ສົ່ງກຳລັງທະຫານ - ຕຳຫຼວດ ໄປຊ່ວຍມອດໄຟປ່າ
ສົ່ງກຳລັງທະຫານ - ຕຳຫຼວດ ໄປຊ່ວຍມອດໄຟປ່າ

ເຈົ້າໜ້າທີ່ ບັນເທົາໄພພິບັດ ອິນໂດເນເຊຍ ເປີດເຜີຍ ໃນວັນທີ 31 ກໍລະກົດ ທີ່ຜ່ານມາ ວ່າ: ທາງການກຳລັງສົ່ງທະຫານ ແລະ ຕຳຫຼວດ ຫຼາຍພັນຄົນ ໄປຊ່ວຍມອດໄຟປ່າ ຫຼັງຈາກປະກາດສະຖານະການສຸກເສີນ ໃນ 6 ແຂວງ ຢູ່ເກາະສຸມາດຕຣາ ແລະ ເກາະກາລິມັນຕັນ ທີ່ເປັນພື້ນທີ່ສ່ວນໃຫຍ່ຂອງ ເກາະບໍນຽວ.

ເຈົ້າໜ້າທີ່ ອຸຕຸນິຍົມວິທະຍາ ລະບຸວ່າ:

ເກີດພາວະແຫ້ງແລ້ງ ໃນວົງກວ້າງ ເພາະປະກົດການເອວນີໂຢ ປານກາງ ແຊກເຂົ້າມາໃນລະດູຮ້ອນ ແລະ ແຫ້ງແລ້ງ ເຊິ່ງຄາດວ່າ ສະຖານະການ ຈະຮຸນແຮງທີ່ສຸດ ຕັ້ງແຕ່ກາງເດືອນສິງຫາ ຈົນເຖິງ ກາງເດືອນກັນຍາ.

ທາງດ້ານ ໂຄສົກ ສຳນັກງານບັນເທົາໄພພິບັດ ແຫ່ງຊາດ ແຈ້ງວ່າ: ເກີດຈຸດຄວາມຮ້ອນ ຫຼື ຮັອດສະປັອດ ເພີ່ມຂຶ້ນຢ່າງຕໍ່ເນື່ອງ ເຊິ່ງວັນທີ 31 ກໍລະກົດ ທົ່ວປະເທດພົບ ຮັອດສະປັອດ 124 ຈຸດ ທີ່ເຂັ້ມຂົ້ນຫຼາຍພໍທີ່ຈະບົ່ງຊີ້ວ່າ ເກີດໄຟປ່າ.

ລັດຖະບານອິນໂດເນເຊຍ ໄດ້ປະກາດສະຖານະການສຸກເສີນ ໃນ 6 ແຂວງ ປະກອບມີ:

ແຂວງຣີເຢົາ, ສຸມາດຕຣາໃຕ້, ຈຳບີ, ກາລິມັນຕັນຕາເວັນຕົກ, ກາລິມັນຕັນໃຕ້ ແລະ ກາລິມັນຕັນກາງ ເພາະມີປ່າຟຸ່ມກວ້າງຂວາງ ເກີດຈາກການສະສົມຂອງສານອິນຊີ ຈຶ່ງສ່ຽງເກີດໄຟປ່າໄດ້ງ່າຍ.

ທາງການສົ່ງກຳລັງເລີມອີກ 5.679 ຄົນ ໄປຊ່ວຍມອດໄຟປ່າ ເຊິ່ງມີທັງ ທະຫານ, ຕຳຫຼວດ ແລະ ເຈົ້າໜ້າທີ່ ຈາກສຳນັກງານບັນເທົາໄພພິບັດພາກພື້ນ. ນອກຈາກນີ້, ຍັງສົ່ງເຮືອບິນທີ່ສາມາດບັນທຸກນໍ້າມອດໄຟ ເຂົ້າໄປໃນພື້ນທີ່ດ້ວຍ; ຂະນະດຽວກັນ, ໄດ້ພະຍາຍາມສ້າງຝົນທຽມ ເພື່ອບັນເທົາໄຟປ່າ ແລະ ຄວາມເສຍຫາຍທີ່ຈະເກີດຂຶ້ນກັບ ຜົນຜະລິດທາງການກະສິກຳ.

ທັ້ງນີ້, ເຈົ້າໜ້າທີ່ ກະຊວງປະສານງານ ດ້ານການພັດທະນາມະນຸດ ແລະ ກິດຈະການວັດທະນະທຳ ເປີດເຜີຍວ່າ: ຊາວອິນໂດເນເຊຍ ເກືອບ 50 ລ້ານຄົນ ຈາກທັງໝົດ 260 ລ້ານຄົນ ກຳລັງປະສົບພາວະແຫ້ງແລ້ງ ໃນ 28 ແຂວງ ຈາກທັງໝົດ 34 ແຂວງ ທົ່ວປະເທດ.