ໜ່ວຍພັກຮາກຖານພະເເນກ ສືບສວນ-ສວບສວນ ກົມຕໍາຫຼວດ ຄຸມຂັງ-ດັດສ້າງ ( 515 ) ໄດ້ຈັດກອງປະຊຸມໃຫຍ່ ຄັ້ງທີ II ຂຶ້ນໃນ ວັນທີ 6 ສິງຫາ 2019. ໂດຍມີ ພັອ ໄມສອນ ຈິດລະວິພົນ ຄະນະພັກກົມ ຮອງຫົວໜ້າກົມຕໍາຫຼວດຄຸມ ຂັງ-ດັດສ້າງ ຄະນະໜ່ວຍພັກ, ມີເເຂກຮັບເຊີນ ເເລະ ສະມາຊິກພັກ ສົມບູນ-ສໍາຮອງ ເຂົ້າຮ່ວມ.

ກອງປະຊຸມໃຫຍ່ ຄັ້ງທີ II ຂອງໜ່ວຍພັກຮາກຖານພະແນກສືບສວນ-ສອບສວນ ກົມ 515
ກອງປະຊຸມໃຫຍ່ ຄັ້ງທີ II ຂອງໜ່ວຍພັກຮາກຖານພະແນກສືບສວນ-ສອບສວນ ກົມ 515

ພັທ ລໍາພອນ ທຸມມາວັນ ເລຂາໜ່ວຍພັກ ຫົວໜ້າພະເເນກສືບສວນ-ສວບສວນ ກ່າວວ່າ:

ໄລຍະຜ່ານມາ ໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ເເນວຄິດ ໃຫ້ສະມາຊິກ, ພະນັກງານ-ນັກຮົບ ເປັນ ປົກກະຕິຜ່ານການຈັດຕັ້ງປະຕິບັດ ເຮັດໃຫ້ສະມາຊິກພັກ, ພະນັກງານ-ນັກຮົບ ມີຄຸນທາດການເມືອງໜັກເເໜ້ນ, ເຂັ້ມເເຂງທາງດ້ານການຈັດຕັ້ງ, ຫ້າວຫັນຕໍ່ໜ້າທີ່ວິຊາສະເພາະ ມີຄວາມສັດຊື່ບໍລິສຸດຕໍ່ພັກ-ລັດ; ຕໍ່ປະຊາຊົນບັນດາເຜົ່າ, ມີສະຕິຕໍ່ລະບຽບວິໄນປະຕິບັດຄໍາສັ່ງ ມີຄວາມສາມັກຄີເປັນເອກະພາບ ໃນໄລຍະຜ່ານມາເຖິງວ່າມີຄວາມຫຍຸ້ງຍາກ; ແຕ່ກໍໄດ້ນຳພາສະມາຊິກພັກ, ພະນັກງານ, ນັກຮົບ, ສູ້ຊົນປະຕິບັດໜ້າທີ່ການເມືອງຂອງຕົນດ້ວຍຄວາມຮັບຜິດຊອບສູງ ຕີຖອຍກົນອຸບາຍຫັນປ່ຽນຂອງສັດຕູ ເເລະ ພວກຄົນບໍ່ດີ ໄດ້ປັບປຸງຄະນະພັກ ເເລະ ໜ່ວຍພັກຮາກຖານ ໃຫ້ສອດຄ່ອງກັບກົງຈັກການຈັດຕັ້ງເບື້ອງລັດ, ປັບປຸງເເບບ ແຜນ ເເລະ ເເບ່ງຄວາມຮັບຜິດຊອບໃຫ້ຄະນະພັກ; ຄະນະໜ່ວຍພັກ ໃຫ້ເເຕ່ລະສະຫາຍຢ່າງລະອຽດຈະເເຈ້ງສູ້ຊົນສ້າງກົມກອງເຂັ້ມເເຂງ-ໜ່ວຍພັກຮູ້ນໍາພາຮອບ ດ້ານຕາມ 4 ເນື້ອໃນ 5 ມາດຖານ ທີ່ຄະນະພັກກະຊວງວາງອອກໃນ ປີ 2015-2018 ໜ່ວຍພັກໄດ້ ຮັບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມເເຂງ 4 ປີຊ້ອນ; ສະເພາະວຽກງານສືບສວນ-ສວບສວນໄດ້ເອົາໃຈໃສ່ໃນການເກັບກໍາຂໍ້ມູນ, ກວດກາ, ຕິດຕິດຕາມນັກໂທດ-ດັດສ້າງ ປະຫັວດລາຍງານໃຫ້ຂັ້ນເທິງຊາບເພື່ອມີທິດຊີ້ນໍາ; ເຊິ່ງມັນສະເເດງອອກດ້ານຜົນງານເປັນຕົ້ນ ລົງສືບສວນ-ສວບສວນເອົາຂໍ້ມູນ ກ່ຽວກັບນັກໂທດ-ດັດສ້າງ ທີ່ກະ ທໍາຜິດໃນຄ້າຍຄຸມຄັງ-ດັດສ້າງ ມີຈໍານວນ 10 ຄົນ ສາມາດເເກ້ໄຂ ໄດ້ສົ່ງໃຫ້ຂັ້ນເທິງພິຈາລະນາ ເເລະ ສົ່ງໃຫ້ພາກສ່ວນດໍາເນີນຄະດີມີ 5 ຄົນ.

ກອງປະຊຸມໃຫຍ່ ຄັ້ງທີ II ຂອງໜ່ວຍພັກຮາກຖານພະແນກສືບສວນ-ສອບສວນ ກົມ 515
ກອງປະຊຸມໃຫຍ່ ຄັ້ງທີ II ຂອງໜ່ວຍພັກຮາກຖານພະແນກສືບສວນ-ສອບສວນ ກົມ 515

ທິດທາງແຜນການໃນຕໍ່ໜ້າ ຄະນະໜ່ວຍພັກຮາກຖານຊຸດໃໝ່ ຈະສືບຕໍ່ສຶກສາອົບຮົມການເມືອງນຳພາ-ແນວຄິດ, ປັບປຸງແບບແຜນວິທີເຮັດວຽກ; ເພີ່ມທະວີປ້ອງກັນພາຍໃນພັກ; ຍົກສູງຄຸນນະພາບ ໃນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ,ໜັກແໜ້ນ, ເພີ່ມທະວີຄວາມສາມັກຄີເປັນເອກະພາບ ແລະ ຮັບປະກັນທາງດ້ານວິຊາສະ ເພາະ.

ກອງປະຊຸມ ໄດ້ປ່ອນບັດຄັດເລືອກເອົາຄະນະພັກຊຸດໃໝ່ ຈຳນວນ 3 ສະຫາຍ ມີ ພັທ ລຳພອນ ທຸມມາວັນ ເປັນເລຂາ, ພັຕ ພອນ ໄຊ ບົວລະພາ ເປັນຮອງເລຂາ, ພັຕ ພູເງິນ ແກ້ວຂຸນປາສັກ ເປັນປະທານກວດກາ.