ຢູ່ໃນເຂດເຮືອນຈັດສັນ ທີ່ມີພະນັກງານປ້ອງກັນຄວາມປອດໄພ ຕະຫຼອດ 24 ຊົ່ວໂມງ ມີລະບົບກ້ອງວົງຈອນປິດຈັບຢູ່ທຸກຈຸດ ກັບກາຍເປັນສະຖານທີ່ມີການລັກຊັບເກີດຂຶ້ນຕະຫຼອດ ເຊິ່ງມັນໄດ້ຖືກກັບຄຳຂວັນທີ່ວ່າ: “ ບ່ອນໃດທີ່ປອດໄພທີ່ສຸດ ຈະກາຍເປັນບ່ອນທີ່ອັນຕະລາຍທີ່ສຸດ ”.

ເກີດເຫດການລັກຊັບພົນລະເມືອງ ທີ່ມີມູນຄ່າມະຫາສານ ທີ່ນະຄອນໂຮ່ຈິມິນ, ເຊິ່ງໄລຍະຜ່ານມາ ປະກົດໃຫ້ເຫັນວ່າ:

ບັນດາເປົ້າໝາຍ ແມ່ນແນໃສ່ສະຖານທີ່ທີ່ເບິ່ງແລ້ວມີຄວາມປອດໄພທີ່ສຸດ ເພາະວ່າປະຊາຊົນຈະໝັ້ນໃຈຕໍ່ລະບົບປ້ອງກັນ ແລະ ຈະຂາດສະຕິໃນການຮັກສາຊັບສິນຂອງຕົນ ໂດຍປ່ອຍປະແບບບໍ່ຄິດຢ້ານຈະສູນເສຍ, ແຕ່ພວກກຸ່ມເປົ້າໝາຍ ຈະສວຍໃຊ້ສະຖານທີ່ດັ່ງກ່າວ ເປັນບ່ອນລົງມລັກເອົາຊັບສິນທີ່ມີລາຄາແພງ ເຊັ່ນ: ເພັດ, ພອຍ, ຄຳ ແລະອື່ນໆ ທີ່ມີມູນຄ່າສູງໄປໄດ້ແບບງ່າຍດາຍ ເພາະວ່າພວກເຂົາມີວິທີການລົງມືແບບເລິກແລບທີ່ສຸດ.

ໂດຍພວກເຂົາຈະຈັດຕັ້ງກັນເປັນກຸ່ມ ມອບໝາຍວຽກໃຫ້ແຕ່ລະຄົນຢ່າງລະອຽດ ຈົນສາມາດຮູ້ໄດ້ວ່າ: ເວລາເຂົ້າ-ອອກເຮືອນຂອງເປົ້າໝາຍ ແມ່ນເວລາໃດ, ແລ້ວຈະລົງມືຄືແນວໃດ ແລະ ເວລາໃດ ຈະເໝາະໃນການລົງມື.

ບໍ່ພຽງແຕ່ເທົ່ານັ້ນ, ບັນດາເຂດປ້ອງກັນພິເສດຄືແນວນັ້ນ ແລະ ບັນດາອຸປະກອນປ້ອງກັນເວນຍາມ ກ້ອງວົງຈອນ ປິດເຫຼົ່ານັ້ນ ມັນພັດໄດ້ກາຍເປັນເຄື່ອງມື ສອນໃຫ້ພວກເຂົາຮູ້ຈັກເອົາຕົວຫຼີກອອກຈາກການຖືກຈັບໄດ້ ແລະ ເຮັດໃຫ້ພວກເຂົາຍິ່ງສາມາດຈັບຈຸດໄດ້, ສາມາດລົງມືໄດ້ສະດວກຂຶ້ນອີກ.

ດັ່ງເຫດການທີ່ເກີດຂຶ້ນທີ່ເຮືອນຂອງ ນາງ TT TH ( ນາມສົມມຸດ ) ອາຍຸ 45 ປີ ເຮືອນຂອງຜູ້ກ່ຽວ ແມ່ນນອນຢູ່ໃນເຂດເຮືອນຈັດສັນ ທີ່ຖະໜົນຫືວເຖາະ ຄຸ້ມເຕິ້ນຮຶງ ເຂດ 7 ນະຄອນໂຮ່ຈິມິນ ຖືກຕີລາຄາວ່າ ເປັນສະຖານທີ່ປອດໄພທີ່ສຸດ ເພາະວ່າຕາມສະຖານທີ່ອ້ອມນອກຂອງເຂດດັ່ງກ່າວ ແມ່ນມີພະນັກງານຮັກສາຄວາມປອດໄພ ເຮັດໜ້າທີ່ເວນຍາມຢູ່ຕະຫຼອດເວລາ. ນອກຈາກນັ້ນ, ຍັງຕິດຕັ້ງກອງວົງຈອນປິດໄວ້ຕາມຈຸດຕ່າງໆໃນທົ່ວຂົງເຂດ, ຕາມເຮືອນຂອງແຕ່ລະຫຼັງ ຍັງຕັ້ງລະບົບກ້ອງຖ່າຍຮູບອັດຕະໂນມັດ ເມື່ອມີຄົນແປກໜ້າເຂົ້າເຮືອນ.

ເພາະສະນັ້ນ, ເຫດການທີ່ເກີດແມ່ນ ກຸ່ມກໍ່ເຫດລັກງັດເຮືອນຂອງ ນາງ H, ລັກໄດ້ແຫວນ 3 ວົງ ແລະ ຕ້າງຫູ ພ້ອມດ້ວຍເພັດພອຍທີ່ມີຄ່າຫຼາຍຢ່າງ ລວມມູນຄ່າປະມານ 4,5 ຕື້ດົ່ງ ເຊິ່ງຄະດີດັ່ງກ່າວ ກາຍເປັນຄະດີທີ່ມີຄວາມເສຍຫາຍຫຼາຍທີ່ສຸດ.

ຕາມການລາຍງານຂອງ ນາງ H ໃຫ້ຮູ້ວ່າ:

ຕອນແລງຂອງວັນທີ 26 ສິງຫາ 2017, ຫຼັງຈາກທີ່ຕົນກັບມາແຕ່ວຽກ ກໍປະກົດວ່າ: ເຮືອນຂອງຕົນຖືກຄົນຮ້າຍງັດເຂົ້າໄປຄົ້ນເຄື່ອງຂອງແຕກກະຈາຍ, ຕ້າງຫູເພັດທີ່ມີລາຄາແພງຂອງຕົນ ເຊິ່ງໄດ້ເຊື່ອງໄວ້ເປັນຢ່າງດີ ແຕ່ພວກມັນກໍຊອກຄົ້ນເຫັນ ແລ້ວລັກເອົາໄປ.

ບັນດາເຫດການແບບນີ້ ສ່ວນຫຼາຍພວກກຸ່ມລັກຊັບ ຈະສັງເກດເບິ່ງເຈົ້າຂອງເຮືອນ ເວລາອອກໄປທາງນອກ ໂດຍມີແຕ່ຄົນເຮັດວຽກເຮືອນຢູ່ຄົນດຽວ ພວກເຂົາຈະສວຍໂອກາດລັກງັດເຂົ້າເຮືອນ ແລ້ວຄົ້ນເອົາຊັບສິນມີຄ່າໄປແບບບໍ່ຮູ້ສຶກຕົວ. ເຖິງວ່າທາງເຈົ້າຂອງເຮືອນ ຈະພະຍາຍາມຫາວິທີປ້ອງກັນຈາກກຸ່ມໂຈນດັ່ງກ່າວ ໂດຍການນຳກ້ອງວົງຈອນປິດ ມາຕິດຕັ້ງຕາມຈຸດສຳຄັນບໍລິເວນເຮືອນແລ້ວກໍຕາມ ແຕ່ວ່າສຳລັບກຸ່ມເຄື່ອນໄຫວແບບມີຄວາມຊຳນານແລ້ວ ເລື່ອງກ້ອງແມ່ນກາຍເປັນບັນຫາເລັກໜ້ອຍສຳລັບພວກເຂົາ, ຕົວຢ່າງເຊັ່ນ: ຄະດີລັກຊັບໂດຍລັກເອົາຕູ້ເຊັບ ທີ່ຖະໜົນລາມເຊິ້ນ ຄຸ້ມ 2 ເຂດເຕິ້ນບິ່ງ ຈົນເຖິງທຸກມື້ນີ້ ແມ່ນຍັງບໍ່ສາມາດນຳຈັບຕົວເປົ້າໝາຍກໍ່ເຫດໄດ້ ເພາະວ່າຜູ້ກໍ່ເຫດ ແມ່ນມີຮູບການລົງມືຢ່າງແນບນຽນທີ່ສຸດ.

ຕາມການລາຍງານຂອງ ນາງ DT NB ອາຍຸ 49 ປີ ຢູ່ບ້ານເກີດ ແຂວງຫວີງລັອງ, ເຮັດວຽກເປັນແມ່ບ້ານ ຮັກສາຄວາມສະອາດຂອງເຮືອນ ຫຼັງທີ່ຖືກງັດເຂົ້າໄປລັກເອົາຊັບ ໃຫ້ຮູ້ວ່າ:

ໄລຍະເວລາເກີດເຫດ ແມ່ນເວລາທີ່ທັງ 2 ຜົວ-ເມຍ ເຈົ້າຂອງເຮືອນອອກໄປເຮັດວຽກ, ເມື່ອຕົນຕື່ນນອນຂຶ້ນມາ ກໍປະກົດເຫັນເຄື່ອງຂອງພາຍໃນບ້ານ ຖືກຄົ້ນ, ກຸ່ມຄົນຮ້າຍລັກເອົາຕູ້ເຊັບທີ່ຫ້ອງນອນຂອງທັງ 2 ຜົວ-ເມຍ ເຈົ້າຂອງເຮືອນ.

ເຊິ່ງທາງເຈົ້າຂອງເຮືອນ ລາຍງານວ່າ: ໃນຕູ້ເຊັບດັ່ງກ່າວ ມີເງິນສົດ 550 ລ້ານດົ່ງ ແລະ 34.000 ໂດລາສະຫະລັດ ( ປະມານ 772 ລ້ານດົ່ງ ). ນອກນີ້, ຍັງມີຄໍາອີກ 5 ສະຫຼຶງ ພ້ອມທັງເອກະສານສຳຄັນຈຳນວນໜຶ່ງ ລວມຊັບສິນທີ່ຄົນຮ້າຍລັກໄປນັ້ນ ປະມານ 1,3 ຕື້ດົ່ງ.

ນັ້ນກໍຍ້ອນວ່າ ໝັ້ນໃຈຕໍ່ແບບການກໍ່ສ້າງ, ເຊິ່ງອ້ອມຮອບເຮືອນ ແມ່ນກຳແພງສູງ ພ້ອມທັງຕິດກ້ອງວົງຈອນປິດໄວ້ທຸກຈຸດທີ່ສຳຄັນ. ດັ່ງນັ້ນ, ຈຶ່ງບໍ່ຄ່ອຍໃສ່ໃຈ ເລື່ອງຄວາມບໍ່ປອດໄພຈາກກຸ່ມຄົນຮ້າຍ.

ໃນໄລຍະຕິດຕໍ່ກັນ, ກໍເກີດເຫດລັກຊັບຂອງນັກຮ້ອງຊື່ດັ່ງ MH ເຊິ່ງເຮືອນຂອງຜູ້ກ່ຽວຕັ້ງຢູ່ຄຸ້ມອ້ານຝູ ເຂດ 2 ເຂດດັ່ງກ່າວ ກໍເປັນອີກສະຖານທີ່ໜຶ່ງທີ່ຍາກ ທີ່ກຸ່ມຄົນບໍ່ດີຈະລົງມືເຂົ້າໄປກໍ່ເຫດໄດ້ ຖ້າຫາກວ່າຄົນຮ້າຍບໍ່ຕິດຕາມເຈົ້າຂອງເຮືອນຢ່າງລະອຽດ ແລະ ສວຍໃຊ້ໂອກາດທີ່ເຈົ້າຂອງເຮືອນບໍ່ຢູ່ ລັກງັດເຂົ້າເຮືອນຄົ້ນເອົາຊັບໄປໄດ້ທັງໝົດ. ເຊິ່ງໃນຄັ້ງນີ້, ຄົນຮ້າຍງັດຕູ້ເຊັບ ແລ້ວເອົາຊັບສິນທັງໝົດໄປ ລວມຊັບສິນທີ່ຄົນຮ້າຍລັກໄປໄດ້ ມີປະມານ 1,6 ລ້ານດົ່ງ.

ຕໍ່ກັບເຫດການນີ້, ເຈົ້າໜ້າທີ່ຕຳຫຼວດ ພະແນກຕຳຫຼວດອາຍາ ນະຄອນໂຮ່ຈິມິນ ໃຫ້ຮູ້ວ່າ:

ບັນດາເປົ້າໝາຍລັກຊັບພົນລະເມືອງ ທີ່ເຄື່ອນໄຫວລັກຊັບໃນປັດຈຸບັນ ແມ່ນມີຮູບແບບການລົງມືທີ່ແນບນຽນຫຼາຍ, ກຸ່ມຄົນເຫຼົ່ານີ້ ຈະເຄື່ອນໄຫວເລີ່ມຈາກການຕິດຕາມ ການເຄື່ອນໄຫວການດຳລົງຊີວິດຂອງເປົ້າໝາຍ ກ່ອນລົງມື. ພ້ອມດຽວກັນນັ້ນ, ກໍຊອກຫາທາງອອກ ເພື່ອຫຼົບຫຼີກຈາກການຖືກຈັບໄດ້ຈາກ ເຈົ້າໜ້າທີ່ຕຳຫຼວດ. ໃນໄລຍະຜ່ານມາ, ບັນດາຄະດີລັກຊັບໃຫຍ່ໆ ແມ່ນມັກເກີດຢູ່ຕາມເຂດທີ່ຄິດວ່າມີຄວາມປອດໄພສູງ, ເຊິ່ງເປັນສະຖານທີ່ມີລະບົບປ້ອງກັນທີ່ທັນສະໄໝທີ່ສຸດ.

ກອງບັນຊາການຕຳຫຼວດ ນະຄອນໂຮ່ຈິມິນ ໄດ້ວາງງົບປະມານປະກອບອຸປະກອນທີ່ທັນສະໄໝ, ລະບົບຮັກສາຄວາມປອດໄພ ເຊັ່ນ: ກ້ອງວົງຈອນປິດ, ລະບົບເຕືອນໄພ ແລະອື່ນໆ ແນໃສ່ປ້ອງກັນ ແລະ ປະກອບສ່ວນໃນການຕິດຕາມຕົວຄົນຮ້າຍ, ຂະນະທີ່ພວກເຂົາລົງມືກໍ່ເຫດໃຫ້ງ່າຍຂຶ້ນ.

ເປົ້າໝາຍຫຼັກຂອງກຸ່ມກໍ່ເຫດ ແມ່ນແນໃສ່ບັນດາເຮືອນທີ່ມີຖານະດີ, ຮັ່ງມີ ແລະ ທີ່ສຳຄັນແມ່ນ ເຮືອນທີ່ເຈົ້າຂອງມັກໄປເຮັດວຽກຢູ່ທາງນອກຕະຫຼອດ, ປະເຮືອນໄວ້ແບບບໍ່ມີຄົນຢູ່, ເຮືອນທີ່ມີກຳແພງສູງ ແຕ່ມີຕົ້ນໄມ້ປົກຫຸ້ມຕາມແຄມກຳແພງ ເຊິ່ງເປັນບ່ອນອີງໃຫ້ກັບການລົງມືຂອງພວກເຂົາ.

ຕາມການແຈ້ງເຕືອນຂອງຕຳຫຼວດ ໃຫ້ຮູ້ວ່າ:

ນອກຈາກອຸປະກອນຊ່ວຍປ້ອງກັນຄວາມປອດໄພແລ້ວ ເຈົ້າຂອງເຮືອນຄວນຕິດຕັ້ງກ້ອງວົງຈອນປິດນັ້ນ ບໍ່ໃຫ້ເປີດເຜີຍຈົນສາມາດແນມເຫັນໄດ້ງ່າຍ, ຕິດຕັ້ງເພີ່ມສັນຍານເຕືອນຄົນແປກໜ້າ ເມື່ອເຫັນວ່າຜິດສັງເກດ, ພ້ອມ ນັ້ນກໍບໍ່ຄວນປະສິ່ງຂອງມີຄ່າໄວ້ໃນເຮືອນ ໂດຍສະເພາະ ຫ້ອງນອນ ເພາະວ່າເປົ້າໝາຍລົງມືສ່ວນໃຫຍ່ແລ້ວ ແມ່ນຈະແນໃສ່ຫ້ອງນອນເປັນຈຸດຫຼັກທຳອິດ ໃນການກວດຄົ້ນເອົາຊັບສິນ.