ຖືກຄະດີສ້ໍໂກງຊັບ
ຖືກຄະດີສ້ໍໂກງຊັບ

ເຈົ້າໜ້າທີ່ ປກສ ເມືອງນາຊາຍທອງ ກັກຕົວ ທ້າວ ບຸນຈັນ ອາຍຸ 58 ປີ ( ຖືກຄະດີສ້ໍໂກງຊັບ ) ຢູ່ບ້ານໜອງຄັນຄູ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ຂໍ້ຫາສໍ້ໂກງຊັບພົນລະເມືອງ ຈຳນວນ 19.100.000 ກີບ ດ້ວຍຮູບການແອບອ້າງແລ່ນເອົາຜູ້ຖືກຫາອອກຈາກຄ້າຍຄຸມຂັງ ໄປດຳເນີນຄະດີໃນວັນທີ 12 ພະຈິກ 2019.

ເຫດເກີດຂຶ້ນພາຍຫຼັງໄດ້ຮັບຄໍາຮ້ອງຟ້ອງໃນວັນທີ 21 ຕຸລາ 2019 ຈາກ ນາງ ວຽງຄອນ ອາຍຸ 44 ປີ ບ້ານໜອງຄັນຄູ ເມືອງນາຊາຍທອງ ວ່າ: ທ້າວ ບຸນຈັນ (ຄົນບ້ານດຽວກັນ) ໄດ້ສໍ້ໂກງເອົາເງິນ ຈຳນວນ 19.100.000 ກີບ; ໂດຍໄດ້ແອບອ້າງວ່າມີຄວາມສາມາດແລ່ນເອົາພີ່ນ້ອງທີ່ຖືກເຈົ້າໜ້າທີ່ກັກຕົວໃນຂໍ້ຫາການຊື້-ຂາຍຢາເສບຕິດອອກຈາກຄ້າຍຄຸມຂັງ, ເລີ່ມ ເດືອນກໍລະກົດ 2019 ທ້າວ ບຸນຈັນ ໄດ້ມາຫາຕົນ ແລະ ນາງ ທອງວັນ ຢູ່ເຮືອນ ໂດຍການແອບອ້າງວ່າມີຄວາມສາມາດແລ່ນເອົາພີ່ນ້ອງຊື່ ທ້າວ ຄຳປຸ່ນ ທີ່ຖືກເຈົ້າໜ້າທີ່ກັກຕົວໃນຂໍ້ຫາ ຊື້-ຂາຍຢາເສບຕິດປະເພດຢາບ້າ ອອກຈາກຄ້າຍຄຸມຂັງໄດ້; ຈາກນັ້ນ, ຕົນກັບ ນາງ ທອງວັນ ຈຶ່ງໄດ້ຕົກລົງໃຫ້ ທ້າວ ບຸນຈັນ ດຳເນີນການແລ່ນເອກະສານເອົາ ທ້າວ ຄຳປຸ່ນ ອອກຈາກຄ້າຍຄຸມຂັງ, ເບື້ອງຕົ້ນແມ່ນໄດ້ຈ່າຍເງິນໃຫ້ ທ້າວ ບຸນຈັນ ຈໍານວນ 1.500.000 ກີບ.

ມາວັນທີ 10 ສິງຫາ 2019 ເວລາປະມານ 19:00 ໂມງ, ທ້າວ ບຸນຈັນ ໄດ້ມາຫາຕົນຢູ່ເຮືອນ ບອກວ່າຕ້ອງການເງິນຕື່ມອີກ ຈໍານວນ 1.000.000 ກີບ, ຄັ້ງນີ້ ທ້າວ ບຸນຈັນ ໄດ້ອ້າງວ່າເອກະສານກຳລັງແລ່ນຢູ່ ບໍ່ມີເງິນໃສ່ນໍ້າມັນລົດໄປຕິດຕາມເບິ່ງເອກະສານນໍາເຈົ້າໜ້າທີ່; ຕໍ່ມາ, ວັນທີ 15 ສິງຫາ 2019 ເວລາປະມານ 20:00 ໂມງ ທ້າວ ບຸນຈັນ ໄດ້ກັບມາຫາຕົນຢູ່ເຮືອນ ແລ້ວເວົ້າວ່າ: ຕ້ອງໄດ້ຈ່າຍເງິນໃຫ້ເຈົ້າໜ້າທີ່ ຜູ້ທີ່ແລ່ນເອກະສານ ຈຳນວນ 4.000.000 ກີບ; ມາວັນທີ 18 ສິງຫາ 2019 ເວລາປະມານ 17:00 ໂມງ ທ້າວ ບຸນຈັນ ໄດ້ມາຫາຕົນອີກ ໂດຍອ້າງວ່າເງິນຊຸດກ່ອນບໍ່ພໍໃຫ້ເຈົ້າໜ້າທີ່ ຈຶ່ງຂໍເງິນຕື່ມອີກຈໍານວນ 1.000.000 ກິບ.

ມາວັນທີ 20 ສິງຫາ 2019 ເວລາປະມານ 17:00 ໂມງ ທ້າວ ບຸນຈັນ ມາຫາຢູ່ເຮືອນ ເພື່ອມາຂໍເງິນ ຈຳນວນ 600.000 ກີບ ຄັ້ງນີ້ເປັນຄ່ານໍ້າມັນລົດໄປຕິດຕາມເອກະສານ, ວັນທີ 23 ສິງຫາ 2019 ເວລາປະມານ 18:00 ໂມງ ມາເອົາເງິນ ຈຳນວນ 3.000.000 ກີບ ອ້າງວ່າ ເປັນເງິນຄ່າຕິດຕາມເອກະສານ; ມາວັນທີ 25 ສິງຫາ 2019 ເວລາປະມານ 9:00 ໂມງ ທ້າວ ບຸນຈັນ ມາເອົາເງິນ ຈໍານວນ 8.000.000 ກີບ ໂດຍອ້າງວ່າເອົາເງິນໄປໃຫ້ເຈົ້າໜ້າທີ່ ເພື່ອປະກັນ ທ້າວ ຄໍາປຸ່ນ ອອກຈາກຄ້າຍຄຸມຂັງ.

ເມື່ອເຈົ້າໜ້າທີ່ໄດ້ຮັບຄຳຮ້ອງຟ້ອງຄືແນວນັ້ນ ຈຶ່ງໄດ້ເປີດການສືບສວນ-ສອບສວນ ດ້ວຍການເຊີນ ທ້າວ ບຸນຈັນ ເຂົ້າມາໃຫ້ການໃນວັນທີ 12 ພະຈິກ 2019; ໂດຍຜູ້ກ່ຽວຮັບສາລະ ພາບວ່າ: ໄດ້ຮັບເງິນຈາກ ນາງ ວຽງຄອນ ແທ້ ຈໍານວນ 19.100.000 ກີບ ໂດຍການແອບອ້າງວ່າຈະແລ່ນເອົາ ທ້າວ ຄໍາປຸ່ນ ອາຍຸ 25 ປີ ເປັນພີ່ນ້ອງຂອງ ນາງ ວຽງຄອນ ອອກຈາກຄ້າຍຄຸມຂັງ, ແຕ່ເມື່ອໄດ້ເງິນແລ້ວ ກໍບໍ່ໄດ້ແລ່ນຕາມການຕົກລົງກັນໄວ້ ແລ້ວນຳເງິນໄປໃຊ້ຈ່າຍຫຼິ້ນກິນຟຸມເຟືອຍຈົນໝົດ; ດັ່ງນັ້ນ, ເຈົ້າໜ້າທີ່ ຈຶ່ງໄດ້ກັກຕົວຜູ້ກ່ຽວດໍາເນີນຄະດີຕາມ ຂັ້ນຕອນຂອງກົດໝາຍ.