ຄວາມຫຍຸ້ງຍາກອີກຢ່າງໜຶ່ງຂອງ ຄະນະຮັບຜິດຊອບ ມ້າງລາຍຄະດີດັ່ງກ່າວນີ້ ແມ່ນບໍ່ສາມາດນຳໃຊ້ ວັດຖຸອຸປະກອນເຕັກນິກ ເຂົ້າໃນການຕິດຕາມ ການເຄື່ອນໄຫວຂອງກຸ່ມດັ່ງກ່າວ ໄດ້ຄືກັບ ບັນດາລາຍຄະດີຢາເສບຕິດອື່ນ ທີ່ຜ່ານມາ; ນັ້ນກໍເພາະວ່າ ຂະບວນການຂົນສົ່ງຢາເສບຕິດ ກຸ່ມນີ້, ພວກເຂົາໄດ້ມີການນຳໃຊ້ ການສື່ສານແບບທັນສະໄໝ ເຊັ່ນ: ໂທລົມກັນ ຜ່ານອິນເຕີເນັດ ແລະ ເຖິງວ່າ ບັນດາເຄືອຂ່າຍ ທີ່ເປັນທີມງານຂົນສົ່ງຂອງພວກກ່ຽວ ຈະບໍ່ຮູ້ຈັກກັນມາກ່ອນ ກໍຕາມ, ແຕ່ ການເຄື່ອນໄຫວຂົນສົ່ງ ມາເຖິງຈຸດເປົ້າໝາຍຂອງພວກເຂົາ ແມ່ນຖືກດຳເນີນຕາມຮູບແບບ ແລະ ຂັ້ນຕອນຂອງ ຜູ້ບັນຊາ ຂອງພວກເຂົາ ຢ່າງເຂັ້ມງວດ.

ດັ່ງນັ້ນ, ມັນຈຶ່ງບັງຄັບໃຫ້ ຄະນະຮັບຜິດຊອບລາຍຄະດີດັ່ງກ່າວ ຕ້ອງໄດ້ແຕ່ງຕັ້ງ ພະນັກງານຕິດຕາມ ການເຄື່ອນໄຫວຂອງພວກກ່ຽວ ທຸກບາດກ້າວ ເພື່ອເກັບກຳຂໍ້ມູນຫຼັກຖານ ນັບແຕ່ ຜູ້ເປັນສະໝຸນນ້ອຍໆ.

ຂະບວນການຂົນສົ່ງຢາເສບຕິດ ທີ່ຖືກຈັບກຸມ ມີຈຳນວນ 4 ຄົນ ເຊິ່ງເປັນຄົນໄຕ້ຫວັນ
ຂະບວນການຂົນສົ່ງຢາເສບຕິດ ທີ່ຖືກຈັບກຸມ ມີຈຳນວນ 4 ຄົນ ເຊິ່ງເປັນຄົນໄຕ້ຫວັນ
ຕະຫຼອດໄລຍະທາງ ແຕ່ແຂວງກວາງນິ້ງ ຮອດ ນະຄອນໂຮ່ຈິມິນ, ທາງຄະນະຮັບຜິດຊອບລາຍຄະດີ ໄດ້ແຕ່ງຕັ້ງພະນັກງານຫຼາຍຈຸ ຕິດຕາມເປັນຈຸດໆ ແລະ ກໍສາມາດຮູ້ໄດ້ວ່າ:

ຂະບວນການຂົນສົ່ງຢາເສບຕິດ ຂອງພວກເຂົາ ແມ່ນມີການປ່ຽນລົດຕະຫຼອດທາງ ແລະ ລົດທີ່ພວກເຂົານຳໃຊ້ ໃນການຂົນສົ່ງ ແມ່ນຖືກດັດແປງໃຫ້ເປັນລົດຂົນສົ່ງເຄື່ອງຂອງ ບັນດາຮ້ານຄ້າ ແລະ ຫ້າງສັບພະສິນຄ້າຕ່າງໆ ເພື່ອຫຼົບຫຼີກຈາກສາຍຕາຂອງ ເຈົ້າໜ້າທີ່ຕຳຫຼວດ.

ສານເສບຕິດ ປະເພດເກຕາມິນ ຖືກພວກເຂົາຫຸ້ມຫໍ່ດ້ວຍຖົງຢາງພລາສຕິກ ແລ້ວນຳເຂົ້າຖັງຢາງຂະໜາດໃຫຍ່ ທີ່ກຽມໄວ້ເທິງລົດແກ່ເຄື່ອງ, ຖ້າກໍລະນີ ຖືກ ເຈົ້າໜ້າທີ່ຕຳຫຼວດຈະລາຈອນ ກວດເບິ່ງ ກໍໃຫ້ຜ່ານໄປແບບງ່າຍໆ ເພາະວ່າ ກິ່ນຂອງສານເສບຕິດ ຊະນິດດັ່ງກ່າວ ມີກິ່ນເໝັນຄືດັ່ງປາຕາຍ.

ຂະບວນການຂົນສົ່ງຢາເສບຕິດ ກຸ່ມນີ້ ຈະໃຊ້ວິທີການທີ່ແນບນຽນຫຼາຍ ໂດຍການປ່ຽນໂຊເຟີຂັບລົດ ເປັນໄລຍະໆຕະຫຼອດທາງ
ຂະບວນການຂົນສົ່ງຢາເສບຕິດ ກຸ່ມນີ້ ຈະໃຊ້ວິທີການທີ່ແນບນຽນຫຼາຍ ໂດຍການປ່ຽນໂຊເຟີຂັບລົດ ເປັນໄລຍະໆຕະຫຼອດທາງ
  • ການເດີນທາງເຄື່ອນຍ້າຍ – ຂົນສົ່ງ ສານເສບຕິດດັ່ງກ່າວ, ພວກເຂົາໄດ້ແບ່ງຈຸດຈອດລົດ ເພື່ອປ່ຽນໂຊເຟີຂັບລົດເປັນໄລຍະ ຕາມການກຳນົດ ຜູ້ຈະປ່ຽນຂັບຄົນຕໍ່ໄປນັ້ນ ແມ່ນບໍ່ຮູ້ຈັກກັນມາກ່ອນ ພຽງແຕ່ມີໜ້າທີ່ຂັບໄປຮອດຈຸດທີ່ກຳນົດໄວ້ ແລ້ວກໍຈະມີໂຊເຟີອີກຄົນລໍຖ້າຂັບຕໍ່ໄປອີກ.
  • ສຳລັບ, ສາງເກັບມ້ຽນ – ສະສົມ ສານເສບຕິດ ທີ່ສົ່ງມາຮອດ ພວກເຂົາຈະເລືອກເຊົ່າສະຖານທີ່ບ່ອນໄກຄົນອາໄສ, ພວກກ່ຽວໄດ້ຕິດຕັ້ງກ້ອງວົງຈອນປິດ ທົ່ວທຸກມູມຂອງສາງ; ສະນັ້ນ, ພຽງແຕ່ມີຫຍັງຜິດປົກກະຕິ ຫຼື ມີຄົນແປກໜ້າເຂົ້າມາໃກ້ ພວກເຂົາກໍຈະຮູ້ຕົວທັນ ແລະ ປ່ຽນເອົາເຄື່ອງໄປລົງສາງອື່ນ.

ສ່ວນເປົ້າໝາຍທີ່ເປັນ ຫົວໂປ່ໂຕການ ທີ່ຄອຍຊີ້ນຳ ຂະບວນການຂົນສົ່ງຢາເສບຕິດ ລາຍນີ້, ສ່ວນຫຼາຍ ພວກເຂົາຈະບໍ່ສະແດງຕົວ ແລະ ບໍ່ອອກມາປະກົດຕົວໃຫ້ໃຜເຫັນ ໂດຍສະເພາະໃນຂະນະທີ່ ເຈົ້າໜ້າທີ່ ມ້າງລາຍຄະດີຢາເສບຕິດ ລາຍໃຫຍ່ອື່ນໆ ໃນເຂດນະຄອນໂຮ່ຈິມິນ ແລະ ບັນດາແຂວງອ້ອມຂ້າງ; ເພາະສະນັ້ນ, ການຕິດຕາມເກັບກຳຂໍ້ມູນ ກ່ຽວກັບ ຜູ້ເປັນຫົວໜ້າໃຫຍ່ ແລະ ມັນເຮັດໃຫ້ ເຈົ້າໜ້າທີ່ພວກເຮົາ ພົບຄວາມຫຍຸ້ງຍາກພໍສົມຄວນ.

ເຈົ້າໜ້າທີ່ ເຂົ້າກວດສອບ ແຫຼ່ງສະສົມ ສານເສບຕິດ ຂອງພວກກ່ຽວ
ເຈົ້າໜ້າທີ່ ເຂົ້າກວດສອບ ແຫຼ່ງສະສົມ ສານເສບຕິດ ຂອງພວກກ່ຽວ

ແຕ່ໂຊກດີ ຄະດີດັ່ງກ່າວນີ້, ກໍກຳລັງຖືກ ກົມພາສີ ນະຄອນໂຮ່ຈິມິນ ຂຶ້ນບັນຊີຕິດຕາມເປົ້າໝາຍ ຕໍ່ກັບການເຄື່ອນໄຫວຂອງພວກກ່ຽວ ເຊັ່ນດຽວກັນ.

ເຊິ່ງຜ່ານການຕິດຕາມ ຂະບວນການຂົນສົ່ງຢາເສບຕິດ ດັ່ງກ່າວ, ທ່ານ ດິ່ງຫງັອກຖັງ ຫົວໜ້າກົມພາສີ ນະຄອນໂຮ່ຈິມິນ ກໍໄດ້ໃຫ້ຮູ້ ວ່າ:

ເປັນເວລາ 6 ເດືອນ ທີ່ ກົມພາສີ ໄດ້ຕິດຕາມ ການເຄື່ອນໄຫວຂອງກຸ່ມດັ່ງກ່າວ; ເຊິ່ງການເຄື່ອນໄຫວຂອງກຸ່ມນີ້ ແມ່ນຮັບຂົນສົ່ງສິນຄ້າຈາກຫຼາຍປະເທດ ເຂົ້າມາລວມສູນທີ່ ນະຄອນໂຮ່ຈິມິນ, ເຄື່ອງສິນຄ້າທີ່ພວກກ່ຽວ ຮັບຂົນສົ່ງເຂົ້າມາ ສ່ວນຫຼາຍຈະເປັນສິນຄ້າ ຫຼື ເຄື່ອງປະເພດ ເປັນຖັງ – ເປັນແກັດ ແລະ ຜູ້ອອກຊື່ ເປັນເຈົ້າຂອງເຄື່ອງດັ່ງກ່າວ ສ່ວນຫຼາຍ ເປັນຄົນໄຕ້ຫວັນ.

ຈາກຂໍ້ມູນທີ່ສາມາດເກັບກຳໄດ້ນັ້ນ, ເຈົ້າໜ້າທີ່ ກົມພາສີ ຈຶ່ງໄດ້ປະສານສົມທົບກັບ ເຈົ້າໜ້າທີ່ຕຳຫຼວດ ກົມສືບສວນ – ສອບສວນ ກ່ຽວກັບ ຢາເສບຕິດ ເພື່ອດຳເນີນການຕິດຕາມ ແລະ ແກ້ໄຂ ການລັກລອບເຄື່ອນໄຫວກະທຳຜິດຂອງ ພວກກ່ຽວ ໃຫ້ຖືກຕ້ອງຕາມລະບຽບກົດໝາຍ.

ຕໍ່ມາ ໃນເດືອນມີນາ 2019, ທ້າວ ລິ້ວມິ້ງຢາງ ແລະ ທ້າວ ຈູມິ້ງຈູນ ໄດ້ເດີນທາງເຂົ້າມາ ປະເທດຫວຽດນາມ ໂດຍຜ່ານ ດ່ານສາກົນ ມອງກາຍ ແລະ ການເຂົ້າມາຄັ້ງນີ້ຂອງ ພວກກ່ຽວ ໄດ້ນຳອຸປະກອນໜີບອັດແທ່ງ ຢາເສບຕິດ ມານຳ ຈຳນວນ 4 ເຄື່ອງ; ຈາກນັ້ນ, ພວກກ່ຽວ ໄດ້ນຳເຂົ້າໄປທີ່ ນະຄອນໂຮ່ຈິມິນ, ເຄື່ອງອັດທັງ 4 ເຄື່ອງ ຖືກພວກເຂົາ ນຳເຂົ້າໄປໃນເຮືອນແຫ່ງໜຶ່ງ ເຂດຖະໜົນບິ່ງຮຶງ A ທີ່ເປັນບ່ອນສາງເກັບມ້ຽນເຄື່ອງຂອງ ພວກເຂົາ.

ເມື່ອຜ່ານການຕິດຕາມຂອງ ເຈົ້າໜ້າທີ່ ຈຶ່ງຮູ້ວ່າ: ຄວາມຈິງແລ້ວ, ສະຖານທີ່ດ່ັ່ງກ່າວ ແມ່ນອອກຊ່ື ນາງ ເວິນ ແຟນສາວຂອງ ທ້າວ ຈູນ ເປັນຄົນເຊົ່າໄວ້.

1 ໃນສະມາຊິກ ກຸ່ມຄ້າຢາເສບຕິດຂ້າມຊາດ
1 ໃນສະມາຊິກ ກຸ່ມຄ້າຢາເສບຕິດຂ້າມຊາດ

ຢູ່ມາບໍ່ດົນ, ສາງເຄື່ອງດັ່ງກ່າວນີ້ ພວກເຂົາ ໄດ້ຢຸດເຊົາ ການເຄື່ອນໄຫວ ແລະ ໄດ້ຍ້າຍໄປສະຖານທີ່ອື່ນ ຢູ່ທີ່ຖະໜົນລຽນ ເຂດ 2 – 3 – 4, ຕາແສງວິງລົກ, ເມືອງບິ່ງແຈງ; ເມື່ອສາມາດຮູ້ວ່າ ກຸ່ມເປົ້າໝາຍດັ່ງກ່າວ ຍ້າຍສະຖານທີ່ພັກ ແລະ ຕັ້ງເປັນສາງໃໝ່, ຈຶ່ງຄາດການໄດ້ວ່າ ຈະມີການຂົນສົ່ງ ສານເສບຕິດຈຳນວນຫຼາຍ ເຂົ້າມາອີກ.

ຈັບກຸມ ກຸ່ມຄ້າຢາເສບຕິດຂ້າມຊາດ ພ້ອມຂອງກາງ 500 ກິໂລກຼາມ
ຈັບກຸມ ກຸ່ມຄ້າຢາເສບຕິດຂ້າມຊາດ ພ້ອມຂອງກາງ 500 ກິໂລກຼາມ

ການຂົນສົ່ງ ສານເສບຕິດ ປະເພດດັ່ງກ່າວ, ພວກເຂົາຈະນຳເຂົ້າຈາກ ຕ່າງປະເທດ ມາທີ່ ນະຄອນໂຮ່ຈິມິນ ແລ້ວສົ່ງອອກໄປຈຳໜ່າຍທີ່ ປະເທດທີ 3; ສະນັ້ນ, ຜ່ານການຕິດຕາມ ແລະ ເກັບກຳຂໍ້ມູນ – ຫຼັກຖານແລ້ວ ກົມພາສີ ໄດ້ສົມທົບກັບ ກຳລັງຕຳຫຼວດ ກົມສືບສວນ – ສອບສວນ ກ່ຽວກັບ ຢາເສບຕິດ ກະຊວງຕຳຫຼວດ ເພື່ອດຳເນີນການປາບປາມ ການເຄື່ອນໄຫວຂອງ ຂະບວນການນີ້.

( ຕິດຕາມຕອນຕໍ່ໄປ… )