ພັອ ສຸດທະສົມ ບຸນນະສິງ ປະທານການ ຝຶກອົບຮົມ ວຽກງານພັກ-ວຽກງານພະນັກງານ ແຂວງສະຫວັນນະເຂດ
ພັອ ສຸດທະສົມ ບຸນນະສິງ ປະທານການ ຝຶກອົບຮົມ ວຽກງານພັກ-ວຽກງານພະນັກງານ ແຂວງສະຫວັນນະເຂດ

ໃນວັນທີ 24 ກໍລະກົດ 2019, ກອງບັນຊາການ ປກສ ແຂວງສະຫວັນນະເຂດ ໄດ້ຈັດ ຝຶກອົບຮົມ ວຽກງານພັກ-ວຽກງານພະນັກງານ, ເປັນປະທານໂດຍ ພັອ ສຸດທະສົມ ບຸນນະສິງ ຮອງຫົວໜ້າກອງບັນຊາການ ປກສ ແຂວງ, ມີຄະນະຫ້ອງອອ້ມຂ້າງ, ກອງພັນເຄື່ອນທີ່, ໂຮງຮຽນ ປກສ ຊັ້ນກາງເລກ 2, ຄ້າຍຄຸມຂັງ-ດັດສ້າງແກ້ງຄັນ, ກອງບັນຊາການ ປກສ ເມືອງທົ່ວແຂວງ, ນະຄອນໄກສອນພົມວິຫານ ແລະ ແຂກຮັບເຊີນ ເຂົ້າຮ່ວມ.

ພະນັກງານຫຼັກແຫຼ່ງ ປກສ ແຂວງສະຫວັນນະເຂດ ເຂົ້າຮ່ວມ ຝຶກອົບຮົມ
ພະນັກງານຫຼັກແຫຼ່ງ ປກສ ແຂວງສະຫວັນນະເຂດ ເຂົ້າຮ່ວມຝຶກອົບຮົມ

ການຝຶກອົບຮົມໃນຄັ້ງນີ້, ເຮັດໃຫ້ການເກັບກຳຂໍ້ມູນການເຄື່ອນໄຫວ, ການເໜັງຕີງກ່ຽວກັບວຽກງານພັກ-ວຽກງານພະນັກງານໃນກຳລັງປ້ອງກັນຄວາມສະຫງົບທົ່ວປະເທດ ມີລັກສະນະຖືກຕ້ອງລວມສູນ, ວ່ອງໄວທັນການ, ສາມາດສະໜອງຂໍ້ມູນເຄື່ອນໄຫວ, ການເໜັງຕີງຂອງກຳລັງປ້ອງກັນຄວາມສະຫງົບໃຫ້ຂັ້ນເທິງຢ່າງມີປະສິດຕິພາບ; ແກ້ໄຂຫາງສຽງແນວບໍ່ດີທີ່ຈະກະທົບຕໍ່ກຳລັງປ້ອງກັນຄວາມສະຫງົບ ແລະ ຮັບປະກັນການຄຸ້ມຄອງວຽກງານພັກ-ວຽກງານພະນັກງານແຕ່ລະຂັ້ນ, ແຕ່ລະຫົວໜ່ວຍການຈັດຕັ້ງ ໃຫ້ມີຄວາມເປັນເອກະພາບ, ມີຄວາມຮັບພິດຊອບແຕ່ເທິງລົງລຸ່ມ ແລະ ແຕ່ລຸ່ມຂຶ້ນເທິງ.

ພັອ ສຸດທະສົມ ບຸນນະສິງ ມອບໃບຢັ້ງຢືນໜ່ວຍພັກປອດໃສເຂັ້ມແຂງ, ໜັກແໜ້ນ
ພັອ ສຸດທະສົມ ບຸນນະສິງ ມອບໃບຢັ້ງຢືນໜ່ວຍພັກປອດໃສເຂັ້ມແຂງ, ໜັກແໜ້ນ

ຊຸດ ຝຶກອົບຮົມ ໄດ້ຮຽນຮູ້ເອກະສານ ຄື: ຄໍາສັ່ງແນະນໍາຂອງກົມໃຫ່ຍການເມືອງ ກະຊວງປ້ອງກັນຄວາມສະຫງົບ ເລກທີ1686/ກມປສ, ລົງວັນທີ 27 ພຶດສະພາ2019 ກ່ຽວກັບການປັບປຸງແບບແຜນວິທີເຮັດວຽກ ແລະ ການສ່ອງແສງລາຍງານວຽກພັກ-ວຽກງານພະນັກງານຂອງກຳລັງປ້ອງກັນຄວາມສະຫງົບໃນຂອບເຂດທົ່ວປະເທດ; ສະພາບການສ່ອງແສງລາຍງານວຽກພັກ-ວຽກພະນັກງານ, ດ້ານດີແມ່ນສ່ອງແສງລາຍງານສະພາບການຕ່າງໆທີ່ພົວພັນເຖິງວຽກງານພັກ-ວຽກງານພະນັກງານທີ່ມີຢູ່ໃນຄວາມຮັບພິດຊອບ, ໄດ້ຮັບການຈັດຕັ້ງ ເປັນລະບົບ, ຕາມຫຼັກການລວມສູນປະຊາທິປະໄຕທີ່ໄດ້ກຳນົດໄວ້, ສາມາດປະຕິບັດໄດ້ຢ່າງເປັນປົກກະຕິ ພ້ອມທັງຮັບປະກັນດ້ານຄຸນນະພາບ; ດ້ານອ່ອນແມ່ນລາຍງານສະພາບດ້ານການເມືອງ-ແນວຄິດ, ສະພາບການເໜັງຕີງຂອງພະນັກງານສະມາຊິກພັກ, ນາຍ ແລະ ພົນຕຳຫຼວດທີ່ຢູ່ໃຕ້ບັງຄັບບັນຊາ, ມີລັກສະນະຊັກຊ້າແກ່ຍາວ, ເກັບກຳສະພາບຫາງສຽງວິພາກວິຈານຂອງສັງຄົມທີ່ສົ່ງຜົນສະທ້ອນຕໍ່ບົດບາດຂອງກຳລັງປ້ອງກັນຄວາມສະຫງົບ.

 8 ໜ່ວຍພັກ ທີ່ໄດ້ຮັບໃບຢັ້ງຢືນໜ່ວຍພັກປອດໃສເຂັ້ມແຂງ, ໜັກແໜ້ນ ຮ່ວມຖ່າຍຮູບເປັນທີ່ລະນຶກ ຫຼັງຈາກສຳເລັດການຝຶກອົບຮົມ
8 ໜ່ວຍພັກ ທີ່ໄດ້ຮັບໃບຢັ້ງຢືນໜ່ວຍພັກປອດໃສເຂັ້ມແຂງ, ໜັກແໜ້ນ ຮ່ວມຖ່າຍຮູບເປັນທີ່ລະນຶກ ຫຼັງຈາກສຳເລັດການຝຶກອົບຮົມ

ໃນພິທີດຽວກັນ, ໄດ້ມອບໃບຢັ້ງຢືນໜ່ວຍພັກປອດໃສເຂັ້ມແຂງ, ໜັກແໜ້ນ ຈໍານວນ 8 ໜ່ວຍ ຄື: ໜ່ວຍພັກຫ້ອງຄຸ້ມ ຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ; ໜ່ວຍພັກສູນດັດສ້າງ ຫຼັກ 33 ແລະ ໜ່ວຍພັກຫ້ອງການທີ່ຂຶ້ນກັບຮາກຖານພັກຄ້າຍຄຸມຂັງ-ດັດສ້າງແກ້ງຄັນ; ໜ່ວຍພັກສືບສວນ-ສອບສວນຄະດີການເມືອງ; ໜ່ວຍພັກຄຸ້ມຄອງຄົນຕ່າງປະເທດ ແລະ ໜ່ວຍພັກພະແນກ ຕມ ທີ່ຂຶ້ນກັບຮາກຖານພັກຫ້ອງສັນຕິບານ; ໜ່ວຍພັກ ກວດກາ ແລະ ຄວບຄຸມຢາເສບຕິດ; ໜ່ວຍພັກສິ່ງແວດລ້ອມທີ່ຂຶ້ນກັບຮາກຖານພັກຫ້ອງຕໍາຫຼວດ ແລະ ໃນໂອກາດດຽວກັນ, ກໍໄດ້ປະກາດໂຄງຮ່າງການຈັດຕັ້ງຂັ້ນພະແນກຂອງບັນດາຫ້ອງອ້ອມຂ້າງກອງບັນຊາການ ປກສ ແຂວງ ຕື່ມອີກ.