບທີ II; ໂດຍມີ ພັທ ຄໍາທອງ ກໍາມະລິດ ປະທານກວດກາພັກ ຮອງຫົວໜ້າກອງບັນຊາການ ປກສ ເມືອງສິງ, ພັຕ ນາງ ໂອ້ຫຼ້າ ອ່ອນແສງສີ ຫົວໜ້າພະແນກການເມືອງ, ເລຂາໜ່ວຍຊາວໜຸ່ມ, ສະມາຊິກຊາວໜຸ່ມທົ່ວກອງບັນຊາການເຂົ້າຮ່ວມ.

ເລຂາໜ່ວຍຊາວໜຸ່ມ, ສະມາຊິກຊາວໜຸ່ມທົ່ວກອງບັນຊາການ ປກສ ເມືອງສິງ ທີ່ເຂົ້າຮ່ວມ ກອງປະຊຸມ ທາບທາມ ບຸກຄະລາກອນ
ເລຂາໜ່ວຍຊາວໜຸ່ມ, ສະມາຊິກຊາວໜຸ່ມທົ່ວກອງບັນຊາການ ປກສ ເມືອງສິງ ທີ່ເຂົ້າຮ່ວມ ກອງປະຊຸມ ທາບທາມ ບຸກຄະລາກອນ

ກອງປະຊຸມ, ໄດ້ຜ່ານລາຍຊື່ເປົ້າໝາຍ ຮອບທີ II ກອງປະຊຸມໃຫ່ຍ ຄັ້ງທີ V ຂອງຄະນະຮາກຖານຊາວໜຸ່ມ ປກສ ເມືອງສິງ, ມີເປົ້າໝາຍທັງໝົດ 9 ສະຫາຍ, ໃຫ້ຂີດອອກ 2 ສະຫາຍ; ຜ່ານລາຍຊື່ເປົ້າໝາຍບຸກຄະລະກອນເຂົ້າທາບທາມບຸກຄະລະກອນ ຮອບທີ II ກອງປະຊຸມໃຫ່ຍ ຄັ້ງທີ V ຂອງໜ່ວຍຊາວໜຸ່ມ 3 ພະແນກ, ແບ່ງອອກເປັນ 4 ຈຸ ມີເປົ້າໝາຍ 7 ສະຫາຍ ໃຫ້ຂີດອອກ 2 ສະຫາຍ ເພື່ອກະກຽມໃສ່ກອງປະຊຸມໃຫ່ຍ ຄັ້ງທີ V ຂອງຄະນະຮາກຖານຊາວໜຸ່ມ ປກສ ເມືອງສິງ.

ສະມາຊິກໜ່ວຍຊາວໜຸ່ມ ປກສ ເມືອງສິງ ປ່ອນບັດຄັດເລືອກທາບທາມບຸກຄະລະກອນ ຮອບ II
ສະມາຊິກໜ່ວຍຊາວໜຸ່ມ ປກສ ເມືອງສິງ ປ່ອນບັດຄັດເລືອກທາບທາມບຸກຄະລະກອນ ຮອບ II

ໂອກາດນີ້, ພັທ ຄໍາ ທອງ ກໍາມະລິດ ໄດ້ແນະນໍາວິທີການຄັດເລືອກເອົາຄະນະຊາວໜຸ່ມຊຸດໃໝ່ ໃຫ້ສະມາຊິກຊາວໜຸ່ມແຕ່ລະສະຫາຍ ເອົາໃຈໃສ່ຄັດເລືອກເອົາຜູ້ທີ່ມີຄວາມຮູ້, ຄວາມສາມາດ, ມີປະສົບການໃນການຊີ້ນໍາ-ນໍາພາ, ເປັນຜູ້ທີ່ມີວຸດທິການສຶກສາ, ມີຄວາມສາມັກຄີດີ, ສຸຂະພາບແຂງແຮງ, ສາມາດເຄື່ອນໄຫວນໍາພາຮອບດ້ານຕະຫຼອດສະໄໝຂອງກອງປະຊຸມ.