ສຶກສາອົບຮົມ ນັກໂທດ-ດັດສ້າງ ແຂວງຄຳມ່ວນ ເພື່ອເປັນຄົນດີຂອງສັງຄົມ

0
1608

ທ່ານ ສີພອນ ຊາລີບູນ ອະດີດປະທານແນວລາວສ້າງຊາດ ແຂວງຄຳມ່ວນ ພ້ອມຄະນະ ລົງຢ້ຽມຢາມ ຄ້າຍຄຸມຂັງ – ດັດສ້າງ ປກສ ແຂວງຄຳມ່ວນ, ພ້ອມທັງສຶກສາອົບຮົມ ນັກໂທດ, ຜູ້ຖືກຫາ ແລະ ຜູ້ຖືກດັດສ້າງ ໃຫ້ກາຍເປັນພົນລະເມືອງດີໃນຕໍ່ໜ້າ ໃນອາທິດຜ່ານມາ, ເນື່ອງໃນໂອກາດ ວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 69 ປີ ໂດຍມີ ຄະນະຄ້າຍຄຸມຂັງ – ດັດສ້າງ, ຕະຫຼອດຮອດ ຜູ້ຖືກສຶກສາອົບຮົມ ເຂົ້າຮ່ວມ.

ທ່ານ ສີພອນ ຊາລີບູນ ໄດ້ໂອ້ລົມຕໍ່ ນັກໂທດ, ຜູ້ຖືກຫາ ແລະ ຜູ້ຖືກດັດສ້າງ ເພື່ອໃຫ້ເຂົ້າເຈົ້າ ໄດ້ຮັບຮູ້ເຂົ້າໃຈຕໍ່ ແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ, ເຂົ້າໃຈເຖິງມູນເຊື້ອ ການປົດປ່ອຍປະເທດຊາດ ຂອງປະຊາຊົນ ປະຕິວັດລາວ ບັນດາເຜົ່າ ແລະ ຮູ້ຈຳແນກສິ່ງທີ່ດີ ແລະ ບໍ່ດີ ຢູ່ໃນສັງຄົມ, ຮູ້ເຖິງບາບ, ບຸນ, ຄຸນ, ໂທດ, ຄວາມກະຕັນຍູຮູ້ບຸນຄຸນຕໍ່ ພໍ່ – ແມ່, ເອື້ອຍ – ອ້າຍ – ນ້ອງ ແລະ ຜົນສະທ້ອນຕໍ່ການກະທຳທີ່ບໍ່ດີຂອງຕົນເອງ.

ພ້ອມກັນນັ້ນ, ກໍເພື່ອເປັນ ການບໍາບັດຟື້ນຟູສ້າງກຳລັງໃຈ, ກຳລັງກາຍ ໃຫ້ມີຄວາມໝັ່ນທ່ຽງ ໃນການດຳລົງຊີວິດທີ່ຖືກຕ້ອງ ເພື່ອເຮັດໃຫ້ ນັກໂທດ, ຜູ້ຖືກຫາ ແລະ ຜູ້ຖືກດັດສ້າງ ຮູ້ສຶກກິນແໜງແຄງໃຈ ແລະ ປ່ຽນແນວຄິດຈິດໃຈໄປໃນທາງທີ່ດີ, ເວລາພົ້ນໂທດອອກໄປ ໃຫ້ກາຍເປັນພົນລະເມືອງທີ່ດີ, ກາຍເປັນລູກທີ່ດີຂອງ ພໍ່ – ແມ່, ຂອງຄອບຄົວ ແລະ ສັງຄົມ ຕໍ່ໄປ.

ໂອກາດນີ້, ທ່ານ ສີພອນ ຊາລີບູນ ໄດ້ມອບຊຸດກິລາ 12 ຊຸດ, ບານເຕະ, ບານສົ່ງ, ກະຕໍ້ຫວາຍ ແລະ ເຄື່ອງອຸປະໂພກ – ບໍລິໂພກ ລວມມູນຄ່າ 1.820.000 ກີບ ໃຫ້ແກ່ ຄ້າຍຄຸມຂັງ – ດັດສ້າງ ປກສ ແຂວງຄໍາມ່ວນ ເພື່ອນໍາໃຊ້ເຂົ້າໃນສ້າງຂະບວນການຕ່າງໆ ໃຫ້ເປັນຂະບວນຟົດຟື້ນ.