ທ້າຍອາທິດຜ່ານມາ, ທີ່ບ້ານຂອນເມືອງເງິນ ແຂວງໄຊ ຍະບູລີ ໄດ້ຈັດພິທີປະກາດ-ຮັບຮອງ ເອົາ 11 ຫ້ອງການ, 1 ກົມກອງ ເປັນກົມກອງ-ຫ້ອງການ ວັດທະນະທຳ, ເຂົ້ົ້າຮ່ວມ ມີ ທ່ານ ຄຳແພງ ຕັດສະຫວັດ ເຈົ້າເມືອງໆເງິນ, ມີຫົວໜ້າ ຫ້ອງການ, ກົມກອງ, ອຳນວຍການໂຮງຮຽນ; ໂຮງໝໍ, ສຸກສາລາ ພ້ອມດ້ວຍເລຂາໜ່ວຍພັກ ນາຍບ້ານເທດສະບານເມືອງ ເຂົ້າຮ່ວມ.

ເມືອງເງິນ ປະກາດຮັບຮອງເອົາ 11 ຫ້ອງການ 1 ກົມກອງ ເປັນກົມກອງ-ຫ້ອງການວັດທະນະທຳ
ເມືອງເງິນ ປະກາດຮັບຮອງເອົາ 11 ຫ້ອງການ 1 ກົມກອງ ເປັນກົມກອງ-ຫ້ອງການວັດທະນະທຳ

ພັທ ພອນສະຫວັນ ວໍລະສັກ ຫົວໜ້າກອງບັນຊາການ ປກສ ເມືອງເງິນ ຕາງໜ້າໃຫ້ 11 ຫ້ອງການ ແລະ 1 ກົມ ກອງໄດ້ລາຍງານການຈັດຕັ້ງປະຕິບັດການສ້າງຄົນ, ກົມກອງ -ຫ້ອງການ ເປັນກົມກອງວັດທະນະທຳ, ເຊິ່ງເລີ່ມຈັດຕັ້ງ ປະຕິບັດມາແຕ່ວັນທີ 22 ກໍລະກົດ 2016 ເປັນຕົ້ນມາ, ອົງ ການຈັດຕັ້ງທີ່ກ່ຽວຂ້ອງໄດ້ສຸມໃສ່ເຜີຍແຜ່ມາດຖານ-ເງື່ອນໄຂຂອງການສ້າງຄົນ, ຫ້ອງການ, ກົມກອງ ວັດທະນະທຳຜ່ານ ມາແຕ່ລະຂົງເຂດໄດ້ຊຸກຍູ້ສົ່ງເສີມໃນການແຂ່ງຂັນກັນຢ່າງ ເປັນຂະບວນການຟົດຟື້ນ; ໂດຍມີການກວດກາ, ຕິດຕາມ ປະເມີນຜົນ3 ຄັ້ງ ຄື: ຄັ້ງທີ 1 ວັນທີ 20 ຕຸລາ 2017, ຄັ້ງທີ 2 ວັນທີ 26 ມິຖຸນາ 2019, ຄັ້ງທີ 3 ວັນທີ 15 ຕຸລາ 2019; ຜ່ານການກວດກາປະເມີນຜົນຫ້ອງການທີ່ສາມາດປະຕິບັດ ໄດ້ຕາມ 4 ມາດຖານເງື່ອນໄຂຂອງການສ້າງຄົນ ແລະ ກົມກອງ, ຫ້ອງການວັດທະນະທຳ ປະກອບມີ 11 ຫ້ອງການ, 1 ກົມກອງ ມີພະນັກງານທັງໝົດ 288 ຄົນ ຍິງ 90 ຄົນ, ໃນນີ້, ມີຫ້ອງການຖະແຫຼງຂ່າວ; ວັດທະນະທຳ ແລະ ທ່ອງ ທ່ຽວ, ຫ້ອງການແຮງງານສະຫວັດດີການ ແລະ ສັງຄົມ, ຫ້ອງການສຶກສາທິການ ແລະ ກິລາ; ຫ້ອງການຊັບພະຍາ ກອນທຳມະຊາດ ແລະ ສິ່ງແວດລ້ອມ, ຫ້ອງການກະສິກຳ ແລະ ປ່າໄມ້, ຫ້ອງການຊາວໜຸ່ມ, ກອງບັນຊາການ ປກສ ເມືອງ, ຫ້ອງການ-ການເງິນ, ຫ້ອງການໂຍທາທິການ-ຂົນສົ່ງ, ຫ້ອງການສະຫະພັນແມ່ຍິງ, ຫ້ອງການສາທາລະນະສຸກ ແລະ ຫ້ອງການພາຍໃນເມືອງ.

ເມືອງເງິນ ປະກາດຮັບຮອງເອົາ 11 ຫ້ອງການ 1 ກົມກອງ ເປັນກົມກອງ-ຫ້ອງການວັດທະນະທຳ

ໃນພິທີ, ໄດ້ມອບໃບຢັ້ງຢືນກົມກອງວັດທະນະທຳພ້ອມທັງໄດ້ຮ່ວມກັນເປີດປ້າຍກົມກອງວັດທະນະທຳຢູ່ທີ່ກອງ ບັນຊາການ ປກສ ເມືອງເງິນຢ່າງເປັນທາງການ.