ຂ່າວຕ່າງປະເທດ ລາຍງານ ໃນວັນທີ 7 ສິງຫາ ທີ່ຜ່ານມາ ວ່າ: ສາທາລະນະລັດ ປະຊາທິປະໄຕ ກົງໂກ ເຊິ່ງມີ ບັນຫາອີໂບລາລະບາດ ມາດົນຫຼາຍປີ ເຫັນດີກັບ ຣະວັນດາ ທີ່ເປັນປະເທດເພື່ອບ້ານວ່າ ຈະຈຳກັດການເດີນທາງຂ້າມຊາຍແດນທີ່ບໍ່ຈຳເປັນ ເພື່ອສະກັດ ການແຜ່ລະບາດຂອງ ເຊື້ອພະຍາດອີໂບລາ.

ເຈົ້າໜ້າທີ່ສາທາລະນະສຸກ ກົງໂກ ຖະແຫຼງການຮ່ວມກັບ ຣະວັນດາ ຫຼັງຫາລືກັນທີ່ເຂດຣາບາວູ ແຂວງພາກທາງເໜືອຂອງຣະວັນດາ ວ່າ:

ຜູ້ທີ່ຈະເດີນທາງຂ້າມຊາຍແດນຂອງສອງປະເທດ ດ້ວຍເຫດຜົນທີ່ບໍ່ຈຳເປັນ ເຊັ່ນ ໄປຮ່ວມສຳມະນາ, ໄປຮ່ວມພິທີທາງສາສະໜາ ຈະຕ້ອງໄດ້ຮັບອະນຸຍາດຈາກທາງການຂອງທັງສອງປະເທດ ເຊິ່ງເປັນໜຶ່ງໃນມາດຕະການທີ່ທັງສອງປະເທດ ຕົກລົງຮ່ວມກັນ ເພື່ອຢັບຢັ້ງການແຜ່ລະບາດຂອງ ໄວຣັສອີໂບລາ ທີ່ຂ້າຊີວິດຜູ້ຄົນໃນກົງໂກແລ້ວ ຫຼາຍກວ່າ 1.800 ຄົນ ນັບຕັ້ງແຕ່ພົບຜູ້ປ່ວຍຄັ້ງທຳອິດ ໃນວັນທີ 1 ສິງຫາ ປີຜ່ານມາ.

ບັນຫາອີໂບລາລະບາດ ເຮັດໃຫ້ ກົງໂກ ກັບ ຣະວັນດາ ຕ້ອງປິດການຂ້າມຊາຍແດນທີ່ບໍ່ຈຳເປັນ
ບັນຫາອີໂບລາລະບາດ ເຮັດໃຫ້ ກົງໂກ ກັບ ຣະວັນດາ ຕ້ອງປິດການຂ້າມຊາຍແດນທີ່ບໍ່ຈຳເປັນ

ການແຜ່ລະບາດຂອງ ເຊື້ອພະຍາດອີໂບລາ ເປັນການລະບາດຄັ້ງຮ້າຍແຮງທີ່ສຸດ ນັບຈາກການລະບາດໃນຫຼາຍປະເທດ ໃນອາຟຣິກກາຕາເວນຕົກ ປີ 2014 ທີ່ມີຜູ້ຄົນລົ້ມຕາຍຫຼາຍກວ່າ 11.000 ຄົນ.

ກົງໂກ ແລະ ຣະວັນດາ ຕົກລົງຈຳກັດການເດີນທາງດັ່ງກ່າວ, ເຖິງວ່າ ອົງການອະນາໄມໂລກ ເຕືອນບໍ່ໃຫ້ເຮັດ ເພາະກັງວົນວ່າ ຈະເຮັດໃຫ້ຜູ້ເດີນທາງ ຫຼີກລ່ຽງການຜ່ານດ່ານທາງການ ທີ່ມີມາດຕະການຄັດຈ້ອນຜູ້ຕິດເຊື້ອ ແລ້ວໄປຂ້າມຊາຍແດນໃນຈຸດທີ່ບໍ່ມີການກວດຄັດຈ້ອນ ແລະ ຈະສົ່ງຜົນໃຫ້ ພະຍາດທີ່ມີອັດຕາການແຜ່ລະບາດສູງຢູ່ແລ້ວ ຍິ່ງແຜ່ລະບາດຫຼາຍຂຶ້ນ.

ໃນເດືອນມິຖຸນາ ທີ່ຜ່ານມາ, ມີຊາວກົງໂກ 3 ຄົນ ຜ່ານຊາຍແດນທີ່ບໍ່ມີການກວດກາ ເຂົ້າໄປໃນ ຢູກັນດາ ແລ້ວເສຍຊີວິດ, ຄອບຄົວຂອງພວກເຂົາ ຖືກນຳຕົວກັບມາປິ່ນປົວໃນປະເທດ ແຕ່ ຢູກັນດາ ກໍຍັງບໍ່ປິດຊາຍແດນທີ່ຕິດກັບ ກົງໂກ; ຂະນະທີ່ ຣະວັນດາ ປິດໃນອາທິດຜ່ານມາ ຫຼັງມີການຢືນຢັນວ່າ:

ພົບຜູ້ປ່ວຍ ທີ່ເມືອງໂກມາຂອງກົງໂກ ທີ່ມີປະຊາກອນຫຼາຍກວ່າ 2 ລ້ານຄົນ ແລະ ຢູ່ຫ່າງຈາກຊາຍແດນ ຣະວັນດາ ພຽງ 7 ກິໂລແມັດ ເທົ່ານັ້ນ.

ອົງການອະນາໄມໂລກ ຫາກໍປະກາດໃຫ້ ການລະບາດຂອງອີໂບລາ ໃນກົງໂກ ເປັນເຫດສຸກເສີນດ້ານສາທາລະນະສຸກໂລກ ໃນເດືອນຜ່ານມາ, ເຮັດໃຫ້ ອົງການສາກົນຕ່າງໆ ຮັບປາກຈະບໍລິຈາກເງິນໃຫ້ຫຼາຍລ້ານໂດລາສະຫະລັດ.

ເຈົ້າໜ້າທີ່ສາທາລະນະສຸກບາງຄົນ ກ່າວຕໍ່ກັບ ບັນຫາອີໂບລາລະບາດ ວ່າ:

ຈະຕ້ອງເລັ່ງແກ້ໄຂຄວາມເຂົ້າໃຈແບບຜິດໆ ໃນຊາວກົງໂກ ທີ່ບໍ່ເຄີຍປະສົບພະຍາດນີ້ມາກ່ອນ; ອີໂບລາຕິດຕໍ່ໄດ້ຈາກການສຳພັດ ສານຕ່າງໆທີ່ຮ່າງກາຍຜູ້ປ່ວຍຖ່າຍເທອອກມາ ເຊັ່ນ: ຜິວໜັງ, ເຫື່ອ, ນໍ້າລາຍ, ເລືອດ… ແລະ ຕ້ອງຮີບຮັບການປິ່ນປົວໂດຍໄວ, ແຕ່ຊາວກົງໂກຈຳນວນຫຼາຍ ບໍ່ເຊື່ອວ່າ ໄວຣັສຊະນິດນີ້ມີຈິງ ແລະ ເລືອກທີ່ຈະຢູ່ທີ່ບ້ານ ຈຶ່ງເຮັດໃຫ້ຄົນທີ່ຢູ່ນຳ ຕິດເຊື້ອໄປດ້ວຍ.