ກະຊວງສາທາລະນະສຸກ ຟິລິບປິນ ຖະແຫຼງການ ໃນວັນທີ 20 ສິງຫາ ທີ່ຜ່ານມາ ວ່າ: ຈຳນວນຜູ້ເສຍຊີວິດ ຈາກໄຂ້ເລືອດອອກ ໃນໄລຍະ 8 ເດືອນທຳອິດຂອງປີນີ້ ມີຈຳນວນເຖິງ 807 ຄົນ ແລະ ມີຈຳນວນຜູ້ປ່ວຍເພີ່ມຂຶ້ນເປັນ 188.562 ຄົນ.

ລາຍງານລະບຸວ່າ: ຕົວເລກດັ່ງກ່າວ ເປັນຕົວເລກທີ່ຮວບຮວມໄດ້ ໃນໄລຍະວັນທີ 1 ມັງກອນ ຈົນເຖິງວັນທີ 3 ສິງຫາ ປີນີ້ ໂດຍຕົວເລກຜູ້ປ່ວຍເພີ່ມຂຶ້ນ 2 ເທົ່າ ຈາກໃນໄລຍະດຽວກັນຂອງປີທີ່ຜ່ານມາ ທີ່ມີຜູ້ປ່ວຍຈຳນວນ 93.149 ຄົນ ແລະ ຕົວເລກຜູ້ເສຍຊີວິດ ເພີ່ມສູງຂຶ້ນຈາກປີທີ່ຜ່ານມາ ທີ່ມີຈຳນວນ 497 ຄົນ, ສ່ວນພື້ນທີ່ທີ່ມີການລະບາດໜັກທີ່ສຸດ ໄດ້ແກ່ ພາກກາງ ແລະ ພາກໃຕ້ຂອງປະເທດ.

ຂໍ້ມູນຂອງ ກະຊວງສາທາລະນະສຸກ ຟິລິບປິນ ຍັງພົບວ່າ: ຜູ້ປ່ວຍ ສ່ວນຫຼາຍເປັນເດັກ ອາຍຸລະຫວ່າງ 5 – 9 ປີ ໂດຍມີຈຳນວນເຖິງ 43.047 ຄົນ ຄິດເປັນ 23% ຂອງທັງໝົດ.

ເຈົ້າໜ້າທີ່ຜູ້ຊ່ວຍ ຂອງ ກະຊວງສາທາລະນະສຸກ ຟິລິບປິນ ລະບຸວ່າ:

ຕົວເລກຜູ້ປ່ວຍໄຂ້ເລືອດອອກ ຍັງເພີ່ມສູງຂຶ້ນຢູ່ ຢ່າງຕໍ່ເນື່ອງ, ພ້ອມກັນນັ້ນ ໄດ້ຂໍໃຫ້ປະຊາຊົນຊ່ວຍກັນກຳຈັດແຫຼ່ງເພາະພັນຍຸງລາຍ ເພື່ອຄວບຄຸມການແຜ່ລະບາດ.

ນອກຈາກນັ້ນ, ກະຊວງສາທາລະນະສຸກ ຍັງອອກຄຳເຕືອນວ່າ: ຈຳນວນຜູ້ປ່ວຍ ອາດເພີ່ມຂຶ້ນໄປຈົນເຖິງ ເດືອນຕຸລາ ເນື່ອງຈາກເປັນລະດູຝົນ.