ໂຄງການກໍ່ສ້າງຂົວຂ້າມແມ່ນໍ້າຮຸ່ງ ເມືອງໄຊຍະບູລີ ແຂວງໄຊຍະບູລີ ຈຳນວນ 2 ແຫ່ງ ທີ່ເລີ່ມລົງມືກໍ່ສ້າງມາແຕ່ ຕົ້ນເດືອນມັງກອນ 2019; ມາຮອດປັດຈຸບັນມີຄວາມຄືບໜ້າແລ້ວ ເກືອບ 60% ຂອງໜ້າວຽກທັງໝົດ, ໂດຍແມ່ນບໍລິສັດ MCE Gmbh ຈາກປະເທດ ໂອຕຣິດ ເປັນຜູ້ຮັບເໝົາກໍ່ສ້າງ, ໄລຍະເວລາກໍ່ສ້າງ ແມ່ນ 30 ເດືອນ, ໃນມູນຄ່າການກໍ່ສ້າງ 6,1 ລ້ານເອີໂຣ ຫຼື ເທົ່າກັບ 59,17 ຕື້ກີບ.

ໂຄງການກໍ່ສ້າງຂົວຂ້າມນ້ຳຮຸ່ງ 2 ແຫ່ງ ຄືບໜ້າເກືອບ 60%
ໂຄງການກໍ່ສ້າງຂົວຂ້າມນ້ຳຮຸ່ງ 2 ແຫ່ງ ຄືບໜ້າເກືອບ 60%

ທ່ານ ສົມບູນ ບຸນຈະເລີນ ຫົວໜ້າ ໂຄງການກໍ່ສ້າງຂົວຂ້າມແມ່ນໍ້າຮຸ່ງ ໄດ້ໃຫ້ ຮູ້ວ່າ:

ໂຄງການກໍ່ສ້າງຂົວຂ້າມແມ່ນໍ້າຮຸ່ງຈໍານວນ 2 ແຫ່ງ ຄື: ຈຸດຂ້າມລະຫວ່າງ ບ້ານທ່ານາ ຫາ ບ້ານນາຍາວ ແລະ ຈຸດຂ້າມລະຫວ່າງ ບ້ານນາເລົາ ຫາ ບ້ານ ນາ ຕໍໃຫຍ່, ຂົວທັງ 2 ແຫ່ງ ມີຄວາມກວ້າງ 10,50 ແມັດ, ມີ 2 ຊ່ອງທາງຈະລາຈອນ, ມີຄວາມກວ້າງຊ່ອງລະ 3,75 ແມັດ; ມີທາງຄົນຍ່າງ 2 ຂ້າງ, ແຕ່ລະຂ້າງກວ້າງ 1,50 ແມັດ, ຂົວດັ່ງກ່າວຖືກອອກແບບ ເປັນສາມຊ່ວງ ຄື: ຄວາມຍາວຊ່ວງທີ່ໜຶ່ງ 28,50 ແມັດ, ຊ່ວງທີສອງເປັນຊ່ວງກາງ ນໍ້າມີຄວາມຍາວ 46,40 ແມັດ ແລະ ຊ່ວງທີສາມມີຄວາມຍາວ 28,50 ແມັດ; ລວມລວງຍາວທັງໝົດຂອງຂົວແຕ່ລະ ແຫ່ງແມ່ນ 103,40 ແມັດ; ໂຄງສ້າງປະກອບດ້ວຍໂຄງເຫຼັກໂຕ I ສອງຄານ ແລະ ເຊື່ອມກັນດ້ວຍຄານຂວາງຕາມໄລຍະຫ່າງທີ່ແນ່ນອນ, ດ້ານລຸ່ມເປັນຄອນກຼີດ ເສີມເຫຼັກ, ດ້ານເທິງຂອງຄານ ຈະຖືກຍຶດດ້ວຍຄອນກຼີດເສີມເຫຼັກສໍາເລັດຮູບ (ແຜ່ນໜ້າຂົວມີຄວາມໜາ 0,4 ແມັດ), ໜ້າຂົວປູຄອນກີຼດເສີມເຫຼັກ ແລະ ປູ ອັດສະຟານປົກໜ້າ ເຊິ່ງມີຄວາມໜາ 5 ຊັງຕີແມັດ, ສາມາດຮັບນໍ້າໜັກໄດ້ 50 ໂຕນ; ປັດຈຸບັນການກໍ່ສ້າງແມ່ນສໍາເລັດ ແລ້ວ 57,26%; ຄາດວ່າການກໍ່ສ້າງຈະໃຫ້ສໍາເລັດພາຍໃນຕົ້ນເດືອນມິຖຸນາ 2021 ນີ້; ລວມມູນຄ່າການກໍ່ສ້າງແມ່ນ 6.100.000 ເອີໂຣ, ຫຼື ປະມານ 59,17 ຕື້ກີບ, ເງິນດັ່ງກ່າວແມ່ນກູ້ຢືມບໍ່ມີດອກເບ້ຍ ຈາກທະນາຄານ Unicredit bank Austris AG ປະເທດໂອຕຣິດ ແລະ ແມ່ນບໍລິສັດ MCE Gmbh ຈາກປະ ເທດໂອຕຣິດ ເປັນຜູ້ຮັບເໝົາກໍ່ສ້າງ.

ໂຄງການກໍ່ສ້າງຂົວຂ້າມນ້ຳຮຸ່ງ 2 ແຫ່ງ ຄືບໜ້າເກືອບ 60%
ໂຄງການກໍ່ສ້າງຂົວຂ້າມນ້ຳຮຸ່ງ 2 ແຫ່ງ ຄືບໜ້າເກືອບ 60%

ຂົວທັງສອງແຫ່ງດັ່ງກ່າວ ເມື່ອກໍ່ສ້າງສໍາເລັດຈະອໍານວຍຄວາມສະດວກໃຫ້ປະຊາຊົນ; ພະນັກງານ, ທະຫານ, ຕໍາ ຫຼວດ ແລະ ນັກຮຽນ-ນັກສຶກສາທີ່ອາໄສຢູ່ສອງຟາກຝັ່ງຂອງແມ່ນໍ້າຮຸ່ງໄດ້ໄປ-ມາ; ຫາ-ສູ່, ຄ້າ-ຂາຍ ແລະ ປະຕິບັດໜ້າທີ່ວຽກງານທາງລັດຖະການໄດ້ດວກ ແລະ ທ່ວງທັນກັບເວລາ.