ສາຍການບິນ ບຣິດຕິສ ແອເວ ປະເຊີນການປະທ້ວງຂອງນັກບິນທົ່ວໂລກ ເປັນຄັ້ງທຳອິດ ໃນວັນທີ 9 ກັນຍາ ເຮັດໃຫ້ເກືອບທຸກຖ້ຽວບິນຖືກຍົກເລີກ ເປັນເວລາ 2 ມື້ ແລະ ສົ່ງຜົນກະທົບຕໍ່ຜູ້ໂດຍສານ 300.000 ຄົນ.

ລາຍງານລະບຸວ່າ: ການຢຸດວຽກປະທ້ວງຂອງນັກບິນໃນຄັ້ງນີ້, ທາງສາຍການບິນ ບໍ່ສາມາດເຮັດຫຍັງໄດ້ ນອກຈາກການຂູ່ຈະຕັດສິດການໂດຍສານຟຣີຂອງນັກບິນ ແລະ ຄອບຄົວ ຖ້າຫາກາການປະທ້ວງຍັງດຳເນີນຕໍ່ໄປ.

ກ່ອນໜ້ານີ້, ເດືອນກໍລະກົດ ທີ່ຜ່ານມາ ບຣິດຕິສ ແອເວ ໄດ້ສະເໜີຢຸດຕິຂໍ້ພິພາດລະຫວ່າງນັກບິນ 4.300 ຄົນ ກັບ ຝ່າຍບໍລິຫານ ທີ່ດຳເນີນມາດົນ 9 ເດືອນ ດ້ວຍການສະເໜີຈະຂຶ້ນເງິນເດືອນໃຫ້ 11,5% ເປັນເວລາ 3 ປີ ເຊິ່ງຈະເຮັດໃຫ້ນັກບິນ ມີລາຍໄດ້ປະມານປີລະ 200.000 ປອນ.

ແຕ່ວ່າ ທາງສະມາຄົມນັກບິນ ສາຍການບິນອັງກິດ ກໍໄດ້ປະຕິເສດຂໍ້ສະເໜີດັ່ງກ່າວ ໂດຍລະບຸວ່າ: ປີທີ່ຜ່ານມາ, IAG ເຊິ່ງເປັນບໍລິສັດແມ່ຂອງ ບຣິດຕິສ ແອເວ ມີກຳໄລກ່ອນຫັກພາສີເພີ່ມຂຶ້ນເກືອບເຖິງ 10% ຂະນະທີ່ປັດຈຸບັນ ນັກບິນຜູ້ຊ່ວຍ ໄດ້ເງິນເດືອນພຽງ 70.000 ປອນ ແລະ ນັກບິນຈົບໃໝ່ໄດ້ເງິນເດືອນພຽງ 26.000 ປອນ ເຊິ່ງຖືວ່າບໍ່ພໍຈ່າຍຄ່າໜີ້ ເພາະກວ່າຈະຮຽນຈົບຕ້ອງເສຍເງິນປະມານແສນປອນ.

ທັ້ງນີ້, ນັກບິນຂອງ ບຣິດຕິສ ແອເວ ຂູ່ຈະຢຸດວຽກປະທ້ວງອີກຄັ້ງ ໃນວັນທີ 27 ກັນຍານີ້ ແລະ ອາດຈະຢຸດວຽກປະທ້ວງອີກ ໃນໄລຍະວັນພັກລະດູໜາວ ຖ້າຫາກຂໍ້ຮຽກຮ້ອງຍັງບໍ່ໄດ້ຮັບການຕອບສະໜອງ.