ໃນລະຫວ່າງວັນທີ 25-27 ກັນຍາ 2019 ຜ່ານມານີ້ ເຈົ້າໜ້າທີ່ພະແນກຕໍາຫຼວດຈະລາຈອນ ປກສ ແຂວງຄຳມ່ວນ ຮ່ວມກັບບໍລິສັດນີວຈິບເຊັງຈໍາກັດ ໄດ້ລົງໂຄງສະນາກ່ຽວກັບລະບຽບການສັນຈອນ, ຫຼັກການຂັບຂີ່ປອດໄພຕາມທ້ອງຖະໜົນໃຫ້ນັກຮຽນໂຮງຮຽນ ມໍປາຍ ທ່າແຂກ, ໂຮງຮຽນ ມສ ດົງໃຕ້ ແລະ ໂຮງຮຽນ ມສ ມ່ວງສຸມ, ມີຕາງໜ້າບໍລິ ສັດນີວຈິບເຊັງຈຳກັດຮ້ານສຸລະໄຊ ຮອນດ້າ; ບັນດາຄູຝຶກການຂັບຂີ່ປອດໄພ, ຄະນະອຳນວຍການໂຮງຮຽນ, ຕະຫຼອດຮອດນັກຮຽນ ເຂົ້າຮ່ວມຈຳນວນ 513 ຄົນ ຍິງ 231 ຄົນ.

ໂຄສະນາ ເຕັກນິກຂັບຂີ່ປອດໄພໃຫ້ 3 ໂຮງຮຽນ ເມືອງທ່າແຂກ
ໂຄສະນາ ເຕັກນິກຂັບຂີ່ປອດໄພໃຫ້ 3 ໂຮງຮຽນ ເມືອງທ່າແຂກ

ຮອ ຕຸກ ວົງດາລາ ຮອງຫົວໜ້າ ກອງໂຄສະນາພະແນກຕຳຫຼວດຈະລາຈອນ ປກສ ແຂວງ ໄດ້ຂຶ້ນບັນລະຍາຍໃຫ້ຮູ້ກ່ຽວກັບຄວາມໝາຍຂອງບັນດາປ້າຍເຕືອນ; ປ້າຍຫ້າມຕ່າງໆພ້ອມທັງ ຍົກໃຫ້ເຫັນບັນຫາທີ່ພາໃຫ້ເກີດອຸບັດຕິເຫດ ເປັນຕົ້ນແມ່ນຜູ້ລະເມີດຕໍ່ກົດລະບຽບການສັນຈອນ, ຜູ້ຂັບຂີ່ອາຍຸບໍ່ເຖິງກະສຽນ, ບໍ່ມີໃບອະນຸຍາດຂັບຂີ່, ສະພາບເຕັກນິກລົດບໍ່ຮັບປະກັນ, ຂາດສະຕິ ໃນການເຄົາລົບລະບຽບການສັນຈອນ, ດື່ມສິ່ງມືນເມົາ ແລະ ບັນຫາການເພີ່ມ ຂຶ້ນຂອງຍານພາຫະນະ.

ໂຄສະນາ ເຕັກນິກຂັບຂີ່ປອດໄພໃຫ້ 3 ໂຮງຮຽນ ເມືອງທ່າແຂກ
ໂຄສະນາ ເຕັກນິກຂັບຂີ່ປອດໄພໃຫ້ 3 ໂຮງຮຽນ ເມືອງທ່າແຂກ

ພ້ອມນັ້ນໃນພິທີກໍໄດ້ມີການຖາມຕອບກ່ຽວກັບຄວາມຮູ້ພື້ນຖານຂອງການໃຊ້ລົດ-ໃຊ້ຖະໜົນໃຫ້ຖືກຕ້ອງ ຕາມລະບຽບການສັນຈອນ ທັງເປັນການຫຼຸດຜ່ອນຄວາມເຄັງຕຶງ ໃນພິທີຍັງໄດ້ມີການແຈກຂອງລາງວັນເປັນ ຕົ້ນແມ່ນມວກກັນກະທົບ ແລະ ເສື້ອໃຫ້ແກ່ບັນດານັນຮຽນຜູ້ທີ່ມີຄວາມສາມາດສະແດງອອກ ໃນການແລກປ່ຽນບົດຮຽນຕອບຄຳຖາມ; ທັງນີ້ກໍເພື່ອແນ ໃສ່ຜູ້ໃຊ້ລົດ-ໃຊ້ຖະໜົນໃຫ້ມີສະຕິ ຂັບຂີ່ລົດດ້ວຍຄວາມປອດໄພ ເພື່ອລີກລ່ຽງຈາກການເກີດອຸບັດຕິເຫດ ເຮັດໃຫ້ສັງຄົມມີຄວາມສະຫງົບ ແລະ ມີຄວາມເປັນລະບຽບຮຽບຮ້ອຍ ໂດຍສະເພາະກໍແມ່ນນັກຮຽນ; ນັກສຶກສາພາຍໃນເທດສະບານເມືອງທ່າແຂກ ແລະ ບັນດາໂຮງຮຽນອື່ນໆໃນແຂວງຄຳມ່ວນໃຫ້ຂັບຂີ່ປອດໄພ ແລະ ມີສະຕິສູງ ເພື່ອຮັບປະກັນບໍ່ໃຫ້ມີອຸບັດຕິເຫດເກີດຂຶ້ນ.