ບໍລິສັດນິວຈິບເຊັງ ແລະ ຮ້ານຮອນດາ ປຸຄຳ ສາຂາປາກເຊ ຮ່ວມກັບພະແນກຕຳຫຼວດຈະລາຈອນແຂວງຈຳປາສັກ ໄດ້ລົງເຄື່ອນໄຫວຝຶກອົບຮົມຫຼັກການຂັບຂີ່ລົດປອດໄພ ຢູ່ທີ່ໂຮງຮຽນ ມສ ໂພນທອງ ແຂວງຈຳປາສັກ. ໃນອາທິດທີ່ຜ່ານມານີ້, ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ນາງ ອະນິລະ ເມືອງວົງສາ ອຳນວຍການ ໂຮງຮຽນ ມສ ໂພນທອງ, ມີ ຮອ ບຸນທັນ ວົງຜາສຸກ ຮອງກອງໂຄສະນາ ພະແນກ ຕຳຫຼວດຈະລະຈອນ ປກສ ແຂວງຈຳປາສັກ ແລະ ພ້ອມດ້ວຍພະນັກງານວິຊາ ການ, ພະນັກງານຄູ-ອາຈານ ແລະ ນ້ອງໆນັກຮຽນ ເຂົ້າຮ່ວມ.

ເຜີຍແຜ່ຫຼັກການຂັບຂີ່ປອດໄພໃຫ້ນັກຮຽນ
ເຜີຍແຜ່ຫຼັກການຂັບຂີ່ປອດໄພໃຫ້ນັກຮຽນ

ຮອ ບຸນທັນ ວົງຜາສຸກ ຮອງກອງໂຄສະນາ ພະແນກຕຳຫຼວດ ປກສ ແຂວງ ຈຳປາສັກ ພ້ອມດ້ວຍບັນດາພະນັກງານວິຊາການ ຈາກບໍລິສັດ ນິວຈິບເຊັງ ແລະ ຮ້ານຮອນດາ ປຸຄຳ ໄດ້ຜັດປ່ຽນກັນຂຶ້ນໂຄສະນາເຜີຍແຜ່ບັນດາເອກະສານຕ່າງໆເປັນຕົ້ນແມ່ນກ່ຽວກັບກົດລະບຽບການສັນຈອນຕາມເສັ້ນທາງຫຼວງ ແລະ ຫຼັກການຂັບຂີ່ປອດໄພ. ທັງນີ້, ກໍເພື່ອແນໃສ່ໃຫ້ພະນັກງານຄູ-ອາຈານ, ນັກຮຽນຜູ້ທີ່ນຳໃຊ້ລົດ-ໃຊ້ຖະໜົນຮັບຮູ້ ແລະ ເຂົ້າໃຈກ່ຽວກັບກົດລະບຽບຈະລະຈອນ; ມີທັກສະ ແລະ ເຕັກນິກໃນການຂັບຂີ່ທີ່ຖືກຕ້ອງ ແລະ ປອດໄພໂດຍ ສະເພາະກ່ອນຈະອອກລົດຕ້ອງໄດ້ມີການກວດກາເບິ່ງສະພາບເຕັກນິກລົດ, ການນຳໃຊ້ໝວກກັນກະທົບ, ການຂັບຂີ່ລົດບ່ອນທີ່ແອອັດ, ທາງໂຄ້ງ ແລະ ທາງທີ່ ເປັນຄື້ນນັບທັງກ່ອນຈະລ້ຽວຕ້ອງຮັບປະກັນຄວາມປອດໄພ; ປະຕິບັດເຄົາລົບຕໍ່ລະບົບໄຟອຳນາດ ແລະ ປ້າຍຫ້າມຕ່າງໆຢ່າງເຂັ້ມງວດ, ໃຫ້ກຽດຕໍ່ຜູ້ໃຊ້ລົດ-ໃຊ້ຖະໜົນ ດວ້ຍກັນເປັນເຈົ້າການໃນການຮັກສາກົດລະບຽບການສັນຈອນ.

ເຜີຍແຜ່ຫຼັກການຂັບຂີ່ປອດໄພໃຫ້ນັກຮຽນ
ເຜີຍແຜ່ຫຼັກການຂັບຂີ່ປອດໄພໃຫ້ນັກຮຽນ

ໂອກາດດຽວກັນ, ຍັງໄດ້ມີການສ້າງກິດຈະກຳຕອບຄຳຖາມ ແລະ ມອບ ຂອງລາງວັນ ປະເພດໝວກກັນກະທົບ ແລະ ເສື້ອຍືດຈາກບໍລິສັດຮອນດາ ໃຫ້ນ້ອງນັກຮຽນ, ພາຍຫຼັງທີ່ໄດ້ຮ່ຳຮຽນທິດສະດີແລ້ວ ໄດ້ມີການລົງປະຕິບັດຕົວ ຈິງໃນການຂັບຂີ່ຢູ່ພາກສະໜາມຢ່າງເປັນຂະບວນຟົດຟື້ນ.