ຕໍາຫຼວດຈະລາຈອນ ແລະ ຍທຂ ເມືອງໄຊເສດຖາ ໃຫ້ຮູ້ວ່າ: ບັນຫາຈະລາຈອນແອອັດ ໃນໂມງໄປການ-ເລີກ ການຢູ່ວົງວຽນແຍກວັງຊາຍ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ສາເຫດໜຶ່ງແມ່ນເກີດມາຈາກໂຮງຮຽນ ປາດຖະໜາບໍ່ມີສະຖານທີ່ຈອດລົດພຽງພໍ, ຈິ່ງເຮັດໃຫ້ລົດຜູ້ປົກຄອງທີ່ມາສົ່ງລູກເຂົ້າໂມງຮຽນຕິດຂັດຢູ່ເສັ້ນທາງເຂົ້າ -ອອກໜ້າໂຮງຮຽນ, ຖ້າແກ້ບັນຫານີ້ ໄດ້ສາມາດເຮັດໃຫ້ການສັນຈອນຢູ່ວົງວຽນສະດວກຂຶ້ນ.

ພັຕ ກັນສະແຫວງ ສີວົງສັກ ຮອງຫົວໜ້າກອງຕໍາຫຼວດຈະລາຈອນ ປກສ ເມືອງໄຊເສດຖາ ໃຫ້ຮູ້ໃນວັນທີ 5 ກັນຍາ 2019 ວ່າ:

ເສັ້ນທາງຊໍາເຄ້-ວັງຊາຍ ເປັນອີກເສັ້ນທາງໜຶ່ງທີ່ມີສະພາບການສັນຈອນແອອັດ ໂດຍສະເພາະຢູ່ຈຸດວົງວຽນວັງຊາຍ ບວກກັບເສັ້ນທາງດັ່ງກ່າວເປັນທາງເຂົ້າໜ້າໂຮງຮຽນປາດຖະໜາ ໃນແຕ່ລະວັນມີລົດຂອງພໍ່-ແມ່ຜູ້ ປົກຄອງມາສົ່ງລູກຫຼານທາງໂຮງຮຽນ ມີສະຖານທີ່ຈອດລົດບໍ່ພຽງພໍ ຈິ່ງເຮັດໃຫ້ລົດຂອງຜູ້ປົກຄອງອັ່ງອໍແຕ່ໜ້າໂຮງຮຽນມາເຖິງທາງໃຫຍ່ເຮັດໃຫ້ຕິດຂັດ ຕອນເຂົ້າຢູ່ໜ້າໂຮງຮຽນ ແລະ ຕອນອອກແມ່ນຢູ່ວົງວຽນ. ເຊິ່ງໃນການແກ້ໄຂບັນຫາດັ່ງກ່າວ ກໍໄດ້ຈັດວາງເຈົ້າໜ້າ ທີ່ລະບາຍການສັນຈອນ ເພື່ອອໍານວຍຄວາມສະດວກແຕ່ກໍບໍ່ສາມາດແກ້ໄຂ ບັນຫາໄດ້ຂາດຕົວ.

ທ່ານ ທະວີໄຊ ໄຊປະເສີດ
ທ່ານ ທະວີໄຊ ໄຊປະເສີດ

ທ່ານ ທະວີໄຊ ໄຊປະເສີດ ຫົວໜ້າຫ້ອງການ ຍທຂ ເມືອງ ກ່າວວ່າ:

ໂຮງຮຽນດັ່ງກ່າວເປັນບັນຫາຕົ້ນຕໍທີ່ພາໃຫ້ ການສັນຈອນແອອັດຍ້ອນທາງເຂົ້າໂຮງ ຮຽນເປັນເລນດຽວສະຖານທີ່ຈອດລົດບໍ່ພຽງພໍ, ໃນເວລາລົດຜູ້ປົກຄອງມາສົ່ງລູກຫຼານບໍ່ມີບ່ອນຈອດລົດຈິ່ງລົ້ນອອກ ມາຮອດທາງໃຫຍ່ມາສົມທົບກັບລົດ ຢູ່ຕາມສາຍທາງຈິ່ງເກີດມີບັນຫາຕິດຂັດອັ່ງອໍ; ໃນການແກ້ໄຂບັນຫານີ້ທາງຫ້ອງການ ຍທຂ ເມືອງ ຈະໄດ້ມີການປະສານກັບທາງໂຮງຮຽນໃຫ້ປັບປຸງ ສະຖານທີ່ຈອດລົດຄືນໃໝ່ ເພື່ອຮອງຮັບການຈອດລົດຂອງຜູ້ປົກຄອງໄດ້ ຫຼາຍຂຶ້ນກວ່າເກົ່າ.

ໂຮງຮຽນປາດຖະໜາ ເປັນສາເຫດໃຫ້ຈະລາຈອນແອອັດຢູ່ວົງວຽນວັງຊາຍ
ໂຮງຮຽນປາດຖະໜາ ເປັນສາເຫດໃຫ້ຈະລາຈອນແອອັດຢູ່ວົງວຽນວັງຊາຍ

ໂຮງຮຽນປາດຖະໜາ ມີຊັ້ນຮຽນ ແຕ່ອານຸບານ ເຖິງຊັ້ນ ມໍ 7 ມີນັກຮຽນ ປະມານ 1.800 ຄົນ, ໃນການອໍານວຍຄວາມສະດວກໃຫ້ພໍ່-ແມ່ຜູ້ປົກຄອງທາງ ໂຮງຮຽນ ມີປ້ອງກັນມາເຮັດໜ້າທີ່ຮັບຕອນເອົາລູກຫຼານຈາກຜູ້ປົກຄອງ ທັງນີ້ເປັນການບໍ່ໃຫ້ຜູ້ປົກຄອງລົງມາສົ່ງດ້ວຍຕົນເອງ, ແຕ່ກໍຍັງມີຈໍານວນໜຶ່ງມາຈອດລົດສົ່ງລູກ ແລະ ສວຍໂອກາດປ້ອນເຂົ້າຢູ່ກັບໂຮງຮຽນເປັນເວລາດົນສົມຄວນ; ນີ້ກໍເປັນບັນຫາໜຶ່ງທີ່ເປັນສາເຫດໃຫ້ ລົດຕິຂັດທີ່ຍັງແກ້ບໍ່ທັນໄດ້.