ພາຍຫຼັງໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ໄດ້ລົງມືກໍ່ສ້າງມາແຕ່ທ້າຍ ເດືອນທັນວາ 2016 ມາເຖິງວັນທີ 30 ກັນຍາ 2019; ຄະນະກໍາມະການໄກ່ເກ່ຍຂັ້ນທ້ອງຖິ່ນ ສາມາດຈ່າຍຄ່າຊົດເຊີຍສິ່ງກີດຂວາງສຳເລັດແລ້ວ 5 ງວດ ຍັງເຫຼືອພຽງ 2 ງວດ ແລະ ສາມາດມອບພື້ນທີ່ ໃຫ້ແກ່ການກໍ່ສ້າງໄດ້ທັງໝົດ 404,67 ກິໂລແມັດ ຂອງລວງຍາວແລວທາງທັງ ໝົດ 409 ກິໂລແມັດ ປັດຈຸບັນຍັງເຫຼືອ ພຽງ 4,33 ກິໂລແມັດ.

ຈ່າຍຄ່າຊົດເຊີຍສິ່ງກີດຂວາງທາງລົດໄຟສຳເລັດແລ້ວ 5 ງວດ ເຫຼືອ 2 ງວດ
ຈ່າຍຄ່າຊົດເຊີຍສິ່ງກີດຂວາງທາງລົດໄຟສຳເລັດແລ້ວ 5 ງວດ ເຫຼືອ 2 ງວດ

ທ່ານ ບຸນຈັນ ສິນທະວົງ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງຮອງ ຫົວໜ້າຄະນະຊີ້ນໍາໂຄງການກໍ່ສ້າງທາງ ລົດໄຟລາວ-ຈີນ ກ່າວວ່າ:

ການເບີກຈ່າຍຄ່າຊົດເຊີຍສິ່ງກີດຂວາງ ໄດ້ຮັບການຈັດຕັ້ງປະຕິບັດແລ້ວ, ໂດຍເລີ່ມການເບີກຈ່າຍຄ່າຊົດເຊີຍຕາມແຜນທີ່ເປັນບຸລິມະສິດຂອງໂຄງການ, ຊຶ່ງລວມທັງໝົດມີ 7 ງວດ, ລວມເປັນມູນຄ່າ 851,53 ຕື້ກີບ (ຮ່ວງ ເງິນງົບປະມານຂອງລັດຖະບານ ໃນບ້ວງ ເງິນ 250 ຕື້ກີບ); ໃນນີ້, ງວດທີ 1, ງວດທີ 2 ງວດທີ 3, ງວດທີ 4, ງວດທີ 5.1 ແລະ ງວດທີ່ 5.2 ໄດ້ໂອນໃຫ້ບັນດາ ແຂວງ ແລະ ນະຄອນຫຼວງວຽງຈັນ ສໍາເລັດແລ້ວ 100% ລວມເປັນມູນຄ່າ 507,92 ຕື້ກີບ; ນອກຈາກນັ້ນ ຍັງໄດ້ຈ່າຍຄາແກ້ໄຂຜົນກະທົບບໍ່ໄດ້ທໍາການ ຜະລິດເຂົ້ານາຄື: ປີ 2017 ຈໍານວນ: 1,73 ຕື້ກີບ ແລະປີ 2018 ຈໍານວນ 2,24 ຕື້ ກີບ ລວມທັງໝົດ 3,97 ຕື້ກີບ; ສ່ວນ ການເບີກຈ່າຍງວດທີ 6 ແມ່ນກຳລັງຂໍ ເບີກຈ່າຍ ລວມມູນຄ່າປະມານ 106 ຕື້ ກວ່າກີບ ໂດຍນຳໃຊ້ເງິນຮ່ວງເງິນງົບປະມານຂອງລັດຖະບານໃນບ້ວງເງິນ 250 ຕື້ກີບ ປັດຈຸບັນກໍາລັງຢູ່ໃນຂັ້ນຕອນຂອງກະຊວງການເງິນ ເພື່ອໂອນເງິນດັ່ງກ່າວ ໃຫ້ນະຄອນຫຼວງ ແລະ ບັນດາແຂວງ ເປົ້າໝາຍ.

ຈ່າຍຄ່າຊົດເຊີຍສິ່ງກີດຂວາງທາງລົດໄຟສຳເລັດແລ້ວ 5 ງວດ ເຫຼືອ 2 ງວດ
ຈ່າຍຄ່າຊົດເຊີຍສິ່ງກີດຂວາງທາງລົດໄຟສຳເລັດແລ້ວ 5 ງວດ ເຫຼືອ 2 ງວດ

ຜ່ານການໄກ່ເກ່ຍຂອງຄະນະ ສາມາດມອບພື້ນທີ່ໃຫ້ແກ່ການກໍ່ສ້າງໄດ້ທັງໝົດ 404,67 ກິໂລແມັດ ເທົ່າກັບ 98,45% ຂອງລວງຍາວແລວທາງທັງໝົດ 409 ກິໂລແມັດ ຍັງເຫຼືອພຽງ 4,33 ກິໂລແມັດ, ມີລາຍລະອຽດດັ່ງນີ້: ແຂວງຫຼວງນ້ໍາທາ ສາມາດມອບພື້ນທີ່ໃຫ້ຜູ້ຮັບເໝົາ ໄດ້ດໍາເນີນການກໍ່ສ້າງແລ້ວ ລວມທັງໝົດ 16,72 ກິໂລແມັດ ເທົ່າກັບ 98,90% ຂອງ ຄວາມຍາວທັງໝົດ 16,90 ກິໂລແມັດ; ທີ່ເສັ້ນທາງລົດໄຟລາວ-ຈີນ ຜ່ານແຂວງ; ແຂວງອຸດົມໄຊ ປັດຈຸບັນ ຄະນະໄກ່ເກ่່ຍ ສິ່ງກີດຂວາງສາມາດມອບພື້ນທີ່ໃຫ້ຜູ້ ຮັບເໝົາເຂົ້າໃນການກໍ່ສ້າງທັງ 3 ສັນຍາ ລວມທັງໝົດ 125,80 ກິໂລແມັດ ເທົ່າກັບ 99,36% ຂອງຄວາມຍາວທັງໝົດ 126,60 ກິໂລແມັດ, ສ່ວນທີ່ຍັງເຫຼືອ 800 ແມັດ ແມ່ນພື້ນທີ່ປ່າຊ້າເກົ່າ ບ້ານ ນາໝໍ້ໃຕ້, ເຂດສະຖານີບ້ານນາໝໍ້ໃຕ້, ເຮືອນປະຊາຊົນຢູ່ບ້ານນາຕອງ ເມືອງນາໝໍ້; ແຂວງຫຼວງພະບາງ ມອບພື້ນທີ່ໃຫ້ບໍລິສັດຮັບເໝົາລວມທັງໝົດ 79,50 ກິໂລແມັດ ເທົ່າກັບ 99,37% ຂອງ ຄວາມຍາວທັງໝົດ 80 ກິໂລແມັດ; ສ່ວນພື້ນທີ່ທີ່ບໍ່ສາມາດມອບໄດ້ແມ່ນສະຖານີຊຽງເງິນ (ບ້ານບວມອໍ້) ເນື່ອງຈາກເປັນ ທີ່ຕັ້ງຂອງເຮືອນປະຊາຊົນ, ສາທາລະນຸປະໂພກຕ້ອງໄດ້ຈັດສັນ, ຍົກຍ້າຍ ແລະ ຈ່າຍຄ່າຊົດເຊີຍ(ຄ່າຊື້ດິນບ່ອນໃໝ່ ) ໃຫ້ກ່ອນ ຈຶ່ງສາມາດມອບພື້ນທີ່ໃຫ້ແກ່ການກໍ່ສ້າງໄດ້; ແຂວງວຽງຈັນ ມອບພື້ນທີ່ ທີ່ເປັນດິນນາ, ຄັງ, ສວນ, ເຂດທີ່ຢູ່ອາ ໃສຈໍານວນໜຶ່ງໃຫ້ຜູ້ຮັບເໝົາເຂົ້າໃນການກໍ່ສ້າງ ລວມທັງໝົດ 144,69 ກິໂລແມັດ ເທົ່າກັບ 99,31% ຂອງຄວາມຍາວ ທັງໝົດ 145,69 ກິໂລແມັດ, ຍັງອີກ 1 ກິໂລແມັດ ທີ່ມອບບໍ່ທັນໄດ້ ແມ່ນເປັນ ດິນທີ່ຢູ່ອາໄສຂອງພໍ່ແມ່ປະຊາຊົນ; ປ່າຊ້າ ແລະ ດິນບຸກຄົນທີ່ຍັງບໍ່ທັນເຫັນດີ ນໍາການຊົດເຊີຍ; ນະຄອນຫຼວງວຽງຈັນ ມອບພື້ນທີ່ໃຫ້ບໍລິສັດຮັບເໝົາກໍ່ສ້າງ 37,96 ກິໂລແມັດ, ເທົ່າກັບ 95,35% ຍັງເຫຼືອ 1,85 ກິໂລແມັດ, ທຽບເປັນເປີ ເຊັນ 4,65% ເປັນສິ່ງປຸກສ້າງ ( ເມືອງນາຊາຍທອງ ມີຄວາມຍາວ 30,11 ກິໂລ ແມັດ, ປັດຈຸບັນໄດ້ມອບພື້ນທີ່ 29,96 ກິໂລແມັດ, ຍັງ 0,15 ກິໂລແມັດ ແລະ ເມືອງໄຊທານີ ມີຄວາມຍາວ 9,70 ກິ ໂລແມັດ, ປັດຈຸບັນ ໄດ້ມອບພື້ນທີ່ 8 ກິ ໂລແມັດ, ຍັງ 1,70 ກິໂລແມັດ.

ຈ່າຍຄ່າຊົດເຊີຍສິ່ງກີດຂວາງທາງລົດໄຟສຳເລັດແລ້ວ 5 ງວດ ເຫຼືອ 2 ງວດ
ຈ່າຍຄ່າຊົດເຊີຍສິ່ງກີດຂວາງທາງລົດໄຟສຳເລັດແລ້ວ 5 ງວດ ເຫຼືອ 2 ງວດ

ພາຍຫຼັງສຳເລັດການໄກ່ເກ່ຍ ແລະ ພື້ນທີ່ກໍ່ສ້າງໃຫ້ຜູ້ຮັບເໝົາ ພາກສ່ວນກໍ່ສ້າງກໍໄດ້ຂຸ້ນຂຽວໃນການກໍ່ສ້າງທາງ ລົດໄຟລາວ-ຈີນ ມາເຖິງວັນທີ 30 ກັນຍາ 2019 ປະຕິບັດສໍາເລັດແລ້ວ 78,20% ຂອງວຽກງານກໍ່ສ້າງພື້ນຖານໂຄງລ່າງທາງລົດໄຟ ໄດ້ລົງມືກໍ່ສ້າງໂຄງການທັງ ໝົດ 973 ຈຸດກໍ່ສ້າງ; ໃນນີ້, ຊີເຈາະອຸ ມົງໄດ້ທັງໝົດ 74 ອຸມົງ ໃນຈໍານວນ ອຸມົງທັງໝົດ 75 ອຸມົງ; ສາມາດເຈາະທະລຸແລ້ວ 30 ອຸມົງ, ລົງມືກໍ່ສ້າງຂົວ 161 ແຫ່ງ ໃນຈໍານວນຂົວທັງໝົດ 164 ແຫ່ງ, ສ້າງເສົາຂົວສໍາເລັດ 1.779 ເສົາ ເທົ່າກັບ 88% ຂອງການອອກແບບ, ຊີເຈາະເຂັມເສົາຂົວໄດ້ລວມຄວາມຍາວ 241.819 ແມັດ ເທົ່າກັບ 96,70% ຂອງການອອກແບບທັງໝົດ ແລະ ສໍາເລັດການວາງຂາງຂົວ 381 ຊ່ວງເສົາ ກວມເອົາ 37% ຂອງການອອກແບບທັງໝົດ.