ກົມເລຂາ ສະຫຼຸບວຽກງານປະຈຳເດືອນຕຸລາ

0
1466

ທ້າຍເດືອນຕຸລາທີ່ຜ່ານມາ, ກົມເລຂາ ຫ້ອງວ່າການກະຊວງ ປກສ ໄດ້ຈັດກອງປະຊຸມສະຫຼຸບວຽກງານປະຈຳເດືອນຕຸລາ ແລະ ວາງທິດທາງແຜນການປະຈຳເດືອນພະຈິກ ໂດຍການເປັນ ປະທານຂອງ ພັອ ຄຳຫຼ້າ ບົວພະຄຸນ, ຫົວໜ້າກົມເລຂາ, ມີ ບັນດາຄະນະກົມ; ຄະນະພະແນກຂອງແຕ່ລະພະແນກ ນາຍ ແລະ ພົນຕຳຫຼວດ ເຂົ້າຮ່ວມ.

ພັທ ໄຄສີ ມີດາພອນ ຮອງກົມເລຂາ ກ່າວວ່າ:

ໃນເດືອນ ຕຸລາ, ຄະນະພັກ-ຄະນະບັນຊາ ໄດ້ນໍາພາພະນັກງານ-ນັກຮົບ ເອົາໃຈໃສ່ປະຕິບັດໜ້າທີ່ວຽກງານດ້ານວິຊາສະເພາະ ຕາມພາລະບົດບາດຂອງກົມ ກໍຄືຂອງແຕ່ລະພະແນກ ແລະ ຕາມການມອບໝາຍຂອງຂັ້ນເທິງດ້ວຍຄວາມຮັບຜິດຊອບສູງ, ເອົາໃຈໃສ່ຄົ້ນຄວ້າຄົ້ນຄິດ, ເກັບກຳຂໍ້ມູນບັນດາເອກະສານຕ່າງໆ ເປັນຕົ້ນ ແຕ່ງບົດໂອ້ລົມ, ບົດຄຳເຫັນ ແລະ ບົດອື່ນໆ ເພື່ອເປັນ ບ່ອນອີງໃຫ້ຂັ້ນເທິງ; ຜ່ານມາສາມາດຕິດຕາມທ່ານລັດຖະມົນຕີ, ຮອງລັດຖະມົນຕີ ແລະ ຫົວໜ້າຫ້ອງວ່າການ; ເຂົ້າຮ່ວມ ບັນທຶກກອງປະຊຸມພາຍໃນ ແລະ ຕ່າງປະເທດໄດ້ 18 ຄັ້ງ, ກວດແກ້ຮຽບຮຽງບັນດາເອກະສານຕ່າງໆ ເພື່ອເຂົ້າຫາທ່ານ ລັດຖະມົນຕີ, ຮອງລັດຖະມົນຕີ ແລະ ຫົວໜ້າຫ້ອງວ່າການ ໄດ້ 518 ສະບັບ (ໃນນີ້ ປັບປຸງຄືນ 47 ສະບັບ), ເອກະສານ ອອກທັງໝົດ ຈຳນວນ 109 ສະບັບ; ເຮັດຂໍ້ຕົກລົງ, ຈ້ຳກາເອກະສານ, ຂຽນໃບກິດສຳພັນ ແລະ ຮັບສົ່ງແຟັກໄດ້186 ສະ ບັບ; ສົ່ງເອກະ ສານອ້ອມຂ້າງສູນກາງ ແລະ ກົມກອງອ້ອມຂ້າງ ຈຳນວນ 4 ຄັ້ງ 15 ຈຸດ ແລະ ເຂົ້າຮ່ວມວຽກງານສ່ອງແສງເປັນປົກກະຕິ. ນອກຈາກຜົນງານດ້ານການປະຕິບັດໜ້າທີ່ວຽກ ງານທີ່ໄດ້ກ່າວມາຂ້າງເທິງນັ້ນ, ນາຍ ແລະ ພົນຕຳຫຼວດ ຍັງໄດ້ ຮັບການເລື່ອນຊັ້ນ ຈຳນວນ 3 ສະຫາຍ; ໃນນັ້ນ ພັນຕີ ຂຶ້ນ ພັນ ໂທ 2 ສະຫາຍ ຍິງ 1 ສະຫາຍ ແລະ ຮ້ອຍເອກ ຂຶ້ນ ພັນຕີ 1 ສະຫາຍ.

ໃນຕອນທ້າຍຂອງກອງປະຊຸມ ພັອ ຄຳຫຼ້າ ບົວພະຄຸນ ຫົວໜ້າກົມເລຂາ ຫ້ອງວ່າການກະຊວງ ປກສ ໄດ້ມີຄຳເຫັນຊີ້ນຳ ຫຼາຍບັນຫາທີ່ສຳຄັນໃຫ້ກັບພະນັກງານຫຼັກແຫຼ່ງພາຍໃນກົມເລຂາ ໂດຍສະເພາະແມ່ນວຽກງານສຶກສາອົບຮົມການເມືອງ-ນຳພາແນວຄິດໃຫ້ພະນັກງານພາຍໃນກົມເປັນປົກກະຕິ, ຕິດພັນກັບການສຳຫຼວດກວດກາປະຈຳອາທິດ, ປະຈຳເດືອນ; ເຮັດໃຫ້ພະນັກງານມີແນວຄິດຫຼັກໝັ້ນການເມືອງ, ມີຄວາມອຸ່ນອຽນ ທຸ່ນທ່ຽງ, ກຳໄດ້ແນວທາງຂອງພັກ-ແຜນການຂອງລັດ ແລະ ຍັງໄດ້ເນັ້ນໜັກຫັນເອົາແຜນການທີ່ວາງໄວ້ໄປຈັດຕັ້ງປະຕິບັດ ນຳໄປຜັນຂະຫຍາຍເຂົ້າໃນວຽກງານຕົວຈິງ ເນັ້ນໃຫ້ນາຍ ແລະ ພົນຕຳຫຼວດ ຍົກສູງຄວາມຮັບຜິດຊອບຕໍ່ວຽກງານວິຊາສະ ເພາະໃຫ້ສູງຂຶ້ນກວ່າເກົ່າ.