ຫຼາຍແຂວງຍັງພົບກັບບັນຫາອຸບັດຕິເຫດຕາມທ້ອງຖະໜົນ; ເຊິ່ງເປັນປະກົດການຫຍໍ້ທໍ້ທີ່ມີລັກສະນະເພີ່ມຂຶ້ນຕໍ່ກັບສະພາບການດັ່ງກ່າວເຈົ້າໜ້າທີຕໍາຫຼວດຈະລາຈອນປະສານສົມທົບກັບ ພາກສ່ວນທີ່ກ່ຽວຂ້ອງຫາວີທີແກ້ໄຂຢ່າງຈິງຈັງ; ແຕ່ກໍບໍ່ມີທ່າທີຈະຫຼຸດລົງ ຍ້ອນສະຕິຂອງຜູ້ຂັບຂີ່ບໍ່ມີການພັດທະນາຂັບຂີ່ຍັງເຮັດໄປຕາມໃຈຕົວເອງ, ໜຶ່ງໃນນີ້ຄື: ແຂວງຫຼວງນໍ້າທາ ເຊິ່ງໃນເດືອນກໍລະກົດ ຜ່ານມາ ທົ່ວແຂວງມີອຸບັດຕິເຫດເກີດຂຶ້ນທັງໝົດ 28 ຄັ້ງ, ສ່ວນຫຼາຍແມ່ນລົດໃຫຍ່ຕໍາກັບລົດຈັກ.

ມີອຸບັດຕິເຫດທີ່ເກິດຂຶ້ນ ແຂວງຫຼວງນ້ຳທາ
ມີອຸບັດຕິເຫດທີ່ເກິດຂຶ້ນ ແຂວງຫຼວງນ້ຳທາ

ພັທ ລາດສະຫວ່າງ ປຣະຈິດທຳ ຫົວໜ້າພະແນກຕໍາຫຼວດຈະລາຈອນ ປກສ ແຂວງຫຼວງນ້ຳທາ ໃຫ້ຮູ້ວ່າ:

ໃນເດືອນກໍລະກົດ ຜ່ານມາ ທົ່ວແຂວງ ມີ ອຸບັດຕິເຫດເກີດຂຶ້ນທັງໝົດ 28 ຄັ້ງ; ໃນນີ້, ລົດໃຫຍ່ຕຳກັບລົດໃຫຍ່ 5 ຄັ້ງ, ລົດໃຫຍ່ຕໍາກັບລົດຈັກ 11 ຄັ້ງ, ລົດ ຈັກຕໍາກັບລົດຈັກ 8 ຄັ້ງ, ລົດໃຫຍ່ຕໍາ ຄົນຍ່າງ 1 ຄັ້ງ ເຮັດໃຫ້ມີພາຫະນະເປ່ເພເລັກໜ້ອຍ 37 ຄັນ; ເປ່ເພສົມຄວນ 7 ຄັນ, ໃຊ້ການບໍ່ໄດ້ 2 ຄັນ. ມີຄົນ ໄດ້ຮັບບາດເຈັບເລັກໜ້ອຍ 26 ຄົນ, ບາດເຈັບສົມຄວນ 5 ຄົນ; ບາດເຈັບ ສາຫັດ 3 ຄົນ ແລະ ເສຍຊີວິດ 1 ຄົນ ສ້າງຄວາມເສຍຫາຍທັງໝົດປະ ມານ 163.800.000 ກີບ. ທຽບໃສ່ ເດືອນມິຖຸນາຜ່ານມາ ແມ່ນເພີ່ມຂຶ້ນ 6 ຄັ້ງ. ສາເຫດແມ່ນນັກຂັບຂີ່ແລ່ນລົດໄວ ເກີນກຳນົດ 14 ຄັ້ງ; ດື່ມສິ່ງມຶນເມົາ ແລ້ວຂັບຂີ່ 8 ຄັ້ງ, ບໍ່ປ່ອຍສິດ 3 ຄັ້ງ.

ມີອຸບັດຕິເຫດທີ່ເກິດຂຶ້ນ ແຂວງຫຼວງນ້ຳທາ
ມີອຸບັດຕິເຫດທີ່ເກິດຂຶ້ນ ແຂວງຫຼວງນ້ຳທາ

ຕໍ່ກັບສະພາບດັ່ງກ່າວ, ເຈົ້າໜ້າທີ່ ຈຶ່ງຢາກຮຽກຮ້ອງເຖິງຜູ້ໃຊ້ລົດ-ໃຊ້ຖະໜົນ ຈົ່ງເປັນເຈົ້າການຄຸ້ມຄອງບອກ ສອນລູກຫຼານໃນໄລຍະພັກຮຽນບໍ່ໃຫ້ຂີ່ລົດເປັນພຶງ, ເປັນແພ ແລະ ກວນເມືອງ ທີ່ສ້າງຄວາມບໍ່ເປັນລະບຽບຮຽບຮ້ອຍໃຫ້ແກ່ສັງຄົມ.