ສູນສົ່ງເສີມຜະລິດຕະພັນລາວ ສະເໜີ 2 ຜະລິດຕະພັນໃໝ່ ເພື່ອສຸຂະພາບ

0
2019

ທ່ານ ຄໍາສິງ ສີຫາເທບ ເຈົ້າຂອງສູນສົ່ງເສີມ ຜະລິດຕະພັນລາວ ປອດສານພິດ ໄດ້ນໍາສະເໜີຜະລິດພັນໃໝ່ ອອກສູ່ສັງຄົມ ໃນວັນທີ 30 ກໍລະກົດພາຍໃຕ້ຄໍາຂວັນ “ທໍາມະຊາດປອດສານພິດ ເພື່ອສຸຂະພາບແຂງແຮງ ອາຍຸຍືນ” ກໍຄື: ຜະລິດຕະພັນເຫັດໝື່ນປີ 6+3 ແລະ ແປ້ງນົວປອດສານພິດ.

2 ຜະລິດຕະພັນໃໝ່ເພື່ອສຸຂະພາບ
2 ຜະລິດຕະພັນໃໝ່ເພື່ອສຸຂະພາບ

ທ່ານ ຄໍາສິງ ສີຫາເທບ ກ່າວວ່າ:

ປັດຈຸບັນນີ້, ທາງສູນແມ່ນມີຜະລິດຕະພັນໃໝ່ຕື່ມອີກ ຄື:

  • 1. ຜະລິດຕະພັນເຫັດໝື່ນປີ 6+3 ເປັນຜະລິດຕະພັນເດັ່ນຢູ່ໃນສູນ ໂດຍການຄັດເລືອກເອົາເຫັດ 6 ສາຍພັນຈາກທໍາ ມະຊາດ ໝາຍຄວາມວ່າ: ເຫັດໝື່ນປີ 6 ສາຍພັນ ບວກ 3 ປະເພດໂສມ ເຊກອງ, ໂສມຜາທີ ຊໍາເໜືອ, ຮາກອຽນດ່ອນ ປະສົມເຂົ້າກັນຖືໄດ້ວ່າ ເປັນສຸດຍອດຂອງສະໝຸນໄພ ແລະ ຢາພື້ນເມືອງລາວ ເພື່ອສຸຂະພາບທີ່ ແຂງແຮງ ເມື່ອຮັບປະທານຈະເຮັດ ໃຫ້ກິນເຂົ້າແຊບ-ນອນຫຼັບດີ;
  • 2. ຜະລິດຕະພັນແປ້ງນົວປອດສານພິດ ເຮັດຈາກຕົ້ນແປ້ງນົວ, ນໍ້າຕານແດງ, ແປ້ງເຂົ້າກໍ່າ, ເກືອທໍາມະຊາດ ແລະ ໄຂ່.
2 ຜະລິດຕະພັນໃໝ່ເພື່ອສຸຂະພາບ
2 ຜະລິດຕະພັນໃໝ່ເພື່ອສຸຂະພາບ

ນອກນັ້ນ, ຍັງໄດ້ປັບປຸງຄຸນນະພາບ ຂອງເຄື່ອງຮັບໃຊ້ຄົວເຮືອນ ເປັນຕົ້ນແມ່ນ ສະບູ, ຢາສະຜົມ, ໝາກຂີ້ຫູດ ແມ່ນມີການປັບປຸງສະຕິກເກີໃຫ້ຈົບ ງາມຂຶ້ນຕື່ມ ເຊິ່ງຜະລິດຕະພັນທັງ ໝົດນີ້ ແມ່ນຈໍາໜ່າຍໃນລາຄາຍ່ອມເຍົາ, ເໝາະສົມລັບທຸກເພດໄວ ໂດຍສະເພາະຜູ້ທີ່ຕ້ອງການຮັກສາສຸຂະພາບໃຫ້ແຂງແຮງຂຶ້ນຕື່ມ ແລະ ຕະຫຼອດໄລຍະ 20 ປີມານີ້, ສູນສົ່ງເສີມ ຜະລິດຕະພັນລາວ ປອດສານພິດ ໄດ້ມີ 5 ໝວດການຜະລິດ ຄື:

  • 1. ຜະລິດຕະພັນຮັບໃຊ້ຄົວເຮືອນຄື: ສະບູ,ຢາສະຜົມ, ນໍ້າຢາລ້າງຖ້ວຍ, ນໍ້າຢາຊັກຜ້າອື່ນໆ;
  • 2. ຜະລິດຕະພັນເພື່ອສຸຂະພາບ ມີຊາສະໝຸນໄພ 15 ຊະນິດ; ຢາແຄບຊູນທີ່ປຸງແຕ່ງສໍາເລັດ ແລ້ວ 20 ກວ່າຊະນິດ;
  • 3. ຜະລິດຕະ ພັນຮັບໃຊ້ກະສິກໍາ ປະເພດປຸຍອິນຊີ, ນໍ້າປ້ອງກັນສັດຕູພືດ;
  • 4. ຜະລິດຕະພັນຮັບໃຊ້ສະປານວດແຜນບູຮານປະເພດຄີມ-ນໍ້າມັນນວດ, ນໍ້າມັນງາ;
  • 5. ແມ່ນ ຜະລິດຕະພັນພະ ລັງງານຊີວະພາບ ເຊິ່ງຜ່ານມາກໍໄດ້ຮັບການຮ່ວມມືຈາກພໍ່-ແມ່ປະຊາຊົນ ຈຶ່ງເຮັດໃຫ້ສູນຍືນຍົງ ແລະ ມີ ທ່າຂະຫຍາຍໂຕ.
2 ຜະລິດຕະພັນໃໝ່ເພື່ອສຸຂະພາບ
2 ຜະລິດຕະພັນໃໝ່ເພື່ອສຸຂະພາບ

ສະຖານທີ່ຜະລິດ-ຈໍາໜ່າຍ ແມ່ນຕັ້ງຢູ່ຮ່ອມ 14 ບ້ານວຽງຈະເລີນ ເມືອງໄຊເສດຖາ ແລະ ອີກສະຖານທີ່ຈໍາໜ່າຍ ແມ່ນຕັ້ງຢູ່ບ້ານນາແຫ່-ສີໄຄ ເມືອງສີໂຄດຕະບອງ ກົງກັນຂ້າມກັບບໍລິສັດຂາຍລົດມາສດາ ເສັ້ນທາງ 13 ເໜືອ ຊື່ຮ້ານແມ່ນຮ້ານຄໍາຜາໂຊກ ສ່ວນເບີໂທລະສັບແມ່ນ 021 412 977, 020 5570 4709.