ສຳນັກຂ່າວ ເອັກສ໌ເພຣສ ລາຍງານ ໃນວັນທີ 6 ສິງຫາ ທີ່ຜ່ານມາ ວ່າ: ອົງການບໍລິຫານການບິນ ແລະ ອະວາກາດ ແຫ່ງຊາດ ສະຫະລັດອາເມລິກາ ( ນາຊາ ) ກຳລັງຕິດຕາມການເຄື່ອນທີ່ຂອງ ດາວເຄາະນ້ອຍ ( Asteroid ) ທີ່ຄາດວ່າ ຈະເຄື່ອນທີ່ເຂົ້າມາໃກ້ ດາວເຄາະໂລກ ໃນວັນເສົາ ທີ 10 ສິງຫານີ້.

ດາວເຄາະໜ້ອຍດັ່ງກ່າວ ມີລະຫັດວ່າ 2006 QQ23, ມີເສັ້ນຜ່າສູນກາງຂະໜາດ 570 ແມັດ, ມີຂະໜາດໃຫຍ່ເປັນ 2 ເທົ່າ ຂອງຕຶກເດິຊາດ ຕຶກອາຄານທີ່ສູງທີ່ສຸດຂອງທະວີບເອີຣົບ ຈະເຄື່ອນທີ່ເຂົ້າມາໃກ້ໂລກ ໃນໄລຍະຫ່າງປະມານ 7,4 ລ້ານກິໂລແມັດ ດ້ວຍຄວາມໄວກວ່າ 16.700 ກິໂລແມັດຕໍ່ຊົ່ວໂມງ.

ທາງດ້ານ ນາຊາ ລະບຸວ່າ:

ອຸກະບາດທີ່ຕົກລົງມາຍັງໂລກນັ້ນ ຖ້າຫາກມີເສັ້ນຜ່າສູນກາງບໍ່ເກີນ 1 ກິໂລແມັດ ຈະກໍ່ໃຫ້ເກີດຄວາມເສຍຫາຍທີ່ຈຳກັດສະເພາະຈຸດທີ່ຕົກລົງມາ ແຕ່ຖ້າຫາກມີຂະໜາດໃຫຍ່ກວ່ານັ້ນ ຈະເກີດຄວາມເສຍຫາຍໃຫຍ່ຫຼວງ ແລະ ສ້າງຜົນກະທົບໄປທົ່ວໂລກ.

ແນວໃດກໍຕາມ, ໂອກາດທີ່ 2006 QQ23 ຈະປ່ຽນທິດທາງມຸ່ງໜ້າເຂົ້າຫາໂລກນັ້ນ ໜ້ອຍຫຼາຍ ແຕ່ມັນກໍເຂົ້າມາຢູ່ໃນໄລຍະທີ່ ນາຊາ ຖືວ່າ “ ມີໂອກາດເກີດອັນຕະລາຍ ” ( Potentially Hazardous ); ຂະນະທີ່ ການປະເມີນຂອງ ນາຊາ ນັ້ນ ຄາດວ່າ ໂລກບໍ່ໜ້າຈະຖືກອຸກະບາດພຸ່ງມາຕຳ ໃນສະຕະວັດທີ 21.

ດາວເຄາະໜ້ອຍ ມີຂະໜາດໃຫຍ່ເປັນ 2 ເທົ່າ ຂອງຕຶກເດິຊາດ ຕຶກອາຄານທີ່ສູງທີ່ສຸດຂອງທະວີບເອີຣົບ
ດາວເຄາະໜ້ອຍ ມີຂະໜາດໃຫຍ່ເປັນ 2 ເທົ່າ ຂອງຕຶກເດິຊາດ ຕຶກອາຄານທີ່ສູງທີ່ສຸດຂອງທະວີບເອີຣົບ

ທາງດ້ານ ທ່ານ ຈິມ ໄບຣເດັນສະຕີນ ຜູ້ອຳນວຍການ ນາຊາ ກ່າວວ່າ:

ການປະເມີນຂ້າງຕົ້ນ ບໍ່ໄດ້ໝາຍຄວາມວ່າ ຈະບໍ່ມີແທ້ ແລະ ໂອກາດທີ່ຈະເກີດຂຶ້ນ ໃນໄລຍະຊີວິດຂອງຄົນລຸ່ນປັດຈຸບັນນັ້ນ ກໍຍັງມີຢູ່; ສະນັ້ນ, ລັດຖະບານຂອງແຕ່ລະປະເທດ ຈຳເປັນທີ່ຈະຕ້ອງເອົາຈິງເອົາຈັງໃຫ້ຫຼາຍກວ່ານີ້ ເພື່ອປົກປ້ອງມະນຸດ ຈາກໄພຄຸກຄາມຂອງ ດາວເຄາະນ້ອຍ.