ບ້ານຜາເມືອງ-ບ້ານທົ່ງນາມີ ແລກປ່ຽນບົດຮຽນ

0
243
ພັທ ເຄນວອນ ລໍວັນໄຊ- ທ່ານ ນາງ ຈັນທະຈອນ ອິນທິສານ- ທ່ານ ເນັ່ງ ທ່າວຢ່າງ
ປະທານຮ່ວມກອງປະຊຸມແລກປ່ຽນບົດຮຽນລະຫວ່າງ ບ້ານຜາເມືອງ ແລະ ບ້ານທົ່ງນາມີ
ພັທ ເຄນວອນ ລໍວັນໄຊ- ທ່ານ ນາງ ຈັນທະຈອນ ອິນທິສານ- ທ່ານ ເນັ່ງ ທ່າວຢ່າງ
ປະທານຮ່ວມກອງປະຊຸມແລກປ່ຽນບົດຮຽນລະຫວ່າງ ບ້ານຜາເມືອງ ແລະ ບ້ານທົ່ງນາມີ

ກອງປະຊຸມແລກປ່ຽນບົດຮຽນການຊີ້ນໍາ-ນໍາພາຂອງອໍານາດການປົກຄອງ ບ້ານຜາເມືອງ ເມືອງບໍລິຄັນ ແລະ ບ້ານທົ່ງນາມີ ເມືອງປາກກະດິງ ແຂວງບໍລິຄໍາໄຊ ໄດ້ຈັດຂຶ້ນໃນວັນທີ 16 ສິງຫາຜ່ານມາ ທີ່ບ້ານຜາເມືອງ ເມືອງບໍລິຄັນ ແຂວງບໍລິຄໍາໄຊ; ເຂົ້າຮ່ວມ ໂດຍ ພັທ ເຄນວອນ ລໍວັນໄຊ ຄະນະຮັບຜິດຊອບກອງກໍ່ສ້າງຮາກຖານເຂດຈຸດສຸມໃຈກາງແຂວງບໍລິຄຳໄຊ, ມີ ທ່ານ ນາງ ຈັນທະຈອນ ອິນທິສານ ກໍາມະການພັກ ເມືອງເລຂາພັກຮາກຖານ ນາຍບ້ານໆຜາເມືອງ ແລະ ທ່ານ ເນັ່ງ ທ່າວຢ່າງ ເລຂາພັກຮາກຖານນາຍ ບ້ານໆທົ່ງນາມີ; ມີພະນັກງານທີ່ຢູ່ ໃນລະບົບກົງຈັກການຈັດຕັ້ງ 5 ໜ່ວຍງານ ຂອງສອງບ້ານດັ່ງກ່າວເຂົ້າຮ່ວມ.

ຕາງໜ້າປະຊາຊົນທັງ ສອງບ້ານ ພ້ອມດ້ວຍບັນດາແຂກທີ່ເຂົ້າຮ່ວມ ຜັດປ່ຽນກັນປະກອບຄຳເຫັນໃນກອງປະຊຸມ
ຕາງໜ້າປະຊາຊົນທັງ ສອງບ້ານ ພ້ອມດ້ວຍບັນດາແຂກທີ່ເຂົ້າຮ່ວມ ຜັດປ່ຽນກັນປະກອບຄຳເຫັນໃນກອງປະຊຸມ

ໃນກອງປະຊຸມ, ບັນດານາຍບ້ານທັງ ສອງບ້ານ ໄດ້ຜັດກັນຂຶ້ນລາຍງານໂດຍຫຍໍ້ກ່ຽວກັບລະບົບການຊີ້ນໍາ-ນໍາພາໃນຄວາມຮັບຜິດຊອບຂອງຕົນ ເຊິ່ງຄະນະຮັບຜິດຊອບຂອງ ສອງບ້ານ ໄດ້ນໍາເອົາແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ, ບັນດາເອກະສານ ທີ່ສໍາຄັນຕ່າງໆລົງເຜີຍແຜ່ເຊື່ອມຊຶມໃຫ້ພໍ່-ແມ່ປະຊາຊົນໄດ້ຮັບຮູ້ ແລະ ເຂົ້າໃຈຕໍ່ແນວທາງດັ່ງກ່າວ ເພື່ອເຮັດໃຫ້ພໍ່-ແມ່ປະຊາຊົນມີຄວາມຕື່ນຕົວ, ປະກອບສ່ວນເຂົ້າໃນທຸກວຽກງານ ແລະ ຂະບວນການຕ່າງໆຂອງການຈັດຕັ້ງບ້ານ; ໄດ້ອໍານວຍຄວາມສະດວກໃຫ້ 5 ໜ່ວຍງານ ທີ່ຢູ່ໃນລະບົບກົງຈັກການຈັດຕັ້ງບ້ານ, ໄດ້ເຄື່ອນໄຫວຕາມສິດ, ພາລະບົດບາດ ແລະ ໜ້າທີ່ຂອງຕົນເປັນປົກກະຕິ, ເອົາໃຈໃສ່ເກັບກໍາສະຖິຕິຄົນເພີ່ມ, ຄົນຫຼຸດ ແລະ ຄົນມາພັກເຊົາຊົ່ວ ຄາວ, ສຶກສາອົບຮົມກຸ່ມຄົນທີ່ເຄື່ອນໄຫວນໍາໃຊ້ສາສະໜາໃນທາງທີ່ບໍ່ຖືກຕ້ອງ, ຖາງປ່າຊະຊາຍ ແລະ ຈັບຈອງທີ່ດິນບໍ່ຖືກຕ້ອງ; ເອົາໃຈໃສ່ແກ້ໄຂບັນດາໜໍ່ແໜງກໍຄວາມບໍ່ສະຫງົບ ແລະ ບັນຫາປະກົດຫຍໍ້ທໍ້ຕ່າງໆເປັນຕົ້ນແມ່ນ ສຸມໃສ່ແກ້ໄຂບັນຫາ 4 ເຖື່ອນ ແນໃສ່ເຮັດໃຫ້ບ້ານມີຄວາມສະຫງົບ-ປອດໄພ ແລະ ມີຄວາມເປັນລະບຽບຮຽບຮ້ອຍ.

ທັງ ສອງບ້ານ ມອບເຄື່ອງຊ່ວຍເຫຼືອເຊິ່ງກັນແລະກັນ
ທັງ ສອງບ້ານ ມອບເຄື່ອງຊ່ວຍເຫຼືອເຊິ່ງກັນແລະກັນ

ສ່ວນທິດທາງແຜນການໃນຕໍ່ໜ້າ ຈະສືບຕໍ່ນໍາເອົາເອກະສານສໍາຄັນຕ່າງໆ, ນິຕິກໍາກົດໝາຍລົງ ຈັດຕັ້ງເຜີຍແຜ່ເຊື່ອມຊຶມໃຫ້ບັນດາພໍ່-ແມ່ປະຊາຊົນ ສອງບ້ານ ດັ່ງກ່າວເປັນປົກກະຕິ ເພື່ອເຮັດໃຫ້ເຂົາເຈົ້າຮັບຮູ້, ເຂົ້າໃຈ ແລະ ກຳແໜ້ນຕໍ່ແນວທາງນະໂຍບາຍຂອງພັກ, ເຄົາລົບລະບຽບກົດໝາຍຂອງລັດທັງປະຕິບັດຢ່າງເຂັ້ມງວດ; ສືບຕໍ່ແກ້ໄຂບັນດາປະກົດການຫຍໍ້ທໍ້ຕ່າງໆທີ່ອາດເກີດຂຶ້ນພາຍໃນບ້ານໃຫ້ຫຼຸດລົງໄປເລື້ອຍໆ, ພ້ອມທັງສ້າງບົດບັນທຶກ, ສຶກສາອົບຮົມຜູ້ລະເມີດ ແລະ ລົງໂທດຜູ້ກະທໍາຜິດຕໍ່ລະບຽບກົດໝາຍຢ່າງເຂັ້ມງວດ ແນໃສ່ໃຫ້ບ້ານມີ ຄວາມສະຫງົບ-ປອດໄພໂດຍພື້ນຖານ.