ໜ່ວຍພັກຮາກຖານ ກົມຕຳຫຼວດເສດຖະກິດ ກົມໃຫຍ່ຕຳ ຫຼວດ ກະຊວງ ປກສ ໄດ້ຈັດກອງປະຊຸມຕີລາຄາ ການກໍ່ສ້າງໜ່ວຍ ພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ແລະ ຕີລາຄາຈັດແບ່ງປະເພດສະມາຊິກພັກ, ພະນັກງານນັກຮົບ ປະຈຳປີ 2019 ໃນວັນທີ 21 ສິງຫາ2019 ເປັນປະທານ ໂດຍ ພັອ ຄຳແກ້ວ ມະໂນລາ ຄະນະພັກກົມໃຫຍ່ ເລຂາໜ່ວຍພັກ ຫົວໜ້າກົມຕຳຫຼວດ ເສດຖະກິດ, ມີ ພັອ ປອ ເພັງສະຫວັນ ທິບພະວົງໄຊ ຮອງກົມໃຫຍ່ຕໍາຫຼວດ ມີຄະນະໜ່ວຍພັກ, ສະມາຊິກພັກ ແລະພະນັກງານຫຼັກແຫຼ່ງພາຍໃນກົມ ເຂົ້າຮ່ວມ.

ໜ່ວຍພັກກົມຕຳຫຼວດເສດຖະກິດ ສະຫຼຸດຕີລາຄາກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ
ໜ່ວຍພັກກົມຕຳຫຼວດເສດຖະກິດ ສະຫຼຸດຕີລາຄາກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ

ພັທ ບຸນຖິ່ນ ແກ້ວມົນລັດຊີ ຮອງກົມຕໍາຫຼວດເສດຖະກິດ ໄດ້ຜ່ານບົດສະຫຼຸບການຕີລາຄາການ ກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2019 ວ່າ:

ໃນ 1 ປີຜ່ານມາ, ຄະນະໜ່ວຍພັກໄດ້ ເອົາໃຈໃສ່ນໍາພາສະມາຊິກພັກ ແລະ ພະນັງານ-ນັກຮົບປະຕິບັດໜ້າທີ່ການເມືອງຢ່າງໜັກແໜ້ນ ແລະ ມີຄວາມຮັບຜິດຊອບສູງ ໂດຍຫັນແນວທາງ, ແຜນນະໂຍບາຍຂອງພັກ, ມະຕິຂອງຄະນະພັກຂັ້ນເທິງເປັນແຜນການຂອງ ໜ່ວຍພັກໃຫ້ສອດຄອງກັບຄວາມຮັບຜິດຊອບ ແລະ ໜ້າທີ່ການເມືອງ ຕົວຈິງໃຫ້ມີຜົນສຳເລັດ, ສ້າງສະມາຊິກພັກໃຫ້ມີຄຸນທາດການເມືອງໜັກແໜ້ນ; ຄຸນສົມບັດສິນທຳປະຕິວັດ, ມີຄວາມຈົງຮັກພັກດີຕໍ່ອຸດົມການຂອງພັກ, ມີນໍ້າໃຈເສຍສະລະຮັບໃຊ້ປະຊາຊົນຢ່າງ ສຸດໃຈ ເຊິ່ງສະແດງອອກຕີລາຄາປະເພດຄຸນນະພາບ ແລະ ຈັດແບ່ງປະເພດສະມາຊິກພັກ ແລະ ມະຫາຊົນ ປະຈຳປີ 2019 ໄດ້ດັ່ງນີ້: ທົ່ວກົມມີສະມາຊິກພັກທັງໝົດ 68 ສະຫາຍ ຍິງ 9 ສະຫາຍ, ບໍ່ໄດ້ຄັດເລືອກ 1 ສະຫາຍ, ມີໜ້າຕົວຈິງ, 67 ສະຫາຍ ຍິງ 9 ສະຫາຍ.ຜ່ານການຈັດແບ່ງປະເພດ. ປະເພດແຂງມີ 62 ສະຫາຍ; ຍິງ 8 ສະຫາຍ ປະເພດກາງມີ 3 ສະຫາຍ ປະເພດອ່ອນມີ 2 ສະຫາຍ ຍິງ 1 ສະຫາຍ, ແລະ ບໍ່ໄດ້ຄັດເລືອກ 1 ສະຫາຍ.

ທິດທາງແຜນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ, ໃນປີ 2020 ຈະສືບຕໍ່ຍຶດໝັ້ນອຸດົມການທາງດ້ານການເມືອງ ແລະ ອຸດົມການສັງຄົມນິຍົມ, ມີທັດສະນະຫຼັກໝັ້ນຊົນຊັ້ນ; ຮູ້ຈຳແນກມິດ-ສັດຕູຕອບ ຕ້ານກົນອຸບາຍຫັນປ່ຽນໂດຍສັນ ຕິຂອງພວກກຸ່ມຄົນບໍ່ດີ, ມີຄວາມຈົງຮັກພັກດີຕໍ່ປະເທດຊາດ, ລະບອບປະຊາທິປະໄຕປະຊາຊົນ, ມີຄວາມຫ້າວຫັນຕໍ່ໜ້າທີ່ວຽກງານ ທີ່ການຈັດຕັ້ງພັກ-ລັດມອບໝາຍ ໃຫ້ມີຜົນສຳເລັດ.