ເຈົ້າໜ້າທີ່ຕຳຫຼວດ ຈັບຕົວເປົ້າໝາຍໄດ້ຈຳນວນ 23 ຄົນ ແລະ ກຳລັງດຳເນີນຄະດີ ໃນສະຖານລັກລອບຜະລິດນ້ຳມັນປອມ ພ້ອມທັງກວດຢຶດນ້ຳມັນໄດ້ຫຼາຍລ້ານລິດ ລວມທັງ ເຮືອ, ລົດຍົນ, ປໍ້າລົມ, ຜົງເຄມີສີ ແລະອື່ນໆອີກຫຼາຍຢ່າງ. ເຊິ່ງນີ້ເປັນ ເຄືອຂ່າຍການຜະລິດ ແລະ ຈຳໜ່າຍນ້ຳມັນປອມ ທີ່ມີຂະໜາດໃຫຍ່ ທີ່ຖືກເຈົ້າໜ້າທີ່ຕຳຫຼວດ ແຂວງດັກນົ້ງ ປະສານສົມທົບກັບ ກະຊວງຕຳຫຼວດ ມ້າງສຳເລັດ ແລະ ເປັນປະເດັນວິພາກວິຈານ ໃນສື່ອອນລາຍ.

ກ່ອນໜ້ານີ້, ນ້ຳມັນປອມ ທີ່ສີມືກຸ່ມເຄື່ອນໄຫວດັ່ງກ່າວ ໄດ້ຜະລິດອອກມາໃຫ້ປະຊົນຊົນຊົມໃຊ້ ໃນທົ່ວສັງຄົມ ແມ່ນມີປະລິມານຫຼາຍລ້ານລິດຕໍ່ມື້. ນ້ຳມັນເຫຼົ່ານີ້ ເປັນນ້ຳມັນທີ່ບໍ່ມີຄຸນນະພາບ ເພາະເປັນນ້ຳມັນທີ່ພວກກ່ຽວໄດ້ປະສົມຫົວເຊື້ອກັບສານເຄມີ ແລະ ເມື່ອລົດ ຫຼື ເຄື່ອງຈັກໃດ ຫາກນຳໃຊ້ນ້ຳມັນທີ່ພວກກ່ຽວຜະລິດອອກມານີ້ ກໍຈະເຮັດໃຫ້ສະພາບຈັກເສື່ອມຄຸນນະພາບໄວ. 

ນ້ຳມັນປອມ ທີ່ສີມືກຸ່ມເຄື່ອນໄຫວດັ່ງກ່າວ ໄດ້ຜະລິດອອກມາໃຫ້ປະຊົນຊົນຊົມໃຊ້ ໃນທົ່ວສັງຄົມ ແມ່ນມີປະລິມານຫຼາຍລ້ານລິດຕໍ່ມື້

ຫຼັງຈາກທີ່ສາມາດສືບຮູ້ຂໍ້ມູນການເຄື່ອນໄຫວຂອງພວກກ່ຽວ ແລະ ເພື່ອເປັນການຮັບປະກັນໃຫ້ການດຳເນີນການມ້າງລາຍຄະດີດັ່ງກ່າວ ປະສົບຜົນສຳເລັດ ທາງຄະນະຮັບຜິດຊອບ ຈຶ່ງໄດ້ແຕ່ງຕັ້ງພະນັກງານລົງຕິດຕາມທັງເວັນທັງຄືນ ເພື່ອເກັບກຳຂໍ້ມູນຫຼັກຖານ ແລະ ກຽມເປີດໂສມໜ້າຜູ້ເຄື່ອນໄຫວທີ່ບໍ່ຖືກຕ້ອງນີ້.

ມາໃນວັນທີ 1 ມິຖຸນາ 2019, ເຈົ້າໜ້າທີ່ຕຳຫຼວດ ພ້ອມດ້ວຍທຸກພາກສ່ວນທີ່ກ່ຽວຂ້ອງ ໄດ້ເຂົ້າກວດກາສະຖານທີ່ພັກເຊົາ ແລະ ສະຖານທີ່ເຮັດວຽກຂອງ ເສດຖີນ້ຳມັນ ຈິ້ງເສືອງ ຈຶ່ງເຮັດໃຫ້ປະຊາຊົນໃນຂົງເຂດນັ້ນບໍ່ຄາດຝັນວ່າ ເສດຖີນ້ຳມັນຄົນນີ້ ກຳລັງເປັນຄົນຮັ່ງມີ ແລະ ກຳລັງຈະກາຍເປັນຄົນທຳມະດາ ເມື່ອເຈົ້າໜ້າທີ່ຈັບຕົວໄປສອບສວນ ແລະ ໄດ້ຮັບສາລະພາບວ່າ:

ໄດ້ດຳເນີນການຜະລິດນ້ຳມັນປອມນີ້ ດ້ວຍຮູບແບບການເຄື່ອນໄຫວທີ່ແນບນຽນທີ່ສຸດ, ນ້ຳມັນທີ່ຜະລິດໄດ້ແຕ່ລະມື້ ຈະຖືກນຳສົ່ງອອກຂາຍທົ່ວໄປຕາມທ້ອງຕະຫຼາດ ປະປົນກັບນ້ຳມັນທີ່ນຳເຂົ້າຖືກຕ້ອງ ເພື່ອຫຼອກຕາຜູ້ຊົມໃຊ້ໃນຫຼາຍຂົງເຂດສົມຄວນ ແລະ ມີເປົ້າໝາຍແນໃສ່ໄດ້ຮັບຜົນກຳລັງ ຢ່າງມະຫາສານ.

ເຈົ້າໜ້າທີ່ ກຳລັງສືບສວນ-ສອບສວນ ຜູ້ຖືກສົງໄສຜະລິດນໍ້າມັນປອມ

ກ່ອນໜ້ານີ້, ສາງເກັບມ້ຽນນ້ຳມັນຫຼາຍແຫ່ງ ກໍເຄີຍຖືກເຈົ້າໜ້າທີ່ຕຳຫຼວດ ກວດພົບ ແລະ ສັ່ງປິດ ຍ້ອນການເຄື່ອນໄຫວໃນລັກສະນະດຽວກັນນີ້. ແຕ່ຍ້ອນຮູບແບບການເຄື່ອນໄຫວທີ່ເລິກແລບ ແລະ ຜະລິດອອກມາເປັນຈຳນວນຫຼາຍ ຈຶ່ງຖືກເຈົ້າໜ້າທີ່ສາມາດຕິດຕາມ ແລະ ມ້າງກຸ່ມເຄື່ອນໄຫວຂອງຜູ້ກ່ຽວ ໄດ້ສຳເລັດ.

ຜ່ານການເຄື່ອນໄຫວຂອງ ເຈົ້າໜ້າທີ່ວິຊາສະເພາະ ເຊິ່ງນັບແຕ່ເດືອນມິຖຸນາ 2018 ເປັນຕົ້ນມາ, ກອງບັນຊາການຕຳຫຼວດ ແຂວງດັກນົ້ງ ໄດ້ເລີ່ມການຕິດຕາມ, ຈັດຕັ້ງກຳລັງ ແລະ ນຳໃຊ້ພາຫະນະລົງເກັບກຳຂໍ້ມູນທີ່ກ່ຽວຂ້ອງ ເພື່ອກຽມຕໍ່ສູ້ມ້າງລາຍຄະດີນີ້.

ມາຮອດວັນທີ 14 ມີນາ 2019, ອົງການສືບສວນ – ສອບສວນ ກອງບັນຊາການຕຳຫຼວດ ແຂວງດັກນົ້ງ ໄດ້ອອກຄຳສັ່ງດຳເນີນຄະດີກັບ 9 ຜູ້ຖືກຫາ ໃນຂໍ້ກ່າວຫາຮ່ວມກັນຜະລິດນ້ຳມັນປອມ ອອກຂາຍ ໃນທ້ອງຕະຫຼາດ ໂດຍຜິດຕໍ່ກົດໝາຍ ລວມມີ:

  • ທ້າວ ຫງວຽນວັນເຮືອງ
  • ທ້າວ ຫງວຽນວັນເຊີນ
  • ທ້າວ ຫງວຽນວັນຮຸ່ງ
  • ທ້າວ ຟາມຮົ່ງກວາງ ( ທັງ 4 ຢູ່ເມືອງດັກອາເລີບ ແຂວງດັກນົ້ງ )
  • ນາງ ໂຮ່ທິເຍີນ ຢູ່ຕາແສງຢາເຫງຍ
  • ທ້າວ ຫງວຽນແມ້ງຕຽນ ຢູ່ຄຸ້ມບ້ຽນຮວ່າ
  • ທ້າວ ຫງວຽນກວາງທວນ
  • ນາງ ຫງວຽນທິກິ້ມລວນ
  • ທ້າວ ຮວ່າງຖຸຍມິ້ງ ( ທັງ 3 ຢູ່ເມືອງຖົງເຍິດ ແຂວງດົ່ງນາຍ )
ເຮືອຂົນສົ່ງນໍ້າມັນຂອງພວກກ່ຽວ

ພັອ ເລ້ວັນຕວຽນ ຫົວໜ້າກອງບັນຊາການຕຳຫຼວດ ແຂວງດັກນົ້ງ ໄດ້ລາຍງານຕໍ່ ຄະນະກະຊວງຕຳຫຼວດ ວ່າ:

ຜ່ານການສືບສວນຫຼາຍຄັ້ງ, ເຈົ້າໜ້າທີ່ ຈຶ່ງສາມາດຢືນຢັນໄດ້ວ່າ: ນີ້ແມ່ນຄະດີທີ່ອັນຕະລາຍ ແລະ ຮູ້ໄດ້ວ່າ ກຸ່ມເຄື່ອນໄຫວລັກຜະລິດນໍ້າມັນນີ້ ມີຂະໜາດໃຫຍ່ ແລະ ມີການຂະຫຍາຍເປັນວົງກວ້າງ, ພ້ອມທັງມີສ່ວນພົວພັນກັບຫຼາຍເປົ້າໝາຍ ທີ່ມີການເຄື່ອນໄຫວກະທຳຜິດໃນຫຼາຍແຂວງ ແລະ ຕາມຕົວເມືອງໃຫຍ່ ເຊິ່ງອາດເປັນໄປໄດ້ວ່າ ຈະມີກຸ່ມຂອງພວກເຂົາໃນທຸກພື້ນທີ່ທົ່ວປະເທດ.

ລັດຖະມົນຕີ ກະຊວງຕຳຫຼວດ ໄດ້ອອກຄຳສັ່ງຈັດຕັ້ງ ຄະນະຮັບຜິດຊອບ ຊີ້ນຳການດຳເນີນການມ້າງລາຍຄະດີດັ່ງກ່າວນີ້ ໂດຍມອບໝາຍໃຫ້ ທ່ານ ເລ້ກຸຍເວື້ອງ ຮອງລັດຖະມົນຕີ ກະຊວງຕຳຫຼວດ ເປັນຫົວໜ້າຊີ້ນຳ ພ້ອມທັງມີ ບັນດາຫົວໜ້າກອງບັນຊາການຕຳຫຼວດ ແຂວງດັກນົ້ງ, ຫົວໜ້າກົມຕຳຫຼວດສືບສວນ – ສອບສວນ ກ່ຽວກັບ ການເຄື່ອນໄຫວຜິດຕໍ່ເສດຖະກິດ ແລະ ຄ້າຂາຍເຖື່ອນ ເປັນ ຮອງຄະນະ ພ້ອມດ້ວຍສະມາຊິກ ເຊິ່ງແມ່ນ ຫົວໜ້າກົມວິຊາສະເພາະ ຂອງ ກະຊວງຕຳຫຼວດ.

( ຕິດຕາມຕອນຕໍ່ໄປ… )