ປັດຈຸບັນ, ສະພາບການສັນຈອນ ໃນນະຄອນຫຼວງວຽງຈັນ ໂດຍສະເພາະໃນໂມງຮີບດ່ວນໄດ້ເພີ່ມຂຶ້ນເທົ່າຕົວ ເຮັດໃຫ້ເສັ້ນທາງສາຍຕ່າງໆມີຄວາມແອອັດຫຼາຍຂຶ້ນສ້າງຄວາມຫຍຸ້ງຍາກ ໃນການໃຊ້ລົດ-ໃຊ້ຖະໜົນ; ແຕ່ບັນຫາດັ່ງກ່າວ ພາກສ່ວນກ່ຽວຂ້ອງກໍໄດ້ຊອກຫາວິທີແກ້ໄຂ, ໃນນີ້ ຕໍາຫຼວດຈະລາຈອນໄດ້ວາງກໍາລັງໃສ່ຈຸດຕ່າງໆທີ່ເຫັນ ວ່າສະພາບການສັນຈອນບໍ່ສະດວກ ເພື່ອເຮັດໜ້າທີ່ລະບາຍການສັນຈອນ ແຕ່ກໍສາມາດແກ້ໄຂໄດ້ໃນລະດັບໜຶ່ງເທົ່ານັ້ນ; ຕໍ່ກັບບັນຫາດັ່ງກ່າວ ຜູ້ຂັບກໍຄວນມີສະຕິລະວັງຕົວສູງໃນສະພາບການ ສັນຈອນທີ່ແອອັດ ເພື່ອຫຼີກລ່ຽງບັນຫາອຸບັດຕິເຫດທີ່ເກີດຂຶ້ນ.

ການຈະລາຈອນແອອັດ
ການຈະລາຈອນແອອັດ

ເຈົ້າໜ້າທີ່ພະແນກຕໍາຫຼວດ ປກສ ນະຄອນຫຼວງວຽງຈັນ ເປີດເຜີຍໃຫ້ຮູ້ ວ່າ:

ໃນໂມງໄປການ-ເລີກການ ມີຈໍານວນເສັ້ນທາງທີ່ແອອັດກ່ອນໝູ່ ແລະ ຜູ້ຂັບຂີ່ຄວນຫຼີກລ່ຽງຫັນໄປນໍາໃຊ້ເສັ້ນທາງ ອື່ນແທນຖ້າບໍ່ຈໍາເປັນໃນການນໍາໃຊ້ ເສັ້ນທາງສາຍດັ່ງກ່າວ ເພາະຈະເຮັດໃຫ້ ທ່ານເສຍເວລາ ແລະ ສິ້ນເປືອງນໍ້າມັນ ລົດຫຼາຍຂຶ້ນ; ເສັ້ນທາງທີ່ວ່ານີ້ໄດ້ແກ່: ເສັ້ນທາງໄກສອນພົມວິຫານ ນັບແຕ່ ຫຼັກ 6 ເຖິງວົງວຽນ 450 ຂາເຂົ້າ, ເສັ້ນທາງລ້ານຊ້າງ ນັບແຕ່ປະຕູໄຊແຕ່ແຍກ ໄຟອໍານາດກໍາມະບານ ແລະ 4 ແຍກ ໄຟອໍານາດຕະຫຼາດເຊົ້າ, ເສັ້ນທາງ 13 ເໜືອ ການສັນຈອນແອອັດຢູ່ຈຸດໜ້າຕະ ຫຼາດສີໄຄ ແຕ່ 3 ແຍກໄຟອໍານາດສີໄຄ ເຖິງທາງແຍກເຂົ້າຄິວລົດ 2 ແຖວສີໄຄ, ເສັ້ນທາງອາຊຽນ ຈຸດໄຟອໍານາດໜອງດ້ວງ ເຖິງແຍກໄຟອໍານາດໂອດ້ຽນແອອັດນັບແຕ່ແຍກໄຟອໍານາດດົງໝ້ຽງ ຫາແຍກໄຟອໍານາດສີດໍາດວນ ເຖິງແຍກໄຟ ອໍານາດສີບຸນເຮືອງ; ເສັ້ນທາງໄຟອໍານາດ ເຈົ້າລາດຊະວົງ ມີຄວາມແອອັດແຕ່ໜ້າ ໂຮງຮຽນຫງຽນຢູ 3 ແຍກດອນແດງ ເຖິງແຍກໄຟອໍານາດໂຮງກາຍຍະສິນ, ເສັ້ນທາງໂພນຕ້ອງ ມີຄວາມແອອັດແຕ່ ວົງວຽນໂພນຕ້ອງ ເຖິງແຍກໄຟອໍານາດ ກາຍຍະສິນ, ເສັ້ນທາງ P3 ມີຄວາມ ແອອັດແຕ່ 4 ແຍກໄຟອໍານາດສີບຸນເຮືອງ ເຖິງແຍກໄຟຟ້າໂພນຕ້ອງ ແລະ ເສັ້ນທາງຮ່ອມໜ້າກົມຕໍາຫຼວດ ຕມ ເຖິງເສັ້ນທາງລ້ານຊ້າງ.

ການຈະລາຈອນແອອັດ
ການຈະລາຈອນແອອັດ

ນອກນັ້ນ ມີເສັ້ນທາງທາດຫຼວງ ມີຄວາມແອອັດແຕ່ 3 ແຍກໂນນຄໍ້, ແຍກໄຟອໍານາດທາດຫຼວງ ເຖີງວົງວຽນທາດຫຼວງ, ເສັ້ນທາງໜອງບອນ ການສັນຈອນມີຄວາມແອ ອັດຢູ່ 2 ຈຸດ ຄື: ວົງວຽນ 450 ປີ ເຖິງ ໄຟອໍານາດໜອງບອນ ແລະ ແຕ່ນາໄຊ ເຖິງປົກຄອງນະຄອນຫຼວງວຽງຈັນ, ເສັ້ນທາງໂພນສີນວນ 3 ແຍກທູດ ຫວຽດນາມ ເຖິງໄຟອໍານາດໂພນສີ ນວນ ແລະ ເສັ້ນທາງ 23 ສິງຫາ ແຕ່ ທູດຫວຽດນາມ ເຖິງໄຟອໍານາດໜອງບອນ, ເສັ້ນທາງມິດຕະພາບລາວ-ໄທ ມີຄວາມແອອັດ ແຕ່ວົງວຽນໂສກປ່າຫຼວງ, ໜ້າໂຮງໝໍ 103 ເຖິງແຍກວົງວຽນໂພນທັນ, ແຍກດົງປາຍນາ ມີຄວາມແອອັດແຕ່ວົງວຽນໂພນທັນ ເຖິງວົງ ວຽນດົງປ່າລານ ແລະ ເສັ້ນທາງຄູວຽງ ໜ້າຕະຫຼາດຂົວດິນ.

ການຈະລາຈອນແອອັດ
ການຈະລາຈອນແອອັດ

ໃນການແກ້ໄຂບັນຫາດັ່ງກ່າວ, ເຈົ້າໜ້າທີ່ຕໍາຫຼວດຈະລາຈອນເມືອງທີ່ກ່ຽວຂ້ອງ ໄດ້ສຸມໃສ່ເຮັດໜ້າທີ່ອໍານວຍ ຄວາມສະດວກໃຫ້ແກ່ຜູ້ໃຊ້ລົດ-ໃຊ້ຖະໜົນຕາມສາຍທາງ ໂດຍຈັດກໍາລັງ ເຈົ້າໜ້າທີ່ປະຈໍາຈຸດທີ່ສັບສົນ; ພ້ອມ ທັງຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍ ເປັນຕົ້ນແມ່ນ ການຢຸດ, ການຈອດ, ຕະຫຼອດຮອດການວາງຂາຍເຄື່ອງຊະຊາຍຕາມແຄມທາງ ເພື່ອເຮັດໃຫ້ການສັນຈອນມີຄວາມໂລ່ງລ່ຽນຂຶ້ນກວ່າເກົ່າ.ຄຽງຄູ່ກັນນີ້ ເຈົ້າໜ້າທີ່ຍັງມີການບັງຄັບໃຊ້ກົດໝາຍຕໍ່ຜູ້ຂັບຂີ່ທີ່ລະເມີດກົດລະບຽບການສັນຈອນປັບໃໝຕາມ ລະບຽບການທີ່ວາງອອກ. ເຊິ່ງການປະຕິບັດຂອງເຈົ້າໜ້າທີ່ຊ່ວຍຫຼຸດຜ່ອນໃນໄລຍະໃດໜຶ່ງເທົ່ານັ້ນ.

ຈະລາຈອນແອອັດ
ການຈະລາຈອນແອອັດ

ເຈົ້າໜ້າທີ່ໄດ້ແນະນໍາຕື່ມວ່າ: ສິ່ງສໍາຄັນທີ່ຜູ້ຂັບຂີ່ຄວນປະຕິບັດໃນເວລາຂັບຂີ່ຢູ່ຕາມເສັ້ນທາງທີ່ມີສະພາບການສັນຈອນເພີ່ມຂຶ້ນໃຫ້ປະຕິບັດຕາມກົດລະບຽບການສັນຈອນທີ່ວາງອອກ ຢ່າງເຂັ້ມງວດ ເປັນຕົ້ນ: ໃຫ້ຜູ້ຂັບຂີ່ໃຈເຢັນ, ຄ່ອຍໄປຄ່ອຍມາ ທັງໃຫ້ກຽດເຊິ່ງ ກັນແລະກັນ ໃນເວລາຈອດຖ້າໄຟອໍານາດໃຫ້ຈອດຖືກຊ່ອງຈະລາຈອນ ແລະ ຈອດຕໍ່ກົ້ນກັນໄປ, ໃນເວລາເຄື່ອນຕົວຄ່ອຍອອກໄປຕາມດໍາລັບ ຖ້າມີການຊິງແຊງກັນເພາະໃນໂມງຮີບດ່ວນກໍລະນີມີລົດພຽງໜຶ່ງຄັນມາຂວາງຊ່ອງຈະລາຈອນ ກໍຈະເຮັດໃຫ້ມີລົດຕິດຂັດໄດ້. ນອກນັ້ນຜູ້ທີ່ອາໄສຢູ່ຕາມແຄມທາງ ຫຼື ຜູ້ຂັບຂີ່ ມີຈຸດປະສົງຢາກນໍາລົດມາຈອດຢູ່ຕາມແຄມທາງ ໃຫ້ເບິ່ງປ້າຍ ຫ້າມຊົ່ວໂມງທີ່ຈອດໄດ້ ຫຼື ປ້າຍວັນຄູ່-ວັນຄີກ ແມ່ນໃຫ້ປະຕິບັດຕາມນັ້ນ, ຢ່າງໃດກໍຕາມ, ເຖິງຈະມີສະພາບການສັນຈອນແອອັດ ຖ້າຜູ້ໃຊ້ລົດ-ໃຊ້ຖະໜົນພ້ອມໃຈກັນປະຕິບັດຕາມລະບຽບທີ່ວາງອອກ ກໍຈະເຮັດໃຫ້ການເດີນທາງສະດວກຂຶ້ນ.