ຂໍ້ມູນທີ່ໄດ້ມາ ຖືວ່າບໍ່ຜິດພໍໜ້ອຍ, ເຊິ່ງໃນວັນທີ 10 ພຶດສະພາ 2019 ໄດ້ມີກຸ່ມເປົ້າໝາຍທີ່ເປັນຄົນໄຕ້ຫວັນ ຈ້າງ ຄົນຫວຽດນາມ ຈຳນວນໜຶ່ງ ໄປທີ່ສາງເກັບເຄື່ອງ ທີ່ເມືອງບິ່ງແຈງ ເພື່ອອັດ ສານເສບຕິດ ປະເພດເກຕາມິນ ເຂົ້າໃສ່ກະເປົາ; ເມື່ອໄດ້ຮັບການລາຍງານຂ່າວດັ່ງກ່າວ, ຄະນະຮັບຜິດຊອບລາຍຄະດີດັ່ງກ່າວ ຈຶ່ງວິເຄາະ ແລະ ຄາດວ່າ ພວກກ່ຽວຕ້ອງຫາວິທີຊຸກເຊື່ອງ ສານເສບຕິດ ທີ່ສະສົມມາ ໃສ່ໃນເຄື່ອງຈັກອັດນັ້ນ ແລະ ກຽມສົ່ງອອກ ໃນລັກສະນະເອົາເຄື່ອງຈັກນັ້ນ ອອກໄປຂາຍຕ່າງປະເທດ.

ສະນັ້ນ, ຫົວໜ້າກົມພາສີ ຈຶ່ງໄດ້ອອກຄຳສັ່ງໃຫ້ ພະນັກງານ ທີ່ເຮັດໜ້າທີ່ກວດກາສິ່ງເສບຕິດ ແບ່ງເປັນ 5 ຈຸ ແລະ ດຳເນີນການກວດສອບ ດ້ວຍ 3 ວິທີ ໂດຍມີການປະສານສົມທົບກັບພາກສ່ວນອື່ນອີກ.

ພ້ອມດຽວກັນນັ້ນ, ພົຈວ ຟາມວັນກາກ ຫົວໜ້າກົມຕຳຫຼວດສືບສວນ – ສອບສວນ ຄະດີຢາເສບຕິດ ກະຊວງຕຳຫຼວດ ໄດ້ເດີນທາງຈາກ ນະຄອນຫຼວງຮ່າໂນ້ຍ ເຖິງ ນະຄອນໂຮ່ຈິມິນ ເພື່ອລົງຊີ້ນຳການປະຕິບັດໜ້າທີ່ຂອງ ແຕ່ລະພາກສ່ວນ ໂດຍກົງ.

ສານເສບຕິດ ທີ່ເຈົ້າໜ້າທີ່ ກວດຢຶດໄດ້ ເປັນ ສານເສບຕິດ ປະເພດເກຕາມິນ
ສານເສບຕິດ ທີ່ເຈົ້າໜ້າທີ່ ກວດຢຶດໄດ້ ເປັນ ສານເສບຕິດ ປະເພດເກຕາມິນ

ມາຮອດເຊົ້າວັນທີ 11 ພຶດສະພາ 2019, ພະນັກງານ – ນັກຮົບ ນັບຫຼາຍຮ້ອຍຄົນ ທີ່ຂຶ້ນກັບ ກົມສືບສວນ – ສອບສວນ ກ່ຽວກັບ ຢາເສບຕິດ, ພະນັກງານ ກົມພາສີ, ຈຸກຳລັງຕຳຫຼວດປາບປາມຈະລາຈົນ, ບັນດາກຳລັງຕຳຫຼວດ ກຸ່ມບິ່ງເຕິ້ນ, ເຕິ້ນຟູ, ເມືອງບິ່ງແກງ ທີ່ຂຶ້ນກັບ ກອງບັນຊາການຕຳຫຼວດ ນະຄອນໂຮ່ຈິມິນ ພ້ອມດ້ວຍ ຕຳຫຼວດແຂວງບິ່ງເຢື້ອງ ໄດ້ຈັດຕັ້ງແບ່ງຈຸກັນອອກ ເພື່ອກຽມປະຕິບັດວຽກດຽວກັນ.

ສ່ວນພະນັກງານທີ່ເຝົ້າຕິດຕາມ ຢູ່ອ້ອມບໍລິເວນສາງເຄື່ອງຂອງພວກກ່ຽວ ໃນເມືອງບິ່ງແຈງ ແມ່ນບໍ່ໄດ້ເຄື່ອນຍ້າຍອອກຈາກຈຸດຕິດຕາມ ນັບເປັນເວລາຫຼາຍຊົ່ວໂມງ, ພົຈວ ຟາມວັນກາກ ແລະ ຫົວໜ້າກົມພາສີ ນະຄອນໂຮ່ຈິມິນ ກໍບໍ່ໄດ້ຫ່າງໄກຈາກການຕິດຕາມ ແລະ ບັນຊາ ເຊັ່ນດຽວກັນ, ເພາະເປັນຄະດີທີ່ຫຼາຍພາກສ່ວນ ໄດ້ຕິດຕາມມາເກືອບ 1 ປີ; ສະນັ້ນ, ເຮັດແນວໃດ ກໍຕ້ອງມ້າງ ຄະດີດັ່ງກ່າວນີ້ ໃຫ້ສຳເລັດ.

ເປົ້າໝາຍນຳຈັບມີຈຳນວນ 4 ຄົນ ເຊິ່ງເປັນຄົນໄຕ້ຫວັນ
ເປົ້າໝາຍນຳຈັບມີຈຳນວນ 4 ຄົນ ເຊິ່ງເປັນຄົນໄຕ້ຫວັນ

ມາຮອດຄ້າຍແລງຂອງວັນດຽວກັນ, ໃນຂະນະທີ່ ລົດຕູ້ 7 ບ່ອນນັ່ງ ແລ່ນເຂົ້າໄປທີ່ສະຖານທີ່ – ທີ່ເປັນສາງເກັບມ້ຽນເຄື່ອງຂອງພວກກ່ຽວ ຜູ້ບັນຊາ ກໍອອກຄຳສັ່ງໃຫ້ເຂົ້າຈັບກຸມ ແລະ ກວດຄົ້ນສະຖານທີ່ທັນທີ; ຈາກນັ້ນ, ພະນັກງານຈາກຫຼາຍພາກສ່ວນ ທີ່ກຽມລໍຖ້າຄຳສັ່ງ ກໍພ້ອມກັນບຸກເຂົ້າທຸກດ້ານ ຈຶ່ງເຮັດໃຫ້ທຸກຄົນທີ່ຢູ່ໃນສະຖານທີ່ດັ່ງກ່າວ ບໍ່ທັນໄດ້ຮູ້ຕົວ.

ຜ່ານການກວດຄົ້ນ ໃນສະຖານທີ່ດັ່ງກ່າວ, ເຈົ້າໜ້າທີ່ ກວດພົບ ສານເສບຕິດ ປະເພດເກຕາມິນ ໜັກ 500 ກິໂລກຼາມ ທີ່ຖືກ ພວກກ່ຽວເກັບຮັກສາໄວ້ໃນຖົງຢາງ ຊຸກເຊື່ອໄວ້ໃນກະເປົາເດີນທາງ ແລະ ດັດແປງສະພາບລົດ ເພື່ອເຊື່ອງກະເປົາເຫຼົ່ານັ້ນໄວ້ ຢ່າງບໍ່ໜ້າສົງໄສ, ເຈົ້າໜ້າທີ່ ໄດ້ກັກຕົວ ບັນດາເປົ້າໝາຍ ທີ່ຢູ່ໃນສະຖານທີ່ນີ້ ເຊິ່ງລ້ວນແຕ່ແມ່ນ ຕົວຫຼັກຂອງເປົ້າໝາຍ ຊື່ ຈູມິ້ງຈູນ.

ສ່ວນ ພະນັກງານຈຸອື່ນໆ ກໍເລີ່ມທະຍອຍ ປະຕິບັດຕາມຄຳສັ່ງຂອງຂັ້ນເທິງ ເຊັ່ນ:

  • ທີ່ໂຮງແຮມ V.H ຖະໜົນສາທາລະນະລັດ ເຂດເຕິ້ນບິ່ງ, ເຈົ້າໜ້າທີ່ ໄດ້ເຂົ້າຈັບຕົວ ທ້າວ ລິ້ວມິ້ງຢາງ ເຊິ່ງເປັນເປົ້າໝາຍຕົວການໃຫຍ່ ໃນການບັນຊາການເຄື່ອນໄຫວຂົນສົ່ງຢາເສບຕິດ ລາຍໃຫຍ່ນີ້;
  • ທີ່ເຮືອນຂອງອີກໜຶ່ງເປົ້າໝາຍ ໃນເຂດຖະໜົນຖ້ວຍຫງັອກເຫົ່າ ຄຸ້ມຟູແຫ້ງ ເຂດເຕິ້ນຟູ, ເຈົ້າໜ້າທີ່ ກໍໄດ້ເຂົ້າຈັບຕົວ ນາງ ຫງວຽນທິທູເວິນ ແລະ ອີກເປົ້າໝາຍ ຊື່ ທ້າວ ໂຕ້ຢາມີ ທີ່ທາງເຈົ້າໜ້າທີ່ເຂົ້າຈັບຕົວ ຢູ່ເຮືອນ ເຂດເຈິ່ນຟູ, ຄຸ້ມ 6.
ລົດທີ່ພວກກ່ຽວ ໃຊ້ໃນການຂົນສົ່ງ ສານເສບຕິດ ປະເພດເກຕາມິນ
ລົດທີ່ພວກກ່ຽວ ໃຊ້ໃນການຂົນສົ່ງ ສານເສບຕິດ ປະເພດເກຕາມິນ

ພົຈວ ຟາມວັນກາກ ຫົວໜ້າກົມຕຳຫຼວດສືບສວນ – ສອບສວນ ກ່ຽວກັບ ຄະດີອາຍາ ກະຊວງຕຳຫຼວດ ໃຫ້ຮູ້ວ່າ:

ຈຳນວນສານເຄຕາມິນ ທີ່ສາມາກວດຢຶດມາໄດ້ ມີຈຳນວນຫຼາຍທີ່ສຸດ ແລະ ເວົ້າໄດ້ວ່າ ເປັນຈຳນວນທີ່ຫຼາຍກ່ອນໝູ່ ເທົ່າທີ່ເຄີຍກວດຢຶດໄດ້ ຈາກຄະດີຢາເສບຕິດອື່ນໆທີ່ເຄີຍມ້າງສຳເລັດ ຜ່ານມາ, ເຊິ່ງມູນຄ່າຂອງຈຳນວນ ສານເສບຕິດ ປະເດເຄຕາມິນ ດັ່ງກ່າວນີ້ ແມ່ນມີປະມານ 500 ຕື້ດົ່ງ.

ສານເສບຕິດ ປະເພດເກຕາມິນ ແມ່ນຊະນິດທີ່ມີລາແພງຫຼາຍເທົ່າ ເມື່ອທຽບໃສ່ ຢາເສບຕິດ ປະເພດຢາໄອສ໌ ເຊັ່ນວ່າ: ຢາໄອສ໌ 1 ກິໂລກຼາມ ຄິດເປັນເງິນປະມານ 200 ລ້ານດົ່ງ ແຕ່ ສານເສບຕິດ ປະເພດເກຕາມິນ ແມ່ນເກືອບ 1 ຕື້ດົ່ງ; ນີ້ເປັນພຽງລາຄາໃນທ້ອງຕະຫຼາດ ໃນປະເທດເທົ່ານັ້ນ, ເພາະຖ້າຫາກຖືກສົ່ງອອກໄປຮອດ ປະເທດທີ 3 ແລ້ວ ລາຄາຂອງມັນ ຈະເພີ່ມຂຶ້ນອີກຫຼາຍເທົ່າ.

ຈັບກຸມ ກຸ່ມຄ້າຢາເສບຕິດຂ້າມຊາດ ພ້ອມຂອງກາງ 500 ກິໂລກຼາມ
ຈັບກຸມ ກຸ່ມຄ້າຢາເສບຕິດຂ້າມຊາດ ພ້ອມຂອງກາງ 500 ກິໂລກຼາມ

ການເຮັດວຽກຕິດຕາມ ການເຄື່ອນໄຫວຂອງພວກກ່ຽວ ເປັນເວລາແກ່ຍາວເກືອບ 1 ປີ, ເຊິ່ງເຮັດໃຫ້ ເຈົ້າໜ້າທີ່ທຸກພາກສ່ວນກ່ຽວຂ້ອງ ພົບກັບ ຄວາມຫຍຸ້ງຍາກຫຼາຍຢ່າງ ແລະ ມີບາງຄັ້ງ ການເຮັດວຽກຂອງເຈົ້າໜ້າທີ່ ກໍຮູ້ສຶກວ່າ:

ເດີນທາງພົບທາງຕັນ ແຕ່ຍ້ອນໄດ້ຮັບ ການຊີ້ນຳບັນຊາ ຢ່າງໃກ້ຊິດຂອງຂັ້ນເທິງ, ຄະນະຮັບຜິດຊອບລາຍຄະດີດັ່ງກ່າວ ຈຶ່ງມີຄວາມຕັດສິນໃຈສູງ ໃນການພະຍາຍາມມ້າງໃຫ້ສຳເລັດ ໂດຍບໍ່ປ່ອຍໃຫ້ຄົນປະເທດອື່ນເບິ່ງ ປະເທດຫວຽດນາມ ເປັນໄດ້ພຽງທາງຜ່ານຂອງ ຢາເສບຕິດ ຢ່າງເດັດຂາດ.

ບັນດາເປົ້າໝາຍ ທີ່ກໍ່ອາຊະຍາກຳ ໂດຍນຳໃຊ້ຫຼາຍຮູບແບບເຂົ້າມາເຄື່ອນໄຫວ ໂດຍສະເພາະແມ່ນ ຜູ້ກະທຳຜິດ ຈະເປັນຄົນຕ່າງປະເທດ ໂດຍເລືອກເອົາ ປະເທດຫວຽດນາມ ເປັນສູນການຂົນສົ່ງຢາເສບຕິດ; ເຊິ່ງບັນດາເປົ້າໝາຍເຫຼົ່ານີ້ ເປັນເປົ້າໝາຍທີ່ມີການຄິດໄລ່, ມີການສຳຫຼວດໜູນໃຊ້ພູມມີປະເທດ, ວາງແຜນການນຳສົ່ງ ສິ່ງຜິດກົດໝາຍ ເຂົ້າມາ ດ້ວຍຫຼາຍຮູບການຕາມສະພາບ ແລະ ເງື່ອນໄຂຂອງພູມມີພາກນັ້ນ.

1 ໃນສະມາຊິກ ກຸ່ມຄ້າຢາເສບຕິດຂ້າມຊາດ
1 ໃນສະມາຊິກ ກຸ່ມຄ້າຢາເສບຕິດຂ້າມຊາດ

ແຕ່ຖ້າຫາກ ເຈົ້າໜ້າທີ່ລັດທຸກພາກສ່ວນ ເວົ້າລວມ, ເວົ້າສະເພາະແມ່ນ ເຈົ້າໜ້າທີ່ສືບສວນ – ສອບສວນ ຄະດີຢາເສບຕິດ ເອົາໃຈໃສ່ປະສານສົມທົບກັບ ຫຼາຍພາກສ່ວນທີ່ກ່ຽວຂ້ອງ ແລະ ມີຄວາມເປັນໜຶ່ງອັນດຽວກັນ ໃນການປະຕິບັດໜ້າທີ່ ເຊື່ອແນ່ວ່າ ຈະບໍ່ມີດິນໃຫ້ກຸ່ມຄົນບໍ່ດີ ໄດ້ດຳເນີນການກະທຳຜິດ ຢ່າງແນ່ນອນ.