ຄະນະປະທານ ກອງປະຊຸມຄົ້ນຄວ້າປຶກສາຫາລືຖອດຖອນບົດຮຽນວຽກງານ ບ້ານຄອນໄຫຼ
ຄະນະປະທານ ກອງປະຊຸມຄົ້ນຄວ້າປຶກສາຫາລືຖອດຖອນບົດຮຽນວຽກງານ ບ້ານຄອນໄຫຼ

ກອງປະຊຸມ ຄົ້ນຄວ້າ ປຶກສາຫາລື ຖອດຖອນບົດຮຽນ ວຽກງານປ້ອງກັນຄວາມສະຫງົບ ຂອງ ບ້ານຄອນໄຫຼ ນະຄອນປາກເຊ ແຂວງຈໍາປາສັກ ໄດ້ຈັດຂຶ້ນ ໃນທ້າຍອາທິດຜ່ານມາ, ໂດຍມີ ພັທ ຄຳຜອງ ສິງສັກເມືອງ ຫົວໜ້າກອງບັນຊາການ ປກສ ນະຄອນປາກເຊ ພ້ອມຄະນະ, ມີທ່ານຫົວໜ້າຈຸກໍ່ສ້າງຮາກຖານ, ທ່ານເລຂາພັກບ້ານ, ນາຍບ້ານໆຄອນໄຫຼ, ອຳນາດການປ້ອງຄອງບ້ານ, ເຈົ້າໜ້າທີ່ກໍ່ສ້າງຮາກຖານ ແລະ ປກສ ບໍລິການປະຊາຊົນເຂົ້າຮ່ວມ

ເຊິ່ງໃນກອງປະຊຸມຂອງ ບ້ານຄອນໄຫຼ ໄດ້ເປີດເຜີຍໃຫ້ຮູ້ວ່າ:

ໃນໄລຍະ 1 ປີຜ່ານມາ, ທາງບ້ານຄອນໄຫຼ ນະຄອນປາກເຊ ແຂວງຈຳປາສັກ ໄດ້ສຸມໃສ່ນໍາພາພໍ່ – ແມ່ປະຊາຊົນພາຍໃນບ້ານ ແກ້ໄຂປະກົດການຫຍໍ້ທໍ້ ຢ່າງຕັ້ງໜ້າ ເພື່ອເຮັດໃຫ້ບ້ານ ມີຄວາມສະຫງົບ ແລະ ມີຄວາມເປັນລະບຽບຮຽບຮ້ອຍ ໂດຍພື້ນຖານ.

ໃນພິິທີ, ຕາງໜ້າທ່ານນາຍບ້ານຄອນໄຫຼ ໄດ້ຂຶ້ນຜ່ານແຜນການປະຕິບັດວຽກງານວິຊາສະເພາະ ໃນໄລຍະຜ່ານມາ ເຊິ່ງໄດ້ຍົກໃຫ້ເຫັນຫຼາຍບັນຫາທີ່ສຳຄັນ ເປັນຕົ້ນ ລະບົບການປົກຄອງ ແລະ ລະບົບການຈັດຕັ້ງຂອງບ້ານ ແມ່ນໄດ້ຄົບມາດຖານ ແລະ ມີຄວາມສາມັກຄີກັນຢ່າງແໜ້ນແຟ້ນ, ເຮັດໃຫ້ ບ້ານຄອນໄຫຼ ໄດ້ຮັບນາມມະຍົດເປັນ ບ້ານພັດທະນາ, ບ້ານວັດທະນາທຳ, ບ້ານປອດຢາເສບຕິດ, ຄອບຄົວ ແລະ ບ້ານປ້ອງກັນຄວາມສະຫງົບດີ ແລະ ບ້ານແມ່ຍິງ 3 ດີ.

ພ້ອມດຽວກັນນີ້, ອຳນາດການປົກຄອງ ບ້ານຄອນໄຫຼ ກໍຍັງໄດ້ສຸມທຸກເຫື່ອແຮງ ສະຕິປັນຍາ ສົມທົບກັບ ພາກສ່ວນຕ່າງໆຂອງ ນະຄອນປາກເຊ ເວົ້າລວມ, ເວົ້າສະເພາະແມ່ນ ຈຸກໍ່ສ້າງຮາກຖານ ມາຈາກ ປກສ ແຂວງ, ປກສ ນະຄອນປາກເຊ ແລະ ປກສ ບໍລິການປະຊາຊົນ ທີ່ປະຈຳຢູ່ກຸ່ມ 5 ທີ່ນຳເອົາແນວທາງຂອງ ກຳລັງປ້ອງກັນຄວາມສະຫງົບ ລົງປະຕິບັດຢູ່ຂັ້ນຮາກຖານ ໃນ 2 ວຽກໃຫຍ່, 10 ວຽກຍ່ອຍ; ເປັນຕົ້ນແມ່ນ ວຽກງານຄຸ້ມຄອງ ແລະ ປັບປຸງສຳມະໂນຄົວ, ວຽກງານຕ້ານສະກັດກັ້ນ ແລະ ແກ້ໄຂ ປະກົດການຫຍໍ້ທໍ້ທາງສັງຄົມ; ໃນນັ້ນ, ວຽກງານຄຸ້ມຄອງ ແລະ ປັບປຸງສຳມະໂນຄົວ ໄດ້ເຮັດແລ້ວ 89%, ມາເຮັດແລ້ວ 173 ຄອບຄົວ ແລະ ບໍ່ທັນມາເຮັດສຳມະໂນຄົວ 10 ຄອບຄົວ.

ພ້ອມດຽວກັນນີ້, ກໍສຸມໃສ່ວຽກງານແກ້ໄຂປະກົດການຫຍໍ້ທໍ້ຕ່າງໆ ເຊັ່ນ: ໃນ 1 ປີຜ່ານມາ ມີຄະດີເກີດຂຶ້ນ ທັງໝົດ 9 ເລື່ອງ, ແກ້ໄຂຢູ່ຂັ້ນບານ 6 ເລື່ອງ; ສົ່ງໃຫ້ກຸ່ມ ແລະ ນະຄອນປາກເຊ 3 ເລື່ອງ, ເກັບກຳສະຖິຕິ ກໍຄວາມບໍ່ສະຫງົບໃນບ້ານ ມີ 15 ເປົ້າໝາຍ; ໃນນັ້ນ, ເປົ້າໝາຍເສບຢາ 15 ເປົ້າໝາຍ, ຕິດຕາມການເໜັງຕີງຂອງພົນລະເມືອງ, ກວດກາຄົນພັກເຊົາ, ປ້ອງກັນເວນຍາມຕະຫຼອດ 24 ຊົ່ວໂມງ.

ບ້ານຄອນໄຫຼ ນະຄອນປາກເຊ ສຸມໃສ່ແກ້ໄຂ ປະກົດການຫຍໍ້ທ້ໍຕ່າງໆ ຢ່າງຈິງຈັງ
ການລາຍງານຜົນການປະຕິບັດວຽກງານ ປກສ ຕໍ່ກອງປະຊຸມ ຈາກຕາງໜ້າທ່ານນາຍບ້ານໆຄອນໄຫຼ

ເພື່ອເຮັດໃຫ້ ວຽກງານປ້ອງກັນຄວມາສະຫງົບ ມີຄວາມໜັກແໜ້ນ ເຂັ້ມແຂງຂຶ້ນກວ່າເກົ່າ, ທ່ານຫົວໜ້າ ປກສ ບໍລິການປະຊາຊົນ ກຸ່ມ 5 ກໍໄດ້ຂຶ້ນຜ່ານຂໍ້ຕົກລົງ ວ່າດ້ວຍ ການແຕ່ງຕັ້ງ ປກສ ບ້ານ, ປກສ ໜ່ວຍ, ພ້ອມທັງໄດ້ເຊື່ອມຊຶມບັນດາເອກະສານບົດບາດ, ໜ້າທີ່ ແລະ ສິດຂອບເຂດຂອງ ປກສ ບ້ານ ນຳອີກ.

ໃນຕອນທ້າຍຂອງພິທີ, ຫົວໜ້າກອງບັນຊາການ ປກສ ນະຄອນປາກເຊ ໄດ້ໃຫ້ກຽດໂອ້ລົມ ເຊິ່ງທ່ານໄດ້ຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ ຈຸກໍ່ສ້າງຮາກຖານ ປກສ ບໍລິການປະຊາຊົນ, ອຳນາດການປົກຄອງ ບ້ານຄອນໄຫຼ ຍາດມາໄດ້ ໃນການເຮັດໜ້າທີ່ວຽກງານປ້ອງກັນຄວາມສະຫງົບ ຄວາມເປັນລະບຽບຮຽບຮ້ອຍ ພາຍໃນບ້ານ ແລະ ທ່ານຍັງໄດ້ຮຽກຮ້ອງໃຫ້ສືບຕໍ່ເສີມຂະຫຍາຍມູນເຊື້ອຜົນງານ ໃຫ້ດີຂຶ້ນເລື້ອຍໆ ແລະ ເຮັດໃຫ້ ປະກົດການຫຍໍ້ທໍ້ ຫຼຸດນ້ອຍຖອຍລົງ ແລະ ໝົດໄປ.