ຈັບກຸມ ກຸ່ມຄ້າຢາເສບຕິດຂ້າມຊາດ ພ້ອມຂອງກາງ 500 ກິໂລກຼາມ
ຈັບກຸມ ກຸ່ມຄ້າຢາເສບຕິດຂ້າມຊາດ ພ້ອມຂອງກາງ 500 ກິໂລກຼາມ

ຕາມການລາຍງານຂອງ ພະນັກງານສືບຂ່າວ ວ່າ: ມີເປົ້າໝາຍ ກຸ່ມຄ້າຢາເສບຕິດຂ້າມຊາດ ຈຳນວນ 4 ຄົນ ໃນຂະບວນການຂົນສົ່ງ ສານເສບຕິດ ປະເພດເກຕາມິນ ລວມນໍ້າໜັກ 500 ກິໂລກຼາມ ເຊິ່ງທັງ 4 ຄົນ ເປັນຄົນໄຕ້ຫວັນ; ໂດຍພວກກ່ຽວເລືອກ ນະຄອນໂຮ່ຈິມິນ ເປັນສະຖານທີ່ທ້ອນໂຮມ ແລະ ສະສົມ ສານເສບຕິດ ປະເພດດັ່ງກ່າວ, ຫຼັງຈາກທີ່ສະສົມໄດ້ຄົບຈຳນວນແລ້ວ ຈະນຳສົ່ງອອກໄປ ປະເທດທີ 3 ເພື່ອຈຳໜ່າຍ ແລະ ສຳລັບລາຄາ ສານເສບຕິດ ປະເພດດັ່ງກ່າວ ແມ່ນປະມານ 1 ຕື້ດົ່ງ ຕໍ່ 1 ກິໂລກຼາມ ແລະ ຖ້ານຳສົ່ງອອກໄປເຖິງ ປະເທດທີ 3 ແລ້ວ, ລາຄາສານດັ່ງກ່າວ ແມ່ນຈະມີມູນຄ່າເພີ່ມຂຶ້ນ ອີກຫຼາຍເທົ່າ.

ສານເສບຕິດ ທີ່ເຈົ້າໜ້າທີ່ ກວດຢຶດໄດ້ ເປັນສານປະເພດເກຕາມິນ
ສານເສບຕິດ ທີ່ເຈົ້າໜ້າທີ່ ກວດຢຶດໄດ້ ເປັນສານປະເພດເກຕາມິນ

ເຫດການທີ່ ເຈົ້າໜ້າທີ່ ຈັບເປົ້າໝາຍ ພ້ອມສານເກຕາມິນ ໜັກ 500 ກິໂລກຼາມ ໃນຄັ້ງນີ້, ຖືວ່າ ເປັນເຫດການຈັບໄດ້ ສານເສບຕິດ ປະເພດເກຕາມິນ ທີ່ຫຼາຍທີ່ສຸດ ນັບຕັ້ງແຕ່ທີ່ເຄີຍກວດພົບ ແລະ ຈັບໄດ້, ເຊິ່ງພາກສ່ວນທີ່ກ່ຽວຂ້ອງ ໃຫ້ຮູ້ຕື່ມ ວ່າ: ຮູບແບບການເຄື່ອນໄຫວຂອງ ກຸ່ມຄ້າຢາເສບຕິດຂ້າມຊາດ ແມ່ນນັບມື້ນັບຫຼາຍ ແລະ ມີລັກສະນະເລິກແລບແນບນຽນ ເຊິ່ງໄດ້ສ້າງຄວາມສັບສົນໃຫ້ກັບ ເຈົ້າໜ້າທີ່ ເປັນຢ່າງຍິ່ງ.

ເຫດການທີ່ເກີດຂຶ້ນ ມີລາຍລະອຽດ ດັ່ງລຸ່ມນີ້:

ປະມານເດືອນສິງຫາ 2018, ມີນັກທ່ອງທ່ຽວ ເປັນຄົນໄຕ້ຫວັນ ມັກເດີນທາງເຂົ້າມາ ຫວຽດນາມ ເປັນປະຈຳ; ເຊິ່ງຜ່ານການຕິດຕາມ, ຜູ້ກ່ຽວ ມີການປະພຶດຜິດປົກກະຕິ, ມີການພົວພັນແບບພິເສດກັບ ກຸ່ມເປົ້າໝາຍ ທີ່ເປັນຄົນຫວຽດນາມ ທີ່ມີຕົ້ນກຳເນີດ ເປັນຄົນໄຕ້ຫວັນ ທີ່ນະຄອນໂຮ່ຈິມິນ.

ກົມຕຳຫຼວດສືບສວນ ກ່ຽວກັບ ຄະດີຢາເສບຕິດ ກະຊວງຕຳຫຼວດ ໄດ້ຈັດຕັ້ງກຳລັງຕິດຕາມ ແລະ ກໍກວດພົບວ່າ:

ນີ້ແມ່ນ ບັນດາກຸ່ມເປົ້າໝາຍ ໃນຂະບວນການເຄື່ອນຍ້າຍຢາເສບຕິດ ຈາກຕ່າງປະເທດ ມາທ້ອນໂຮມກັນໄວ້ ໃນນະຄອນໂຮ່ຈິນ ຈົນໄດ້ຄົບຈຳນວນທີ່ຕ້ອງການແລ້ວ ຈຶ່ງນຳສົ່ງອອກຂາຍໄປ ປະເທດທີ 3.

ເປົ້າໝາຍນຳຈັບມີຈຳນວນ 4 ຄົນ ເຊິ່ງເປັນຄົນໄຕ້ຫວັນ
ເປົ້າໝາຍນຳຈັບມີຈຳນວນ 4 ຄົນ ເຊິ່ງເປັນຄົນໄຕ້ຫວັນ

ບ່ໍຄື ບັນດາເປ້ົາໝາຍອື່ນ ທີ່ເລືອກເອົາ ຢາເສບຕິດ ປະເພດເຮໂຣອິນ, ຢາໄອສ໌ ມາເປັນຢາເສບຕິດຕົວຫຼັກ ໃນການຄ້າຂາຍ, ແຕ່ ກຸ່ມເປົ້າໝາຍດັ່ງກ່າວນີ້ ໄດ້ເລືອກເອົາ ສານເສບຕິດ ທີ່ບັນດານັກທຸລະກິດ, ເສດຖີມີເງິນ ເຂົານິຍົມໃຊ້ ເຊິ່ງມັນເປັນ ສານເກຕາມິນ ແລະ ອາດເວົ້າໄດ້ ວ່າ:

  • ເປັນປະເພດຢາເສບຕິດ ທີ່ແພງທີ່ສຸດໃນເວລານີ້;
  • ທີ່ມາຂອງຢາເສບຕິດ ປະເພດດັ່ງກ່າວ ແມ່ນສົ່ງເຂົ້າມາແຕ່ເຂດ 3 ຫຼ່ຽມຄຳ ປະເທດມຽນມາ;
  • ຈາກນັ້ນ, ມີການຂົນສົ່ງຜ່ານເສັ້ນທາງບົກເຖິງ ນະຄອນໂຮຈິມິນ ເພື່ອອັດໃສ່ແກັດຕາມແບບຂອງພວກເຂົາ ແລ້ວສົ່ງອອກຂາຍຕໍ່ຕາມປະເທດເປົ້າໝາຍຂອງພວກເຂົາ.

ດັ່ງນັ້ນ, ເມື່ອຢັ້ງຢືນໄດ້ວ່າ: ນີ້ເປັນ ຂະບວນການຄ້າຂາຍຢາເສບຕິດ ຂະໜາດໃຫຍ່, ກົມຕຳຫຼວດສືບສວນ – ສອບສວນ ກ່ຽວກັບ ຢາເສບຕິດ ກະຊວງຕຳຫຼວດ ຈຶ່ງໄດ້ສ້າງສຳນວນຄະດີ ກຽມມ້າງລາຍຄະດີດັ່ງກ່າວ.

ຜ່ານການຕິດຕາມຂອງ ເຈົ້າໜ້າທີ່ ຈຶ່ງຮູ້ວ່າ:

  • ເປົ້າໝາຍທີ່ເປັນຕົວການ ໃນຂະບວນເຄື່ອນໄຫວຂົນສົ່ງຢາເສບຕິດ ລາຍໃຫຍ່ນີ້ ແມ່ນໜ້າທີ່ຂອງຜູ້ຊ່ວຍ ທີ່ຕິດແທດກັບ ຫົວໜ້າໃຫຍ່ທັງໝົດ ເພາະວ່າ ຮູບແບບການເຄື່ອນໄຫວ ແມ່ນແນບນຽນຫຼາຍ ແລະ ເມື່ອພວກກ່ຽວຖືກ ເຈົ້າໜ້າທີ່ ຈັບໄດ້ ກໍຈະບໍ່ມີຜົນກະທົບຫຍັງຕໍ່ພາກສ່ວນອ່ືນໆ ໃນເຄືອຂ່າຍຂົນສົ່ງຢາເສບຕິດ ລາຍອື່ນ.
1 ໃນສະມາຊິກ ກຸ່ມຄ້າຢາເສບຕິດຂ້າມຊາດ
1 ໃນສະມາຊິກ ກຸ່ມຄ້າຢາເສບຕິດຂ້າມຊາດ
  • ຂະບວນການເຄື່ອນໄຫວຄ້າຂາຍ – ຂົນສົ່ງ ສານເສບຕິດ ປະເພດເກຕາມິນ ຂອງກຸ່ມຄົນໄຕ້ຫວັນ ນີ້ ແມ່ນໄດ້ຖືກແບ່ງແຍກອອກເປັນຂັ້ນເປັນຕອນ ຢ່າງລະອຽດ ແລະ ຖືກນຳໃຊ້ຮູບແບບຕ່າງໆ ໃນການຊຸກເຊື່ອງ, ແອບແຝງ ແບບແຕກຕ່າງກັນໄປ.
  • ສະນັ້ນ, ທາງເຈົ້າໜ້າທີ່ຕຳຫຼວດ ຈຶ່ງໄດ້ຕິດຕາມເປົ້າໝາຍ ແລະ ຕິດຕາມການເຄື່ອນໄຫວຂອງພວກກ່ຽວ ທຸກບາດກ້າວ ເປັນເວລາເກືອບ 1 ເດືອນ ແຕ່ກໍຍັງບໍ່ສາມາດຮູ້ໄດ້ ຢ່າງລະອຽດ.

ທັ້ງນີ້, ເປົ້າໝາຍ 2 ຄົນ ທີ່ເປັນຄົນໄຕ້ຫວັນ ມັກເຂົ້າມາ ຫວຽດນາມ ໃນນາມເປັນນັກທ່ອງທ່ຽວ ແຕ່ການເດີນທາງເຂົ້າມາຂອງຜູ້ກ່ຽວ ແມ່ນເດີນທາງດ້ວຍລົດ; ພວກກ່ຽວທັງ 2 ມີຈຸດພິເສດຢູ່ໃນຮ່າງກາຍ ແມ່ນລາຍສັກໂຕເສືອທີ່ຂາເບື້ອງຊ້າຍ ເຊິ່ງເປັນຈຸດພິເສດທີ່ສຳຄັນ ໃນການຕິດຕາມເປົ້າໝາຍຂອງ ເຈົ້າໜ້າທີ່.

ທັງ 2 ຊື່ ທ້າວ ລິ້ວມິ້ງຢາງ ອາຍຸ 34 ປີ ແລະ ທ້າວ ຈູມິ້ງຈູນ ອາຍຸ 32 ປີ, ທັງ 2 ເປັນຄົນສັນຊາດໄຕ້ຫວັນ, ນີ້ເປັນ 2 ເປົ້າໝາຍຫຼັກ ທີ່ເຈົ້າໜ້າທີ່ຕັ້ງໄວ້ວ່າ ເປັນຕ່ອງໂສ້ທີ່ສຳຄັນ ໃນຂະບວນການຄ້າຢາເສບຕິດຂ້າມຊາດ ລາຍໃຫຍ່ທີ່ສຸດ ( ກຸ່ມຄ້າຢາເສບຕິດຂ້າມຊາດ ) .

ນອກນັ້ນ, ຍັງມີຂໍ້ມູນລາຍງານທີ່ສຳຄັນຕື່ມອີກວ່າ: ຫຼັງຈາກ ຜູ້ກ່ຽວເຂົ້າມາ ຫວຽດນາມ ແລ້ວ, ທັງ 2 ເປົ້າໝາຍນີ້ ຈະມຸ່ງໜ້າໄປທີ່ ນະຄອນໂຮ່ຈິມິນ ເພື່ອພົບກັບ ຜູ້ຍິງ 2 ຄົນ ທີ່ເປັນຄົນຫວຽດນາມ ຕົ້ນກຳເນີດໄຕ້ຫວັນ, ການພົບປະຂອງພວກກ່ຽວ ແມ່ນຈະຈັດຂຶ້ນທີ່ໂຮງແຮມ ເຂດຖະໜົນສາທາລະນະລັດ ເຂດເຕິ້ນບິ່ງ.

ເຈົ້າໜ້າທີ່ ເຂົ້າກວດສອບ ແຫຼ່ງສະສົມ ສານເສບຕິດ ຂອງພວກກ່ຽວ
ເຈົ້າໜ້າທີ່ ເຂົ້າກວດສອບ ແຫຼ່ງສະສົມ ສານເສບຕິດ ຂອງພວກກ່ຽວ

ຕາມແຫຼ່ງຂ່າວ ໃຫ້ຮູ້ອີກ ວ່າ:

ຜູ້ຍິງທັງ 2 ຄົນນັ້ນ ຊື່ ນາງ ຫງວຽນທິທູເວິ້ນ ອາຍຸ 36 ປີ ( ເປັນແຟນຂອງ ທ້າວ ຈູມິ້ງຈູນ ) ແລະ ນາງ ໂຕ້ຢາໝີ ອາຍຸ 33 ປີ ສັນຊາດໄຕ້ຫວັນ ຖືກພວກກ່ຽວຕິດຕໍ່ຈ້າງໃຫ້ມາເປັນ ຜູ້ແປພາສາ.

( ຕິດຕາມຕອນຕໍ່ໄປ… )