ຫາໃນວັນທີ 23 ກັນຍາ 2019 ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ແລະ ໂຮງຮຽນປາດຖະໜາ ໄດ້ປຶກສາ ຫາລືການແກ້ ໄຂບັນຫາການສັນຈອນແອອັດ ຢູ່ໂຮງຮຽນດັ່ງກ່າວ, ໂດຍເປັນປະທານ ຂອງທ່ານ ພຸດທະພອນ ໂຄດປັນຍາ ຮອງເຈົ້າເມືອງໆໄຊເສດຖາ; ເຂົ້າຮ່ວມມີເຈົ້າໜ້າທີ່ພະແນກຕໍາຫຼວດຈະລາຈອນ, ພະແນກ ຍທຂ, ພະແນກ ສສກ, ອໍານວຍການໂຮງຮຽນ, ນາຍບ້ານ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ກອງປະຊຸມຫາລືແກ້ໄຂການສັນຈອນແອອັດ ຢູ່ໂຮງຮຽນປາດຖະໜາ
ກອງປະຊຸມຫາລືແກ້ໄຂການສັນຈອນແອອັດ ຢູ່ໂຮງຮຽນປາດຖະໜາ

ທ່ານ ທະວີໄຊ ໄຊປະເສີດ ຫົວໜ້າຫ້ອງການ ຍທຂ ເມືອງ ສະເໜີວ່າ:

ເພື່ອແກ້ໄຂການສັນຈອນແອອັດຢູ່ຈຸດດັ່ງກ່າວໃຫ້ມີຄວາມສະດວກສະບາຍ ແມ່ນໃຫ້ທາງໂຮງຮຽນເພີ່ມເນື້ອທີ່ຈອດລົດຢູ່ຂ້າງໃນໂຮງຮຽນຕື່ມ ໃຫ້ທຸບກໍາແພງປ້າຍ ເພື່ອຂະຫຍາຍບ່ອນຈອດລົດກວ້າງອອກ ທັງແນະນໍາໃຫ້ຜູ້ປົກຄອງທີ່ມາສົ່ງລູກຫຼານໃຫ້ນໍາເອົາລົດໄປຈອດໄວ້ໃນເດີ່ນຫຼີກລ່ຽງການຈອດລົດໜ້າໂຮງຮຽນ, ໃຫ້ເພີ່ມພະນັກງານອອກມາແນະນໍາ ແລະ ຮັບເອົາລູກຫຼານນໍາຜູ້ ປົກຄອງຢູ່ປະຕູໂຮງຮຽນ; ໃຫ້ຕິດຕັ້ງປ້າຍຫ້າມລ້ຽວຊ້າຍ ເພື່ອບໍ່ໃຫ້ຜູ້ປົກຄອງລ້ຽວລັດທາງວົງວຽນ, ປັບປ່ຽນ ໂມງເຂົ້າຮຽນ-ເລີກຮຽນ, ໃຫ້ທາງໂຮງຮຽນມີລົດຮັບສົ່ງ ແລະ ແນະນໍາໃຫ້ຊື້ຕອນດິນເບື້ອງຫຼັງຂອງໂຮງຮຽນ ເພື່ອຂະຫຍາຍເສັ້ນທາງ ໄປທາງບ້ານໂຊກຄໍາ ເພື່ອແກ້ໄຂບັນຫາການສັນຈອນແອອັດໃນເວລາເຂົ້າ ແລະ ອອກຈາກໂຮງຮຽນ.

ທ່ານ ບຸນຕີ ສິດທິນົນທອງ ອໍານວຍການໂຮງຮຽນປາດຖະໜາ ໃຫ້ຮູ້ ວ່າ:

ກອງປະຊຸມຫາລືແກ້ໄຂການສັນຈອນແອອັດ ຢູ່ໂຮງຮຽນປາດຖະໜາ
ກອງປະຊຸມຫາລືແກ້ໄຂການສັນຈອນແອອັດ ຢູ່ໂຮງຮຽນປາດຖະໜາ

ປັດຈຸບັນ ໂຮງຮຽນມີຊັ້ນຮຽນແຕ່ຫ້ອງອະນຸບານ ເຖິງ ຫ້ອງ ມ 7 ມີນັກຮຽນປະມານ 1.700 ຄົນ, ເນື່ອງຈາກ ວ່າມີນັກຮຽນຈໍານວນຫຼາຍ ໄດ້ສ້າງຄວາມແອອັດໃຫ້ການສັນຈອນໃນເວລາເຂົ້າຮຽນ, ທີ່ຜ່ານມາ ທາງໂຮງຮຽນກໍມີທິດທາງແກ້ໄຂ, ໂດຍມີສະຖານທີ່ຈອດລົດ ໄດ້ປະມານ 100 ຄັນ, ນອກນັ້ນ ກໍໄດ້ລົງທຶນໃນການກໍ່ສ້າງ ແລະ ຂະຫຍາຍທາງ ຈໍານວນ 500 ລ້ານກີບ; ໃນທິດແກ້ ໄຂທາງໂຮງຮຽນຈະເອົາສະຖານທີ່ຫໍ ພັກຄູອາຄານເປັນບ່ອນຈອດລົດ ແລະ ຈະເຈລະຈາກັບເຈົ້າຂອງດິນເພື່ອຊື້ ແລະ ຂະຫຍາຍເສັ້ນທາງໃຫ້ການສັນຈອນໄປມາມີຄວາມສະດວກຂຶ້ນ.

ເຈົ້າໜ້າທີ່ຕໍາຫຼວດຈະລາຈອນ ເມືອງໄຊເສດຖາ ໃຫ້ຮູ້ວ່າ: ໃນການເຮັດໜ້າທີ່ອໍານວຍຄວາມສະດວກຢູ່ບໍລິເວນໂຮງຮຽນດັ່ງກ່າວ ໃນແຕ່ລະວັນໄດ້ຈັດ ເຈົ້າໜ້າທີ່ 3 ສະຫາຍ ຢູ່ວົງວຽນ 2 ສະຫາຍ ແລະ ຢູ່ທາງເຂົ້າໂຮງຮຽນ 1 ສະຫາຍ; ໃນການປະຕິບັດໜ້າທີ່ມີຄວາມຫຍຸ້ງຍາກສົມຄວນ ເພາະມີລົດເປັນຈໍານວນຫຼວງຫຼາຍໃນເວລາດຽວກັນ, ການຕິດຂັດຂອງໂຮງຮຽນປາດຖະໜາ ທັງຕອນເຂົ້າ ແລະ ຕອນອອກ ຖ້າຫາກວ່າ ມີການແກ້ໄຂ ກໍອາດຈະເຮັດໃຫ້ການສັນຈອນບໍລິເວນດັ່ງກ່າວສະດວກຂຶ້ນ.