ກອງປະຊູມສະຫຼຸບວຽກງານ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2019 ຂອງຫ້ອງການເງິນ ເມືອງເງິນ ແຂວງໄຊຍະບູລີ ທີ່ຈັດຂຶ້ນໃນອາທິດຜ່ານມາ ໃຫ້ຮູ້ວ່າ: ປັດຈຸບັນ, ບັນດາຫ້ອງການໃນຂົງເຂດເສດຖະກິດ; ໂດຍສະເພາະແມ່ນຫ້ອງການ-ການເງິນ ຂອງແຕ່ລະເມືອງພາຍໃນແຂວງໄຊຍະບູລີ ແມ່ນພວມແຂ່ງຂັນກັນຈັດຕັ້ງປະຕິບັດໃນການຈັດເກັບລາຍຮັບເຂົ້າງົບປະມານໃຫ້ໄດ້ຕາມແຜນໃນ 6 ເດືອນຕົ້ນປີ 2019, ບາງເມືອງແມ່ນເກັບໄດ້ຕາມແຜນ ແລະ ລື່ນແຜນການ; ໜຶ່ງໃນນັ້ນ, ຫ້ອງການ-ການເງິນ ເມືອງເງິນ ກໍແມ່ນອີກໜຶ່ງເມືອງທີ່ສາມາດເກັບລາຍຮັບເຂົ້າງົບປະມານໄດ້ລື່ນແຜນການ, 6 ເດືອນຕົ້ນປີ 2019 ສາມາດເກັບລາຍຮັບໄດ້ 4,43 ຕື້ກວ່າກີບ ເທົ່າກັບ 60,49% ຂອງແຜນການປີ.

ທ່ານ ວິລະພົງ ອິນທະວົງ ຫົວໜ້າຫ້ອງການ-ການເງິນ ເມືອງເງິນ ແຂວງໄຊຍະບູລີ ໄດ້ໃຫ້ຮູ້ວ່າ:

ຜ່ານມາຫ້ອງການ-ການເງິນ ແມ່ນໄດ້ເອົາໃຈໃສ່ໃນການສຶກສາອົບຮົມການເມືອງ-ແນວຄິດ, ຈັດຕັ້ງຮໍ່າຮຽນແນວທາງນະໂຍບາຍ, ມະຕິ, ຄໍາສັ່ງຕ່າງໆຂອງພັກ, ລະບຽບກົດໝາຍຂອງລັດໃຫ້ກັບພະນັກງານຫຼັກແຫຼ່ງພາຍໃນຫ້ອງການເປັນປະຈໍາ ເພື່ອເພີ່ມຄວາມເປັນ ເຈົ້າການໃນການພັດທະນາເສດຖະກິດ-ສັງຄົມ, ເສີມຂະຫຍາຍຈິດໃຈເປັນເຈົ້າຕົນເອງ, ເພີ່ງຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ.

ຜ່ານການສຶກສາອົບຮົມດັ່ງກ່າວ, ໄດ້ເຮັດໃຫ້ພະນັກງານແຕ່ລະສະຫາຍມີຄວາມຕື່ນຕົວ-ກະຕືລືລົ້ນຕໍ່ໜ້າທີ່ວຽກງານວິຊາສະເພາະທີ່ໄດ້ຮັບການມອບໝາຍ, ໂດຍສະເພາະແມ່ນວຽກງານການເກັບລາຍຮັບເຂົ້າງົບປະມານ ເຊິ່ງສາມາດສະແດງອອກເຊັ່ນ: ໄດ້ແຈ້ງໃຫ້ບັນດາຫົວໜ່ວຍທຸລະກິດ, ຜູ້ປະກອບການພາຍໃນເມືອງໃຫ້ມາມອບພັນທະອາກອນ, ຄ່າເຊົ່າ, ສໍາປະທານ, ຄ່າຊັບພະຍາກອນຫີນ, ແຮ່, ຊາຍຕາມລະບຽບກົດໝາຍ, ລົງຊຸກຍູ້ບັນດາຂະແໜງການທີ່ມີລາຍຮັບ ແລະ ປັບປຸງການເງິນຂັ້ນບ້ານຢູ່ເທດສະບານ ແລະ ເຂດຊົນນະບົດໄດ້ 21 ບ້ານ.

ທ່ານ ວິລະພົງ ອິນທະວົງ ຫົວໜ້າຫ້ອງການ-ການເງິນ ເມືອງເງິນ ແຂວງໄຊຍະບູລີ
ທ່ານ ວິລະພົງ ອິນທະວົງ ຫົວໜ້າຫ້ອງການ-ການເງິນ ເມືອງເງິນ ແຂວງໄຊຍະບູລີ

ພ້ອມທັງເບີກຈ່າຍເງິນເດືອນເປັນບຸລິມະສິດອັນດັບໜຶ່ງ, 6 ເດືອນຜ່ານ ມາສາມາດເກັບລາຍຮັບໄດ້ 4,43 ຕື້ກວ່າກີບ ເທົ່າກັບ 60,49%, ຖ້າທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ແມ່ນຫຼຸດລົງ 15,50%; ໃນນັ້ນ, ຮັບຈາກສ່ວຍສາອາກອນ 4,25 ຕື້ກວ່າກີບ, ເທົ່າກັບ 60,50% ຂອງແຜນການປີ, ຮັບຈາກຊັບສິນ 180 ລ້ານກີບ, ເທົ່າກັບ 60,25% ຂອງແຜນການປີ, ປະຕິບັດລາຍຈ່າຍທັງໝົດ 4,27 ຕື້ກີບ, ເທົ່າກັບ 49,12% ຂອງແຜນການປີ.

ທ່ານ ວິລະພົງ ອິນທະວົງ ຍັງໃຫ້ຮູ້ຕື່ມອີກວ່າ: ສໍາລັບ 6 ເດືອນທ້າຍປີນີ້, ຈະສູ້ຊົນເກັບລາຍຮັບໃຫ້ໄດ້ 3,32 ຕື້ກວ່າກີບ; ໃນນັ້ນ, ສ່ວຍສາອາກອນ 3,22 ຕື້ກວ່າກີບ, ຊັບສິນ 109 ລ້ານກວ່າກີບ, ດ້ານລາຍຈ່າຍແມ່ນ 4,33 ຕື້ກວ່າກີບ, ຄາດຄະເນແຜນລາຍຮັບໝົດປີ 2019 ແມ່ນ 7,76 ຕື້ກວ່າກີບ; ໂດຍຈະເພີ່ມທະວີຄວາມເຂັ້ມແຂງໃນການເກັບລາຍຮັບ ແລະ ຄຸ້ມຄອງລາຍຈ່າຍໃຫ້ເຂັ້ມງວດ, ສືບຕໍ່ສຶກສາອົບຮົມດ້ານການເມືອງ-ແນວຄິດໃຫ້ພະນັກ ງານ-ລັດຖະກອນໃນຂົງເຂດການເງິນໃຫ້ມີຄຸນທາດການເມືອງໜັກແໜ້ນ, ມີຄວາມໂປ່ງໃສໃນການປະຕິບັດໜ້າທີ່ວຽກງານ.