ສະຫາຍ ພົງສະຫວັນ ສິດທະວົງ ແລະ  ສະຫາຍ ບຸນລ້ວນ ຊົມສີຫາປັນຍາ
ເຂົ້າຮ່ວມ-ເປັນປະທານໃນກອງປະຊຸມຄົບຄະນະບໍລິຫານງານພັກ ເມືອງຊຽງຮ່ອນ
ສະຫາຍ ພົງສະຫວັນ ສິດທະວົງ ແລະ ສະຫາຍ ບຸນລ້ວນ ຊົມສີຫາປັນຍາ
ເຂົ້າຮ່ວມ-ເປັນປະທານໃນກອງປະຊຸມຄົບຄະນະບໍລິຫານງານພັກ ເມືອງຊຽງຮ່ອນ

ກອງປະຊຸມຄົບຄະນະບໍລິຫານງານພັກ ເມືອງຊຽງຮ່ອນ ແຂວງໄຊຍະບູລີ ຄັ້ງທີ 15 ສະໄໝທີ VI ໄດ້ໄຂຂຶ້ນໃນວັນທີ 31 ກໍລະກົດ ຫາ 1 ສິງຫາ 2019; ໂດຍມີ ສະຫາຍ ພົງສະຫວັນ ສິດທະວົງ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງໆໄຊຍະບູລີ, ມີບັນດາຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ເລຂາຄະນະພັກຮາກຖານ, ເລຂາໜ່ວຍພັກບັນດາຫ້ອງການ, ກົມກອງ, ອົງການ, ລັດວິສາຫະກິດ ແລະ ບ້ານອ້ອມຂ້າງເມືອງເຂົ້າຮ່ວມ.

ແຂກຮັບເຊີນເຂົ້າຮ່ວມກອງປະຊຸມຄົບຄະນະບໍລິຫານງານພັກ ເມືອງຊຽງຮ່ອນ
ແຂກຮັບເຊີນເຂົ້າຮ່ວມກອງປະຊຸມຄົບຄະນະບໍລິຫານງານພັກເມືອງຊຽງຮ່ອນ

ໃນກອງປະຊຸມ, ສະຫາຍ ບຸນລ້ວນ ຊົມສີຫາປັນຍາ ກໍາມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງໆຊຽງຮ່ອນ ໄດ້ກ່າວໃນໂອກາດເປີດກອງປະຊຸມ ຄັ້ງນີ້ວ່າ: ກອງປະຊຸມຄັ້ງນີ້ບໍ່ພຽງແຕ່ເປັນການສະຫຼຸບຕີລາຄາໃຫ້ເຫັນດ້ານດີ, ດ້ານອ່ອນໃນໄລຍະຜ່ານມາເທົ່ານັ້ນ; ສໍາຄັນແມ່ນເປັນ ການຕີລາຄາຄວາມຮັບຜິດຊອບການເມືອງຂອງອົງຄະນະພັກ, ໃນການຊີ້ນໍາ-ນໍາພາການຈັດຕັ້ງປະຕິບັດບັນດານິຕິກໍາຕ່າງໆ ລົງສູ່ສັງຄົມໃຫ້ມີຜົນສໍາເລັດເປັນກ້າວໆ. ພ້ອມນີ້, ຜູ້ແທນກອງປະຊຸມຈະໄດ້ເປັນເອກະພາບຮ່ວມກັນກໍານົດທິດທາງ, ຈຸດໝາຍສູ້ຊົນແຕ່ລະດ້ານໃຫ້ກາຍເປັນແນວທາງ, ນະໂຍບາຍລວມຂອງເມືອງ ເພື່ອເປັນພື້ນຖານໃຫ້ແກ່ການດໍາເນີນກອງປະຊຸມໃຫຍ່ ຄັ້ງທີ VII ຂອງອົງຄະນະພັກເມືອງໃນທ້າຍປີ 2019 ນີ້.

ແຂກຮັບເຊີນເຂົ້າຮ່ວມກອງປະຊຸມຄົບຄະນະບໍລິຫານງານພັກ ເມືອງຊຽງຮ່ອນ
ແຂກຮັບເຊີນເຂົ້າຮ່ວມກອງປະຊຸມຄົບຄະນະບໍລິຫານງານພັກເມືອງຊຽງຮ່ອນ

ໂດຍລວມແລ້ວ ເສດຖະກິດຂອງເມືອງຊຽງຮ່ອນ ແມ່ນມີການຂະຫຍາຍຕົວຢ່າງຕໍ່ເນື່ອງຢູ່ໃນລະດັັບ 15,33%, ລວມຍອດມູນຄ່າຜົນຜະລິດພາຍໃນບັນລຸ 532,49 ຕື້ກີບ; ສະເລ່ຍໃສ່ຫົວຄົນໜຶ່ງໄດ້ 2.057 ໂດລາສະຫະລັດ, ໂຄງປະກອບເສດຖະກິດໄດ້ຫັນປ່ຽນໄປຕາມທິດອຸດສາຫະກໍາ ແລະ ທັນສະໄໝ, ເຊິ່ງສະແດງອອກ: ກະສິກໍາເພີ່ມຂຶ້ນ 12,35%, ອຸດສາຫະກໍາເພີ່ມຂຶ້ນ 14,68% ແລະ ການບໍລິການເພີ່ມຂຶ້ນ 24,89%, ການສົ່ງອອກສິນຄ້າໄປຕ່າງປະເທດບັນລຸ 3,94 ລ້ານໂດລາສະຫະລັດ, ມູນຄ່ານໍາເຂົ້າສິນຄ້າຈາກຕ່າງປະເທດແມ່ນ 145 ພັນກວ່າໂດລາສະຫະລັດ.

ໂອກາດນີ້, ສະຫາຍ ບຸນລ້ວນ ຊົມສີຫາປັນຍາ ໄດ້ຮຽກຮ້ອງມາຍັງບັນດາສະຫາຍໃນຄະນະບໍລິຫານງານພັກເມືອງຊຽງຮ່ອນ ຈົ່ງພ້ອມກັນເຊີດຊູຍົກສູງຄວາມຮັບຜິດຊອບ, ສຸມສະຕິປັນຍາ ແລະ ປະສົບການເຂົ້າໃນການຄົ້ນຄວ້າ, ປະກອບຄໍາຄິດ-ຄໍາເຫັນ, ເອກະພາບກັນຕົກລົງບັນ ຫາສໍາຄັນໃຫ້ເລິກເຊິ່ງ, ຖືກຕ້ອງຕໍ່ບັນດາເນື້ອໃນກອງປະຊຸມທີ່ຕົກລົງກັນໃນກອງປະຊຸມຄັ້ງນີ້ດ້ວຍຄວາມຮັບຜິດຊອບສູງ ໃຫ້ຄຽງຄູ່ກັບສະພາບເງື່ອນໄຂຈຸດພິເສດຂອງເມືອງຢ່າງແທ້ຈິງ ແລະ ສາມາດນໍາໄປຈັດຕັ້ງຜັນຂະຫຍາຍເຂົ້າໃນຂົງເຂດວຽກງານທີ່ຮັບຜິດຊອບໃຫ້ມີປະສິດທິພາບ ແລະ ໄດ້ຮັບຜົນສໍາເລັດຕາມລະດັບຄາດໝາຍ.