ຜູ້ຂັບຂີ່ຄວນເປັນເຈົ້າການຫຼຸດຜ່ອນການສັນຈອນແອອັດ ແລະ ອຸບັດຕິເຫດ
ຜູ້ຂັບຂີ່ຄວນເປັນເຈົ້າການຫຼຸດຜ່ອນການສັນຈອນແອອັດ ແລະ ອຸບັດຕິເຫດ

ນະຄອນຫຼວງວຽງຈັນ ຍັງປະເຊີນໜ້າກັບສະພາບການສັນຈອນແອອັດ, ອຸບັດຕິເຫດທີ່ເກີດຂຶ້ນຢ່າງຕໍ່ເນື່ອງ ບັນຫາໜຶ່ງເກີດຈາກພື້ນຖານໂຄ່ງລ່າງເສັ້ນທາງບໍ່ຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການຂອງຜູ້ໃຊ້ລົດ-ໃຊ້ຖະໜົນ ຫຼື ຜູ້ຂັບຂີ່ , ໃນນີ້; ເສັ້ນທາງຈໍານວນໜຶ່ງເປ່ເພຍ້ອນເກີດຈາກການນໍາໃຊ້ງານເວລາດົນ, ການຈັດສັນງົບປະມານເຂົ້າໃນການກໍ່ສ້າງຊັກຊ້າ ແລະ ຈໍາກັດ, ບາງເສັ້ນທາງມີການກໍ່ສ້າງເກີນກໍານົດ. ບໍ່ພຽງເທົ່ານັ້ນ, ຜູ້ຂັບຂີ່ຈໍານວນໜຶ່ງຍັງລະເມີດກົດລະບຽບຕ່າງໆທີ່ວາງອອກ, ດື່ມສິ່ງມຶນເມົາ, ຂັບຂີ່ລົດໄວ, ຈອດລົດຊະຊາຍ; ເຊິ່ງບັນຫາທີ່ເກີດຂຶ້ນທັງໝົດ, ເປັນການທ້າທາຍຕໍ່ການເຮັດໜ້າທີ່ແກ້ໄຂຂອງພາກສ່ວນທີ່ກ່ຽວຂ້ອງ, ເຖິງແມ່ນວ່າຈະມີການປະຕິບັດໜ້າທີ່ຢ່າງຕັ້ງໜ້າກໍຕາມ ແຕ່ກໍສາມາດແກ້ໄຂສະພາບການສັນຈອນໄດ້ໃນລະດັບໜຶ່ງເທົ່ານັ້ນ.

ຜູ້ຂັບຂີ່ຄວນເປັນເຈົ້າການຫຼຸດຜ່ອນການສັນຈອນແອອັດ ແລະ ອຸບັດຕິເຫດ

ພັທ ສັງຄົມ ພົມມະລາດ ຮອງຫົວໜ້າພະແນກຕໍາຫຼວດຈະລາຈອນ ປກສ ນະຄອນຫຼວງວຽງຈັນ ເປີດເຜີຍວ່າ: ໃນການເຮັດໜ້າທີ່ແກ້ໄຂ ອຸບັດຕິເຫດ ແລະ ຈະລາຈອນແອອັດ ໃນນະຄອນຫຼວງວຽງຈັນ, ເຊິ່ງຕໍາຫຼວດຈະລາຈອນ ກໍເອົາໃຈໃສ່ໃນການເຮັດໜ້າທີ່ຢ່າງຕັ້ງໜ້າ ເພື່ອເຮັດໃຫ້ສະຖານະການດີຂຶ້ນ, ມີການປະສານສົມທົບກັບກອງຕໍາຫຼວດ ຈະລາຈອນແຕ່ລະເມືອງ ເຮັດໜ້າທີ່ລະບາຍ, ຈັດສັນ, ປະຈໍາຈຸດ, ປະຈໍາປ້ອມ ແລະ ຕາມເສັ້ນທາງສາຍຕ່າງໆຢ່າງປົກກະຕິ, ບ່ອນທີ່ເຫັນວ່າມີການສັນຈອນແອອັດ ເພື່ອແນໃສ່ເຮັດໃຫ້ບໍລິເວນດັ່ງກ່າວມີຄວາມສະດວກຍິ່ງຂຶ້ນ, ບໍ່ພຽງເທົ່ານັ້ນ ຮ່ວມກັບບໍລິສັດທີ່ສະໜັບສະໜູນນໍາເອົາລະບຽບກົດໝາຍຈະລາຈອນ ແລະ ຫຼັກການຂັບຂີ່ປອດໄພລົງໂຄສະນາ ແລະ ເຮັດກິດຈະກໍາຕ່າງໆ ເພື່ອໃຫ້ຜູ້ໃຊ້ລົດ-ໃຊ້ຖະໜົນເຫັນໄດ້ເຫັນຄວາມສໍາຄັນຂອງວຽກງານດັ່ງກ່າວ ເພື່ອນໍາໄປເຂົ້າໃນການປະຕິບັດຕົວຈິງ ເພື່ອໃຫ້ມີຄວາມປອດໄພໃນການຂັບຂີ່; ພ້ອມນັ້ນ, ກໍຍັງອອກຕັ້ງດ່ານກວດຕາມເສັ້ນທາງ ເພື່ອຊອກໃຫ້ເຫັນຜູ້ທີ່ຝ່າຝືນມາປະຕິບັດຕາມລະບຽບກົດໝາຍ. ທີ່ຜ່ານເຈົ້າໜ້າທີ່ກໍໄດ້ເຮັດການສຶກສາອົບຮົບຜູ້ທີ່ລະເມີດກົດລະບຽບການສັນຈອນ, ສາມາດກັກລົດດັດແປງສະພາບ, ເຕັກນິກ, ດັດທໍ່ສຽງດັງ ແລະ ກຸ່ມແກ້ງຂີ່ລົດກວນເມືອງ ແລະອື່ນໆ ທັງປັບໃໝ ແລະ ດໍາເນີນຄະດີຕາມກົດໝາຍ.

ຜູ້ຂັບຂີ່ ຄວນເປັນເຈົ້າການຫຼຸດຜ່ອນການສັນຈອນແອອັດ ແລະ ອຸບັດຕິເຫດ
ຜູ້ຂັບຂີ່ຄວນເປັນເຈົ້າການຫຼຸດຜ່ອນການສັນຈອນແອອັດ ແລະ ອຸບັດຕິເຫດ

ນອກນັ້ນ, ພະແນກ ຍທຂ ນະຄອນຫຼວງວຽງຈັນ ຍົກໃຫ້ເຫັນວ່າ: ການແກ້ໄຂສະພາບການສັນຈອນແອອັດ ພະແນກ ຍທຂ ໄດ້ມີການຕິດຕາມການເຄື່ອນໄຫວຕົວຂອງພາຫະນະຕາມສາຍທາງ, ເພື່ອນໍາເອົາບັນຫາດັ່ງກ່າວໄປປັບປຸງໃຫ້ເໝະສົມ ແລະ ສອດຄ່ອງກັບພາຫະນະທີ່ເພີ່ມຂຶ້ນ ເປັນຕົ້ນເປັນການປັບປຸງເສັ້ນທາງ, ກໍ່ສ້າງ ແລະ ສ້ອມແປງເສັ້ນທາງບ່ອນທີ່ມີການເປ່ເພ ຕະຫຼອດຮອດການປັບເຄື່ອງໝາຍປ້າຍຈະລາຈອນຕ່າງໆ; ປັດຈຸບັນ, ພະແນກ ຍທຂ ໄດ້ຊອກເຫັນສາເຫດ ໂດຍສະເພາະການຈອດລົດຊະຊາຍ, ຈຸດລ້ຽວໃກ້ກັນ, ການແຕ້ມເສັ້ນຈະລາຈອນບໍ່ສອດຄ່ອງຕ່າງໆ ເຊິ່ງການແກ້ໄຂກໍມີການເລີກຮື້, ຕິດຕັ້ງປ້າຍ, ຫ້າມຢຸດ, ຫ້າມຈອດ, ຕັນຈຸດລ້ຽວ, ເພື່ອໃຫ້ຜູ້ໃຊ້ລົດ-ໃຊ້ຖະໜົນ ( ຜູ້ຂັບຂີ່ )ປະຕິບັດຕາມບັນດາປ້າຍທີ່ວາງອອກ. ນອກນັ້ນ, ການແກ້ໄຂ ອຸບັດຕິເຫດ ກໍໄດ້ສໍາຫຼວດເສັ້ນທາງທີ່ມັກເກີດອຸບັດຕິເຫດ ໂດຍສະເພາະຈຸດ 3 ແຍກ, 4 ແຍກ, ນໍາໄປສູ່ການຕິດຕັ້ງລະບົບໄຟແດງ ພ້ອມນັ້ນ, ກໍໄດ້ປັບປຸງລະບົບການສອບເສັງໃບຂັບຂີ່ທີ່ທັນສະໄໝຂຶ້ນມາ ແລະ ກໍໄດ້ສົມທົບກັບເຈົ້າໜ້າທີ່ຕໍາຫຼວດຈະ ລາຈອນໃນການບັງຄັບໃຊ້ກົດໝາຍຢ່າງເຄັ່ງຄັດ. ແນ່ນອນເຖິງວ່າສອງພາກສ່ວນຈະເຮັດໜ້າທີ່ປານໃດກໍຕາມກໍຍັງມີຫຼາຍບັນຫາທີ່ຈະຕ້ອງປັບປຸງ ແລະ ແກ້ໄຂໃຫ້ດີຂຶ້ນ, ໃນນັ້ນ; ກໍມີແຜນອັນລະອຽດທີ່ກໍານົດໄວ້.

ຈາກການເອົາໃຈໃສ່ໃນການຈັດຕັ້ງຂອງຕໍາຫຼວດຈະລາຈອນ ແລະ ພະແນກ ຍທຂ ບໍ່ໝາຍຄວາມວ່າຢັບຢັ້ງທຸກບັນຫາໄດ້ໝົດ, ພຽງແຕ່ສາມາດແກ້ໄຂໄດ້ໃນລະດັບໜຶ່ງເທົ່ານັ້ນ, ສໍາຄັນ ທີ່ສຸດກໍຄືຜູ້ໃຊ້ລົດ-ໃຊ້ຖະໜົນ ພ້ອມກັນປະຕິບັດກົດລະບຽບຈະລາຈອນ, ກົດໝາຍຂົນສົ່ງທາງບົກຢ່າງຈິງຈັງບັນຫາດັ່ງກ່າວ ກໍຈະຫຼຸດໜ້ອຍຖອຍລົງເທື່ອລະກ້າວ.