ຈັບຜູ້ຮັບຈ້າງແລ່ນເອົາຄົນເຂົ້າຕໍາຫຼວດ

0
1729

ຜູ້ເສຍຫາຍ ຈໍານວນ 2 ຄົນ ໄດ້ເຂົ້າແຈ້ງຕໍ່ເຈົ້າໜ້າທີ່ ປກສ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ໃຫ້ຈັບຕົວ ທ້າວ ພອນຈັນ ອາຍຸ 60 ປີ ຢູ່ບ້ານສີເກີດ ເມືອງນາຊາຍທອງ ທີ່ບໍ່ສາມາດໃຊ້ເງິນແທນຄືນທີີ່ຜູ້ເສຍຫາຍຈ່າຍໃຫ້ຜູ້ກ່ຽວ ເພື່ອຈະແລ່ນເອົາລູກ-ຫຼານ ເຂົ້າກໍາລັງຕໍາຫຼວດ ແຕ່ບໍ່ສໍາເລັດ.

ຜ່ານການສອບສວນຜູ້ຖຶກກ່າວຫາ ໃນວັນທີ 17 ທັນວາ 2019, ຜູ້ກ່ຽວໃຫ້ການວ່າ: ໃນຕົ້ນເດືອນທັນ ວາ 2018, ນາງ ອຸ່ນຄໍາ ອາຍຸ 27 ປີ ຢູ່ບ້ານນາທ່ອນ ເມືອງນາຊາຍທອງ (ຜູ້ເສຍຫາຍ) ໄດ້ພົບກັບ ທ້າວ ພອນຈັນ ຈາກການແນະນໍາຂອງຄົນຮູ້ຈັກ ເພື່ອພົວພັນແລ່ນເອກະສານ ສະໝັກເຂົ້າເປັນຕໍາຫຼວດ ໂດຍ ທ້າວ ພອນຈັນ ໄດ້ຮຽກຮ້ອງເອົາເງິນນໍາ ຜູ້ເສຍຫາຍ ຈໍານວນ 170.000 ບາດ ແລະ ໃຫ້ຜູ້ເສຍ ຫາຍຈ່າຍຄ່າມັດຈໍາກ່ອນ ຈໍານວນ 12.000.000 ກີບ ໂດຍທັງສອງກໍໄດ້ຕົກລົງຈ່າຍໃນມື້ນັ້ນເລີຍ ພ້ອມທັງເຮັດບົດບັນທຶກສັນຍາກັນ ກໍານົດໄລຍະ 5 ເດືອນ ຫາກໄດ້ເຂົ້າກໍາລັງຕໍາຫຼວດຈຶ່ງຈະຈ່າຍສ່ວນທີ່ເຫຼືອໃຫ້ຄົບ.

ພໍຮອດກໍານົດຕາມການນັດໝາຍ, ທ້າວ ພອນຈັນ ບໍ່ສາມາດແລ່ນເອົາ ນາງ ອຸ່ນຄໍາ ເຂົ້າຕໍາຫຼວດ ຕາມທີ່ຕົກລົງກັນໄວ້. ດັ່ງນັ້ນ, ມາຮອດວັນທີ 17 ສິງຫາ 2019; ທ້າວ ພອນຈັນ ກໍຂໍເວລາເພີ່ມອີກ 45 ວັນ ເພື່ອຈະໃຊ້ເງິນທັງໝົດຄືນ ໃຫ້ຜູ້ເສຍຫາຍ ແລະ ກໍໄດ້ເຮັດບົດບັນທຶກຕົກລົງກັນ; ເຊິ່ງ ທ້າວ ພອນຈັນ ໄດ້ເອົາລົດຈັກ ຄລິກໄອ ສີຂາວດໍາ ຄໍ້າປະກັນ. ແຕ່ພໍຮອດກໍານົດເວລາ, ກໍບໍ່ເຫັນ ທ້າວ ພອນຈັນ ຕິດຕໍ່ຫາພົວພັນກັບຜູ້ເສຍຫາຍອີກ.

ທ້າວ ແສງແກ້ວ ອາຍຸ 56 ປີ ບ້ານ ຫຼັກ 52 ເມືອງໂພນໂຮງ ແຂວງວຽງຈັນ ເຊິ່ງເປັນອີກໜຶ່ງຜູ້ເສຍ ຫາຍ ໃຫ້ການວ່າ: ວັນທີ 6 ມິ ຖຸນາ 2018 ໄດ້ໄປເຮືອນຂອງ ທ້າວ ພອນຈັນ ເພື່ອໃຫ້ຜູ້ກ່ຽວແລ່ນເອກະ ສານ ເອົາລູກສາວຂອງຕົນເຂົ້າເປັນຕໍາຫຼວດ ໂດຍທ້າວ ພອນຈັນ ໄດ້ສະເໜີລາຄາ 150.000 ແລະ ໃຫ້ ຈ່າຍເງິນກ່ອນ ຈໍານວນ 17.500.000 ກີບ; ສ່ວນທີ່ເຫຼືອແມ່ນຈະຈ່າຍພາຍຫຼັງ ໂດຍກໍານົດເວລາແລ່ນເອກະສານແມ່ນ 8 ເດືອນ.

ພໍຄົບກໍານົດເວລາແລ້ວ, ກໍບໍ່ໄດ້ດັ່ງທີ່ຕົກລົງກັນໄວ້ ແລະ ທ້າວ ພອນຈັນ ຍັງບອກອີກວ່າ: ແລ່ນເອກະ ສານຢູ່ ຍັງບໍ່ທັນໄດ້ເທື່ອ ພ້ອມທັງຂໍເວລາອີ ໜຶ່ງເດືອນ. ວັນທີ 15 ມິຖຸນາ 2019, ຜູ້ເສຍຫາຍໄດ້ໄປຫາຜູ້ກ່ຽວ; ພ້ອມທັງເຮັດບົດບັກທຶກໃຫ້ສົ່ງເງິນຄືນ ແຕ່ພໍຮອດກໍານົດກໍບໍ່ເຫັນຜູ້ກ່ຽວເອົາເງິນມາສົ່ງ. ດັ່ງນັ້ນ, ຈຶ່ງໄດ້ເຂົ້າແຈ້ງຄວາມຕໍ່ເຈົ້າໜ້າທີ່ ປກສ ກຸ່ມສີເກີດ ເພື່ອເອີ້ນຕົວຜູ້ກ່ຽວມາສອບສວນ ແລະ ໄດ້ເຮັດບົດບັນທຶກຮັບໃຊ້ເງິນຄືນອີກຄັ້ງ. ຈາກນັ້ນ, ກໍບໍ່ສາມາດຕິດຕໍ່ຫາ ທ້າວ ພອນຈັນ ໄດ້ອີກເລີຍ.