ກອງປະຊຸມ ວຽກງານກວດກາ ທົ່ວປະເທດ ປະຈຳປີ 2019 ໄດ້ປິດລົງດ້ວຍຜົນສໍາເລັດ ໃນວັນທີ 10 ມັງກອນ 2020 ທີ່ສະໂມສອນ ຄະນະກວດກາສູນກາງພັກ (ຫຼັກ 6), ເປັນປະທານໂດຍ ທ່ານ ປອ ບຸນທອງ ຈິດມະນີ ຮອງນາຍົກລັດຖະມົນຕີ ປະທານຄະນະກວດກາສູນກາງພັກ ປະທານອົງການກວດກາລັດຖະບານ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ, ພ້ອມທັງມີ ບັນດາຮອງປະທານ, ຄະນະພັກ, ຄະນະກວດກາສູນກາງພັກ, ອົງການ, ແຂວງ-ນະຄອນຫຼວງ, ຫົວໜ້າ-ຮອງຫົວໜ້າກົມ ພ້ອມດ້ວຍສະມາຊິກພັກ-ພະນັກງານ ທົ່ວຄະນະກວດກາສູນກາງພັກ ແລະ ອົງການກວດກາລັດຖະບານ ເຂົ້າຮ່ວມທັງໝົດ 300 ກວ່າສະຫາຍ.

ທ່ານ ສີໃນ ມຽງລາວັນ ຮອງປະທານຄະນະກວດກາສູນກາງພັກ-ອົງການກວດກາລັດຖະບານ ໄດ້ສະຫຼຸບຕີລາຄາ ການເຄື່ອນໄຫວວຽກງານຕິດຕາມ-ກວດກາ ແລະ ສະກັດກັ້ນ-ຕ້ານການສໍ້ລາດບັງຫຼວງ ໃນປີ 2019 ວ່າ:

ໄລຍະ 1 ປີຜ່ານມາ, ຄະນະພັກອົງການປົກຄອງ, ຄະນະກວດກາພັກ-ອົງການກວດກາລັດ ແຕ່ລະຂັ້ນ ໄດ້ສຸມໃສ່ຈັດຕັ້ງປະຕິບັດວຽກງານກວດກາ ຕາມພາລະບົດບາດ, ໜ້າທີ່, ຂອບເຂດສິດຂອງຕົນ ເປັນຕົ້ນແມ່ນ ການຄົ້ນຄວ້າສ້າງ ແລະ ເຜີຍແຜ່-ໂຄສະນານິຕິກໍາຕ່າງໆທີ່ກ່ຽວຂ້ອງ, ການເຄື່ອນໄຫວວຽກງານຕິດຕາມ-ກວດກາພັກ, ການຕິດຕາມ-ກວດກາການບໍລິຫານລັດ ໂດຍອົງການກວດກາລັດແຕ່ລະຂັ້ນ ໄດ້ຕິດຕາມ, ກວດກາຕາມພາລະບົດບາດຂອງຕົນ ແລະ ຕາມການລາຍງານຈາກ 21 ກະຊວງ-ອົງການ, 17 ແຂວງ-ນະຄອນຫຼວງ.

ທ່ານ ປອ ບຸນທອງ ຈິດມະນີ ຮອງນາຍົກລັດຖະມົນຕີ

ໂດຍໄດ້ກວດກາທັງໝົດ 945 ເປົ້າໝາຍ ໃນນີ້ຕິດຕາມ ແລະ ກວດກາປົກກະຕິ 333 ເປົ້າໝາຍ, ສືບຕໍ່ຕິດຕາມ, ກວດກາໂຄງການລົງທຶນຂອງລັດ ເລີ່ມແຕ່ຫົວທີ 140 ໂຄງການ, ກວດກາຕາມຜົນການກວດສອບ 307 ເປົ້າໝາຍ.

ຜ່ານການຕິດຕາມ ແລະ ກວດກາ ພົບເຫັນຜົນເສຍຫາຍທັງໝົດ 1.477,64 ຕື້ກີບ, 10,08 ລ້ານບາດ, 24,68 ລ້ານໂດລາ, ລົດໃຫຍ່ 5 ຄັນ, ເກັບກູ້ຄືນ 35,95 ຕື້ກີບ, 10 ລ້ານບາດ, 200.000 ໂດລາ ແລະ ລົດໃຫຍ່ 4 ຄັນ.

ໂອກາດນີ້, ທ່ານ ປອ ບຸນທອງ ຈິດມະນີ ໄດ້ເນັ້ນຫຼາຍບັນຫາ ໂດຍສະເພາະແມ່ນ ການຕິດຕາມ-ກວດກາ ການຄຸ້ມຄອງບໍລິຫານລັດ ແຕ່ລະຂັ້ນ ເປັນຕົ້ນແມ່ນ ໃຫ້ສຸມໃສ່ຕິດຕາມ, ກວດກາ ການປະຕິບັດພາລະບົດບາດ, ໜ້າທີ່, ການໃຊ້ສິດອຳນາດຂອງແຕ່ລະຂະແໜງການ ແລະ ທ້ອງຖິ່ນ. ການປະຕິບັດມະຕິ, ຄຳສັ່ງ, ກົດໝາຍ, ດຳລັດ ແລະ ລະບຽບການຕ່າງໆຂອງລັດ, ກວດກາ ການເກັບລາຍຮັບເຂົ້າງົບປະມານ, ການປະຕິບັດກົດໝາຍພາສີ-ອາກອນ, ກົດໝາຍງົບປະມານ ແລະອື່ນໆ. ນອກນີ້, ການຄຸ້ມຄອງລາຍຈ່າຍຂອງ ກະຊວງ-ອົງການ ແລະ ທ້ອງຖິ່ນ ກໍໃຫ້ຖືກຕາມເປົ້າໝາຍ ແລະ ຮັບປະກັນການປະຕິບັດນະໂຍບາຍປະຫຍັດແຫ່ງຊາດ.

ພ້ອມທັງ ກວດກາລົງເລິກ ແລະ ສືບສວນ-ສອບສວນກ່ຽວກັບ ຄວາມຮັບຜິດຊອບຂອງການຈັດຕັ້ງ ແລະ ບຸກຄົນ ທີ່ພົວພັນເຖິງໂຄງການລົງທຶນຂອງລັດ ແລະ ການຊຳລະໜີ້ສິນແບບມີສ່ວນຫຼຸດ, ການຊຳລະເກີນ ແລະ ຊໍ້າຊ້ອນຢູ່ບັນດາແຂວງທີ່ຍັງຄ້າງປະຕິບັດ, ປະຕິບັດມາດຕະການກວດກາ ເລີ່ມແຕ່ຫົວທີຕໍ່ການປະຕິບັດໂຄງການລົງທຶນຂອງລັດ ເຊັ່ນ: ໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ແລະອື່ນໆ ເລີ່ມແຕ່ການປະມູນ, ການຈັດຊື້-ຈັດຈ້າງ ແລະ ຕະຫຼອດໄລຍະເວລາຂອງ ການປະຕິບັດໂຄງການ ໃຫ້ດຳເນີນໄປຖືກຕ້ອງຕາມສັນຍາລະບຽບ-ກົດໝາຍ ແລະ ຊຸກຍູ້ການຈັດຕັ້ງປະຕິບັດຄຳສັ່ງ ເລກທີ 15/ນຍ ເປັນຕົ້ນການຄຸ້ມຄອງປ່າໄມ້ ແລະ ທຸລະກິດໄມ້, ການປະຕິບັດພັນທະໄມ້ ແລະ ບັນຫາອື່ນໆ ເປັນຕົ້ນຢູ່ດ່ານຕ່າງໆ ແລະ ຢູ່ຕາມລຽບຊາຍແດນ ເມື່ອພົບເຫັນຜູ້ລະເມີດ ຕ້ອງແກ້ໄຂຢ່າງເຂັ້ມງວດຕາມລະບຽບ-ກົດໝາຍ.