ສູນຝຶກອົບຮົມໂຄງການເກັບກູ້ລະເບີດ ( ຄກລ ); ໄດ້ຈັດຝຶກອົບຮົມປະຖົມພະຍາບານຜູ້ໄດ້ຮັບບາດເຈັບຈາກລະເບີດແຕກໃສ່ໃນເວລາເກັບກູ້, ໃນລະຫວ່າງວັນທີ 6-7 ສິງຫາ 2019 ຢູ່ທີ່ ນະຄອນຫຼວງວຽງຈັນ; ໂດຍການເປັນປະທານຂອງ ທ່ານ ເອລິກ ໂທເລັບເຊັນ ຫົວໜ້າໜ່ວຍງານອາວຸດເສິກ ແລະ ສິ່ງເສດເຫຼືອຈາກສົງຄາມ; ຈາກຄະນະກໍາມະການ ກາແດງສາກົນປະຈໍາລາວ; ເຂົ້າຮ່ວມ ຂອງ ທ່ານ ບຸນເພັງ ສີສະຫວັດ ຮອງຫົວໜ້າຄະນະກໍາມະການຄຸ້ມຄອງແຫ່ງຊາດ; ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງ ຢູ່ ສປປ ລາວ ແລະ ແພດປະຈໍາສະໜາມ ຈາກ 9 ແຂວງ ເຂົ້າຮ່ວມ.

ຝຶກອົມໃຫ້ແພດສະໜາມ ຊ່ວຍເຫຼືອຜູ້ບາດເຈັບຈາກລະເບີດແຕກໃສ່ໃນເວລາເກັບກູ້
ຝຶກອົມໃຫ້ແພດສະໜາມ ຊ່ວຍເຫຼືອຜູ້ບາດເຈັບຈາກລະເບີດແຕກໃສ່ໃນເວລາເກັບກູ້

ທ່ານ ຫວັນທອງ ຄໍາດາລາ ຮອງອໍານວຍການ ຄກລ ໃຫ້ຮູ້ ວ່າ:

ການຝຶກອົບຮົມຄັ້ງນີ້; ເປັນການຊ່ວຍເຫຼືອດ້ານທຶນຮອນ ແລະ ຄູຝຶກອົບຮົມເຕັກນິກວິຊາການແພດ ຈາກຄະນະກາແດງສາກົນ ປະຈໍາລາວ ( ICRC ) ເປັນການຝຶກໃຫ້ແກ່ແພດປະຈຳສະໜາມ ຈາກຫຼວງພະບາງ, ຫົວພັນ, ຊຽງ ຂວາງ, ຄໍາມ່ວນ, ສະຫວັນນະເຂດ, ສາລະວັນ, ຈໍາປາສັກ, ເຊກອງ, ອັດຕະປື ແລະ ພະນັກງານຈາກສູນຝຶກ ທັງໝົດ 20 ຄົນ; ຈຸດປະສົງ ເພື່ອໃຫ້ຄວາມຊ່ວຍເຫຼືອປະຖົມພະຍາບານຂັ້ນຕົ້ນ ເພື່ອກອບກູ້ເອົາຊີວິດຂອງພະນັກງານຜູ້ທີ່ຮັບບາດເຈັບຈາກອຸບັດຕິເຫດລະເບີດແຕກໃສ່ ໃນລະຫວ່າງປະຕິບັດວຽກງານເກັບກູ້ ແລະ ທໍາລາຍລະເບີດຢູ່ພາກສະໜາມໃຫ້ມີຄວາມປອດໄພໃນຂະນະນໍາຕົວສົ່ງປິ່ນປົວທີ່ໂຮງໝໍ; ເຊິ່ງຄູຝຶກແມ່ນມາຈາກສໍານັກງານໃຫຍ່ປະຈໍາ ເຈນີວາ ປະເທດສະວິດເຊີແລນ.

ຝຶກອົມໃຫ້ແພດສະໜາມ ຊ່ວຍເຫຼືອຜູ້ບາດເຈັບຈາກລະເບີດແຕກໃສ່ໃນເວລາເກັບກູ້
ຝຶກອົມໃຫ້ແພດສະໜາມ ຊ່ວຍເຫຼືອຜູ້ບາດເຈັບຈາກລະເບີດແຕກໃສ່ໃນເວລາເກັບກູ້

ລະເບີດຕົກຄ້າງຢູ່ ສປປ ລາວ ເຮັດໃຫ້ປະຊາຊົນຫຼາຍກວ່າ 20. 000 ຄົນ; ໄດ້ຮັບບາດເຈັບ ແລະ ເສຍຊີວິດຈາກລະເບີດທີ່ຍັງບໍ່ທັນແຕກ; ປັດຈຸບັນ ຍັງມີລະເບີດບໍ່ທັນແຕກຕົກຄ້າງຢູ່ໃນພື້ນທີ່ການຜະລິດ ແລະ ພື້ນທີ່ພັດທະນາ ອື່ນໆ ເປັນຈໍານວນຫຼາຍ ແລະ ຍັງມີຄວາມຈໍາເປັນຕ້ອງໄດ້ເກັບກູ້ ແລະ ທໍາລາຍລະເບີດອອກຈາກພື້ນທີ່; ຜ່ານການຈັດຕັ້ງປະຕິບັດວຽກງານກວດກູ້ ແລະ ທໍາລາຍລະເບີດ 20 ກວ່າປີ ໄດ້ພຽງ 1.000.000 ກວ່າໜ່ວຍ; ຊ່ວຍເກັບກູ້ໄດ້ 34.000 ເຮັກຕາ ແລະ ຊ່ວຍຜູ້ທີ່ໄດ້ຮັບບາດເຈັບຈາກລະເບີດບໍ່ທັນແຕກ ຫຼຸດລົງໄດ້ 86% ແລະ ຍັງອີກ 6.000.000 ກວ່າໜ່ວຍ ທີ່ຍັງຕ້ອງຄົ້ນຫາ ແລະ ທໍາລາຍຖິ້ມ.