ພະນັກງານ, ຄູ-ອາຈານ ພາຍໃນຫ້ອງການສຶກສາທິການ ແລະ ກິລາ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ໄດ້ເຂົ້າຮ່ວມຮັບຟັງມູນເຊື້ອ 4 ວັນປະຫວັດສາດ ຂອງຊາດລາວ ເພື່ອເປັນການຫວນຄືນມູນເຊື້ອ ແລະ ສືບຕໍ່ເສີມຂະຫຍາຍ ທາດແທ້ມູນເຊື້ອປະຕິວັດອັນດີງາມ, ເພີ່ມທະວີຄວາມສາມັກຄີຮັກແພງພາຍໃນຖັນແຖວ ແລະ ສາ ມັກຄີກັບທຸກຊັ້ນຄົນໃນສັງຄົມ, ໃນວັນທີ 8 ສິງຫາ 2019, ທີ່ໂຮງຮຽນ ມສ ສຸກສະຫວັດ; ປາຖະກະຖາ ໂດຍທ່ານ ຄໍາພວງ ບຸນມີໄຊ ຫົວໜ້າຫ້ອງການກະຊວງສຶກ ສາທິການ ແລະ ກິລາ.

ພະນັກງານຄູ-ອາຈານ ເມືອງຈັນທະບູລີ ຮັບຟັງວັນສຳຄັນຂອງຊາດ
ພະນັກງານຄູ-ອາຈານ ເມືອງຈັນທະບູລີ ຮັບຟັງວັນສຳຄັນຂອງຊາດ

ເອກະສານທີ່ນຳມາປາຖະກະຖາມີ: ວັນເກີດທ່ານປະທານ ສຸພາ ນຸວົງ ຄົບຮອບ 110 ປີ ( 13 ກໍລະ ກົດ 1909-13 ກໍລະກົດ 2019); ວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 69 ປີ (13 ສິງຫາ 1950-13 ສິງຫາ 2019), ວັນຢຶດອຳນາດ 23 ສິງຫາ ຄົບຮອບ 44 ປີ (23 ສິງຫາ 1975-23 ສິງຫາ 2019) ແລະ ວັນລັດຖະທຳມະນູນ ແຫ່ງ ສປປ ລາວ ຄົບຮອບ 28 ປີ (15 ສິງຫາ 1991-15 ສິງຫາ 2019).

ພະນັກງານຄູ-ອາຈານ ເມືອງຈັນທະບູລີ ຮັບຟັງວັນສຳຄັນຂອງຊາດ
ພະນັກງານຄູ-ອາຈານ ເມືອງຈັນທະບູລີ ຮັບຟັງວັນສຳຄັນຂອງຊາດ

ສຳລັບມູນເຊື້ອການເຕີບໃຫຍ່ຂະຫຍາຍຕົວ ແລະ ມູນເຊື້ອອັນສະຫງ່າລາສີຂອງແນວລາວສ້າງຊາດ ທ່ານ ຄໍາພວງ ບຸນມີໄຊ ໄດ້ຍົກໃຫ້ ເຫັນວ່າ: ແນວລາວສ້າງຊາດ ໄດ້ກໍາເນີດ, ເຕີບໃຫຍ່ ແລະ ຂະຫຍາຍ ຕົວໂດຍຜ່ານ 3 ໄລຍະທີ່ມີຊື່ເອີ້ນ ຕ່າງກັນ ຄື: ແນວລາວອິດສະຫຼະ, ແນວລາວຮັກຊາດ ແລະ ແນວ ລາວສ້າງຊາດ, ໂດຍສືບທອດ ແລະ ເສີມຂະຫຍາຍມູນເຊື້ອອັນສະຫງ່າລາສີຂອງແນວລາວ ອິດສະຫຼະ ແລະ ແນວລາວຮັກຊາດ ໃນເມື່ອກ່ອນ, ແນວລາວສ້າງຊາດ ໄດ້ສືບຕໍ່ປະຕິບັດບົດບາດໃນການເປັນຄັນທຸງເຕົ້າໂຮມຄວາມສາມັກຄີປອງດອງປະຊາຊົນລາວບັນດາເຜົ່າ, ສ້າງຄວາມເຂັ້ມແຂງ ແລະ ປັບປຸງກໍາລັງແຮງທົ່ວປວງຊົນ; ສຶກສາອົບຮົມ, ປຸກລະດົມປະຊາຊົນລາວບັນດາເຜົ່າເຂົ້າຮ່ວມໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ເສີມຂະຫຍາຍສິດເປັນເຈົ້າໃນການປົກປັກຮັກສາວັດທະນະທໍາ, ຮີດຄອງປະເພນີອັນດີງາມ, ປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທໍາຂອງ ປະຊາຊົນລາວບັນດາເຜົ່າ ແລະ ຊັ້ນຄົນຕ່າງໆ.