ປກສ ນວ ກຳນົດເສັ້ນທາງ ແລະ ສະຖານທີ່ຈອດລົດ ໃນບຸນພະທາດຫຼວງ

0
1249

ເພື່ອເຮັດໃຫ້ສະພາບການສັນຈອນ ໃນງານບຸນນະມັດສະການພະທາດຫຼວງວຽງຈັນ ໃຫ້ມີຄວາມເປັນລະບຽບຮຽບຮ້ອຍ, ກອງບັນຊາການ ປກສ ນະຄອນ ຫຼວງວຽງຈັນ ໄດ້ອອກແຈ້ງການເຖິງບັນດາສໍານັກງານ, ອົງການ, ຫົວໜ່ວຍທຸລະກິດ, ອົງການຈັດຕັ້ງສາກົນ, ພະນັກງານ, ລັດຖະກອນ, ທະຫານ, ຕໍາຫຼວດ, ພໍ່ແມ່ປະຊາຊົນລາວບັນດາເຜົ່າ, ຕະຫຼອດຮອດຊາວຕ່າງປະເທດ ທີ່ມາທ່ຽວງານບຸນນະມັດສະການພະທາດຫຼວງ ແລະ ງານວາງສະແດງສິນຄ້າປະຈໍາປີ ພ.ສ 2562 ລະຫວ່າງວັນທີ 5-11 ພະຈິກ 2019 ແລະ ງານວາງສະແດງສິນຄ້າທີ່ສູນການຄ້າລາວ-ໄອເຕັກ ວັນທີ 6-17 ພະຈິກ 2019 ແລະ ພິທີສະຫຼຸບຜົນການປະຕິສັງຂອນພິພິທະພັນພະທາດ ຫຼວງວຽງຈັນ ຄັ້ງທີ IV. ໄດ້ມີການກໍາ ນົດໃຊ້ເສັ້ນທາງ, ສະຖານທີ່ຈອດ ເຊິ່ງລາຍລະອຽດມີດັ່ງນີ້:

ປກສ ນວ ກຳນົດເສັ້ນທາງ ແລະ ສະຖານທີ່ຈອດລົດ ໃນບຸນພະທາດຫຼວງ
ປກສ ນວ ກຳນົດເສັ້ນທາງ ແລະ ສະຖານທີ່ຈອດລົດ ໃນບຸນພະທາດຫຼວງ
  1. ລົດບັນທຸກທີ່ມາແຕ່ເສັ້ນທາງ 13 ເໜືອ ມີຈຸດປະສົງຈະໄປເສັ້ນທາງ 13 ໃຕ້ ມາຮອດ 3 ແຍກໜອງບຶກ ໃຫ້ ລ້ຽວຊ້າຍໄປຕາມເສັ້ນທາງໜອງບຶກ ຮອດໄຟອໍານາດດົງໂດກລ້ຽວຊ້າຍໄປຕາມຈຸດປະສົງ.
  2. ສະເພາະລົດບັນທຸກທີ່ມາແຕ່ ເສັ້ນທາງ 13 ເໜືອ ມີຈຸດປະສົງຈະໄປຂົວມິດຕະພາບ ໃຫ້ໃຊ້ເສັ້ນທາງໜອງ ບຶກດົງໂດກອອກໃສ່ເສັ້ນທາງ 450 ປີ ໄປຫາຂົວມິດຕະພາບ.
  3. ລົດບັນທຸກທີ່ມາແຕ່ຂົວມິດຕະ ພາບ ມີຈຸດປະສົງໄປເສັ້ນທາງ 13 ໃຕ້ ໃຫ້ໃຊ້ເສັ້ນທາງ 450 ປີ ມາຮອດ 4 ແຍກໄຟອໍານາດດົງໂດກ ໃຫ້ລ້ຽວຂວາໄປທາງດອນໝູນ ແລ້ວໄປຕາມຈຸດປະສົງ.
  4. ລົດບັນທຸກທີ່ມາແຕ່ເສັ້ນທາງ 13 ໃຕ້ ມີຈຸດປະສົງໄປຂົວມິດຕະພາບມາຮອດໄຟອໍານາດ ຫຼັກ 21 ໃຫ້ລ້ຽວຊ້າຍອອກໃສ່ເສັ້ນທາງ 450 ປີ ແລ້ວ ລ້ຽວຊ້າຍໄປຂົວມິດຕະພາບ.
  5. ສໍາລັບພາຫະນະທີ່ມາແຕ່ເສັ້ນ ທາງ 13 ໃຕ້, ເສັ້ນທາງເລກທີ 10 ຫຼື ເສັ້ນທາງດອນໜູນ, ເສັ້ນທາງ ໄກສອນຖ້າບໍ່ມີຈຸດປະສົງມາທ່ຽວງານບຸນ, ມາຮອດໄຟອໍານາດໜອງໜ່ຽງໃຫ້ລ້ຽວຊ້າຍໄປຕາມເສັ້ນທາງບ້ານໜອງໜ່ຽງອອກໃສ່ບ້ານວັງຊາຍ ໄປຕາມຈຸດປະສົງ ຫຼື ລ້ຽວຂວາອອກໃສ່ເສັ້ນທາງໂຮງໝໍ 150 ຕຽງ ແລ້ວໄປຕາມຈຸດປະສົງ.
  6. ໃນກໍລະນີການສັນຈອນມີຄວາມສັບສົນ ເຈົ້າໜ້າທີ່ຈະໄດ້ແຍກລົດຢູ່ຈຸດໄຟອໍານາດດົງໂດກ ແລະ ຈຸດໄຟອໍານາດໜອງໜ່ຽງ ໃຫ້ລ້ຽວຂວາໄປໃຊ້ເສັ້ນທາງດົງໂດກ-ໜອງບຶກ ຮອດ 3 ແຍກປະຕູໂຂງມະຫາວິທະຍາໄລແຫ່ງຊາດ ແລ້ວລ້ຽວຊ້າຍໄປຕາມເສັ້ນທາງດົງໂດກ-ໂພນຕ້ອງ ຫຼື ຮອດໄຟອໍານາດຕານມີໄຊ ໃຫ້ລ້ຽວຊ້າຍໄປຕາມເສັ້ນທາງຕານມີໄຊ-ດອນແດງ.
ປກສ ນວ ກຳນົດເສັ້ນທາງ ແລະ ສະຖານທີ່ຈອດລົດ ໃນບຸນພະທາດຫຼວງ
ປກສ ນວ ກຳນົດເສັ້ນທາງ ແລະ ສະຖານທີ່ຈອດລົດ ໃນບຸນພະທາດຫຼວງ

ສ່ວນພາຫະນະທີ່ມາແຕ່ເສັ້ນທາງໜອງໄຮ, ໂພນທັນ, ເສັ້ນທາງມິດຕະພາບ ທີ່ມີຈຸດປະສົງໃຊ້ເສັ້ນທາງກໍາແພງ ເມືອງ, ມາຮອດໄຟອໍານາດທາດຫຼວງ ແລ້ວລ້ຽວຂວາອອກໃສ່ບ້ານໂນນຄໍ້ແລ້ວ ໄປຕາມຈຸດປະສົງ ( ຂໍ້ 7 ແມ່ນໃຊ້ສະ ເພາະງານບຸນພະທາດຫຼວງ ແລະ ມື້ໃສ່ ບາດ).ສ່ວນສະຖານທີ່ຈອດລົດປະເພດຕ່າງໆແມ່ນປະຕິບັດດັ່ງນີ້: ລົດ VIP ອະນຸຍາດໃຫ້ຈອດເບື້ອງທິດຕາເວັນອອກ ເຂດເຮືອນຊົງລາວ (ບໍລິສັດ CNP). ລົດ P1, P2 ອະນຸຍາດໃຫ້ຈອດຢູ່ສະ ໜາມຫຼວງໜ້າຫ້ອງການສະພາແຫ່ງຊາດ.

ສໍາລັບລົດທີ່ມາສົ່ງເຄື່ອງ ເລີ່ມແຕ່ ເວລາ 8:00 ໂມງເຊົ້າ ຫາ 12:00 ໂມງທ່ຽງ, ພາຍຫຼັງເອົາເຄື່ອງລົງໝົດແລ້ວ ໃຫ້ເອົາລົດໄປຈອດໄວ້ບ່ອນທີ່ກໍາມະການກໍານົດ. ລົດຂົນສົ່ງມວນຊົນ, ຕຸກໆ, ຈໍາໂບ້, ລົດຂົນສົ່ງໂດຍສານອະນຸຍາດ ໃຫ້ຈອດຊົ່ວຄາວເພື່ອສົ່ງຄົນໂດຍສານລົງຕາມຈຸດທີ່ໄດ້ກໍານົດເຊັ່ນ: ເສັ້ນທາງຊ້າງເຜືອກ ເຂດບ້ານຮ່ອງໄກ່ແກ້ວ, ຕະຫຼາດທາດຫຼວງ, ສີສັງວອນ-ໂພນໄຊ, ປະຕູໄຊ, ໂພນສະອາດ ແລະ ຮ່ອມໂຮງ ຮຽນມັດທະຍົມໜອງສ້າງທໍ່. ສະເພາະລົດຍົນ, ລົດຈັກ, ລົດຖີບ, ລົດສາມລໍ້ ທີ່ມີຈຸດປະສົງໄປທ່ຽວງານ ບຸນພະທາດຫຼວງ ແລະ ງານວາງສະແດງສິນຄ້າລາວ-ໄອເຕັກ ໃຫ້ຈອດຕາມສະຖານທີ່ຈອດລົດທີ່ທາງຄະນະກໍາມະການຈັດງານກໍານົດໄວ້ ເຊິ່ງຈະມີເຈົ້າໜ້າທີ່ ອໍານວຍຄວາມສະດວກຕາມຈຸດຕ່າງໆ.

ປກສ ນວ ກຳນົດເສັ້ນທາງ ແລະ ສະຖານທີ່ຈອດລົດ ໃນບຸນພະທາດຫຼວງ
ປກສ ນວ ກຳນົດເສັ້ນທາງ ແລະ ສະຖານທີ່ຈອດລົດ ໃນບຸນພະທາດຫຼວງ

ພາຫະນະທີ່ມາແຕ່ເສັ້ນທາງ 13 ເໜືອ ແມ່ນອະນຸຍາດໃຫ້ຈອດຢູ່ສະຖານທີ່ຈອດລົດປະຕູໄຊ ແລະ ຈອດຢູ່ ສະຖານທີ່ຈອດລົດໜ້າທະນາຄານອິນດູຈີນ, ຈອດຕາມທາງຊອຍ, ທາງຮ່ອມບ້ານສີບຸນເຮືອງທີ່ເຫັນວ່າມີຄວາມປອດໄພ ແລະ ບໍ່ເປັນການກີດຂວາງການສັນຈອນຂອງພາຫະນະອື່ນໆ. ພາຫະນະທີ່ມາແຕ່ເສັ້ນທາງ 13 ໃຕ້ ແລະ ເສັ້ນທາງເລກທີ 10 ບ້ານເກີນ ແມ່ນອະນຸຍາດຈອດລຽບຕາມເສັ້ນທາງຊອຍ, ທາງຮ່ອມເຂດບ້ານໂພນພະເນົາ ທີ່ເຫັນວ່າມີຄວາມປອດໄພ ແລະ ບໍ່ເປັນການກີດຂວາງການສັນຈອນຂອງພາຫະນະອື່ນໆ.

ພາຫະນະທີ່ມາແຕ່ທາງທ່າເດື່ອ, ເມືອງຫາດຊາຍຟອງ ອະນຸຍາດໃຫ້ຈອດຢູ່ຕາມທາງຊອຍບ້ານສະພັງໝໍ້ ແລະ ເສັ້ນທາງໂພນສີນວນ ( ສະເພາະລົດເມ, ລົດໂດຍສານ, ລົດ 6 ຂຶ້ນໄປ). ພາຫະນະມາແຕ່ບ້ານຊໍາເຄ້, ນາຄວາຍ, ດົງຄໍາຊ້າງ, ຊຽງດາໃຫ້ຈອດຢູ່ ສະຖານທີ່ຕະຫຼາດຫົວຂົວ ແລະ ພາຫະນະທີ່ມີຈຸດປະສົງມາທ່ຽວງານວາງສະ ແດງສິນຄ້າລາວ-ໄອເຕັກໃຫ້ເຂົ້າຈອດຢູ່ ເດີ່ນສູນການຄ້າລາວ-ໄອເຕັກ.