ລອບນໍາເຂົ້າຢາເສບຕິດ ໃນສິງກະໂປ ຍັງເພີ່ມຫຼາຍຂຶ້ນ

0
1754
ທ່ານ ເຄ ຊັນມູກຳ ລັດຖະມົນຕີ ກະຊວງຍຸຕິທຳ ແລະ ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສິງກະໂປ ກ່າວ ໃນວັນທີ 1 ສິງຫາ ທີ່ຜ່ານມາ ວ່າ:
ທ່ານ ເຄ ຊັນມູກຳ ລັດຖະມົນຕີ ກະຊວງຍຸຕິທຳ ແລະ ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສິງກະໂປ ກ່າວຕໍ່ບັນຫາ ລອບນໍາເຂົ້າຢາເສບຕິດ
ທ່ານ ເຄ ຊັນມູກຳ ລັດຖະມົນຕີ ກະຊວງຍຸຕິທຳ ແລະ ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສິງກະໂປ ກ່າວຕໍ່ບັນຫາ ລອບນຳເຂົ້າຢາເສບຕິດ

ຈຳນວນຜູ້ພະຍາຍາມ ລອບນໍາເຂົ້າຢາເສບຕິດ ຈາກຕ່າງປະເທດ ເພີ່ມຫຼາຍຂຶ້ນ ແຕ່ບໍ່ໄດ້ລະບຸວ່າ ເປັນຢາເສບຕິດປະເພດໃດ ແລະ ໄດ້ກ່າວເຖິງ ການປະຫານຊີວິດນັກໂທດ ເພີ່ມຂຶ້ນ ໃນປີຜ່ານມາວ່າ ສ່ວນໜຶ່ງເປັນເພາະມີການພັກໂທດປະຫານຊີວິດ ໃນໄລຍະຫຼາຍປີທີ່ຜ່ານມາ ລະຫວ່າງທີ່ ລັດຖະບານ ທົບທວນເລື່ອງ ໂທດປະຫານຊີວິດ.

ຊາວສິງກະໂປ ຍັງຄົງສົ່ງເສີມຈຸດຢືນຂອງລັດຖະບານ ຢ່າງແຂງຂັນ ໃນເລື່ອງ ການລົງໂທດປະຫານຊີວິດ ໃນຄະດີຢາເສບຕິດຮ້າຍແຮງ ເຖິງແມ່ນວ່າ ປະເທດເພື່ອນບ້ານ ເລີ່ມຫຼຸດມາດຕະການແລ້ວ ກໍຕາມ ເຊັ່ນ:

ໃນປີຜ່ານມາ, ສະພາມາເລເຊຍ ລົງມະຕິຍົກເລີກ ການບັງຄັບໃຊ້ກົດໝາຍ ວ່າດ້ວຍ ການປະຫານຊີວິດນັກໂທດ ໃນຄະດີຢາເສບຕິດ, ຂະນະທີ່ ບາງປະເທດອະນຸຍາດໃຫ້ໃຊ້ ກັນຊາ ທາງການແພດ ແລະ ງານວິໄຈ.

ໃນສິງກະໂປ ມີ ການປະຫານຊີວິດນັກໂທດ ທີ່ລັກລອບນຳເຂົ້າຢາເສບຕິດ
ໃນສິງກະໂປ ມີ ການປະຫານຊີວິດນັກໂທດ ທີ່ລັກລອບນຳເຂົ້າຢາເສບຕິດ

ທ່ານ ຊັນມູຈຳ ກ່າວວ່າ:

ສິງກະໂປ ເບິ່ງຕ່າງອອກໄປໃນເລື່ອງນີ້ ເພາະເຫັນວ່າ ປະເທດທີ່ໃຫ້ ກັນຊາ ເປັນສິ່ງຖືກກົດໝາຍ ມັກມີສະຖິຕິການກໍ່ອາຊະຍາກຳເພີ່ມຂຶ້ນ, ຄ່າປິ່ນປົວ ແລະ ຄ່າຢາ ແພງຂຶ້ນ ຢ່າງເຫັນໄດ້ຊັດເຈນ ຫຼາຍກວ່າ ພາສີທີ່ລັດ ຄາດຫວັງວ່າ ຈະໄດ້ຮັບຈາກການໃຫ້ ກັນຊາ ເປັນສິ່ງຖືກກົດໝາຍ.

ນອກຈາກນີ້, ຜົນກະທົບທາງສັງຄົມ ທີ່ເກີດຂຶ້ນກັບຊີວິດ ແລະ ຄອບຄົວຜູ້ເສບ ກໍເປັນການສູນເສຍ ຢ່າງຫຼວງຫຼາຍ.

ທັ້ງນີ້, ສິງກະໂປ ແຈ້ງວ່າ: ປີທີ່ຜ່ານມາ, ໄດ້ມີ ການປະຫານຊີວິດນັກໂທດ 13 ຄົນ ແລະ ເປັນນັກໂທດຄະດີຢາເສບຕິດ 11 ຄົນ.

ກັນຊາ
ກັນຊາ

ອົງການອະໄພຍະໂທດສາກົນ ລະບຸວ່າ: ເປັນຄັ້ງທຳອິດ ນັບຈາກປີ 2003 ທີ່ຈຳນວນຜູ້ຖືກແຂວນຄໍປະຫານຊີວິດ ໃນສິງກະໂປ ເຖິງຕົວເລກສອງຫຼັກ ສວນທາງກັບທົ່ວໂລກ ທີ່ມີການປະຫານຊີວິດຕໍ່າທີ່ສຸດ ໃນຮອບທົດສະວັດ.

ດ້ານກຸ່ມທະນາຍຄວາມ ເພື່ອເສລີພາບ ໃນມາເລເຊຍ ເປີດເຜີຍວ່າ:

ເດືອນທີ່ຜ່ານມາ, ສິງກະໂປ ບໍ່ຍອມຮັບຄຳຮ້ອງຂໍອະໄພຍະໂທດຂອງນັກໂທດ ( ໂດຍສະເພາະ ນັກໂທດ ລອບນໍາເຂົ້າຢາເສບຕິດ ) ຫຼາຍເຖິງ 10 ຄົນ ເຊິ່ງສະທ້ອນວ່າ ສິງກະໂປ ກຽມເດີນໜ້າປະຫານຊີວິດຕໍ່ໄປ.

ລອບນໍາເຂົ້າຢາເສບຕິດ ເປັນອີກບັນຫາໜຶ່ງ ທີ່ເພີ່ມຂຶ້ນຫຼາຍ ໃນສິງກະໂປ
ລອບນຳເຂົ້າຢາເສບຕິດ ເປັນອີກບັນຫາໜຶ່ງ ທີ່ເພີ່ມຂຶ້ນຫຼາຍ ໃນສິງກະໂປ