ປກສ ແຂວງອັດຕະປື ມອບລົດຈັກຄືນເຈົ້າຂອງເດີມ

0
820

ໃນຕອນເຊົ້າຂອງວັນທີ 30 ກໍລະກົດ 2019, ຫ້ອງຕຳຫຼວດ ກອງບັນຊາການ ປກສ ແຂວງອັດຕະປື ຈັດພິທີມອບເຄື່ອງຂອງກາງ ປະເພດລົດຈັກ ຈຳນວນ 3 ຄັນ ທີ່ຖືກຄົນຮ້າຍລັກໄປ ຄືນໃຫ້ເຈົ້າຂອງເດີມ; ເຊິ່ງພິທີດັ່ງກ່າວ ໄດ້ຈັດຂຶ້ນທີ່ ຫ້ອງຕຳຫຼວດ ປກສ ແຂວງ, ກ່າວມອບໂດຍ ຮທ ຫັດ​ສາຄອນ ວົງ​ສຳລານ ພະນັກງານວິຊາ​ການ ​ພະ​ແນ​ກສືບສວນ -​ ສອບ​ສວນ ແລະ ກ່າວຮັບໂດຍ ຕາງໜ້າເຈົ້າຂອງລົດຈັກ ຈຳນວນດັ່ງກ່າວ.

ເຈົ້າໜ້າທີ່ ຫ້ອງຕຳຫຼວດ ປກສ ແຂວງ ໃຫ້ຮູ້ວ່າ:

ມອບລົດຈັກຄືນເຈົ້າຂອງເດີມ ຈຳນວນ 3 ຄັນ
ມອບລົດຈັກຄືນເຈົ້າຂອງເດີມ ຈຳນວນ 3 ຄັນ

ລົດຈັກ ຈຳນວນ 3 ຄັນ ທີ່ນຳມາມອບໃນຄັ້ງນີ້ ໄດ້ຈາກການແກ້ໄຂ ຄະດີລັກຊັບພົນລະເມືອງ ໂດຍຜູ້ຖືກຫາ ຊື່ ທ້າວ ຂາວ ອາຍຸ 25 ປີ, ປະຊາຊົນບ້ານເຊກະໝານ, ເມືອງສາມັກຄີໄຊ, ແຂວງອັດຕະປື ທີ່ຖືກ ເຈົ້າໜ້າທີ່ຕຳຫຼວດ ກັກຕົວໄດ້ ໃນຄັ້ງວັນທີ 25 ມິຖຸນາ 2019 ທີ່ຜ່ານມາ.

ເຊິ່ງ ທ້າວ ຂາວ ໄດ້ໃຫ້ການກັບ ເຈົ້າໜ້າທີ່ຕຳຫຼວດ ວ່າ:

ໄດ້ຮ່ວມມືກັບ ທ້າວ ລິດ ເຄື່ອນໄຫວລັກຊັບພົນລະເມືອງ ຢູ່ໃນຂົງເທສະບານແຂວງ ນັບແຕ່ເດືອນພຶດສະພາ 2019 ເປັນຕົ້ນມາ ຈຳນວນຫຼາຍຄັ້ງ ແລະ ຊັບສິນທີ່ລັກມາ ໃນແຕ່ລະຄັ້ງ ແມ່ນຈະນຳໄປຂາຍ ເພື່ອເອົາເງິນມາໃຊ້ຈ່າຍ ຢ່າງຟຸມເຟືອຍ.

ກອງບັນຊາການ ປກສ ມອບລົດຈັກຄືນເຈົ້າຂອງເດີມ ຈຳນວນ 3 ຄັນ
ກອງບັນຊາການ ປກສ ມອບລົດຈັກຄືນເຈົ້າຂອງເດີມ ຈຳນວນ 3 ຄັນ

ປັດຈຸບັນ, ເຈົ້າໜ້າທີ່ຕຳຫຼວດ ປກສ ແຂວງ ສືບ​ຕໍ່ດຳເນີນການສືບສວນ – ສອບສວນ ແລະ ຂະຫຍາຍຜົນຫາ ຜູ້ຮ່ວມກະທຳຜິດ ກໍຄື ທ້າວ ລິດ ທີ່ໄດ້ເອົາໂຕຫຼົບໜີ ມາດຳເນີນຄະດີ ຕາມລະບຽບກົດໝາຍ ເພື່ອເຮັດໃຫ້ສັງຄົມ ເວົ້າລວມ, ເວົ້າສະເພາະ ແຂວງອັດຕະປື ມີຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍດີຂຶ້ນ ເທື່ອລະກ້າວ.