ການປະຕິບັດໜ້າທີ່: ຕາມການຕີລາຄາຂອງກົມຕໍາຫຼວດຈະລາຈອນ ກ່ຽວກັບສະພາບການສັນຈອນ ໃນປີ 2020 ຍັງຈະສືບຕໍ່ແອອັດຢູ່ບັນດາຕົວເມືອງໃຫຍ່, ຄຽງຄູ່ກັນນີ້ ຜູ້ຂັບຂີ່ທີ່ໃຊ້ລົດ-ໃຊ້ຖະໜົນຈະສືບຕໍ່ລະເມີດກົດລະບຽບການສັນຈອນທີ່ວາງອອກ ເຮັດໃຫ້ມີອຸບັດຕິເຫດ ແລະ ຄົນເສຍຊີວິດຕາມທ້ອງຖະໜົນ. ເພື່ອສະກັດກັ້ນ ແລະ ແກ້ໄຂບັນຫາທີ່ຈະເກີດຂຶ້ນນັ້ນ ເຈົ້າໜ້າທີ່ກົມຕໍາ ຫຼວດຈະລາຈອນຈະໄດ້ສຸມໃສ່ວຽກງານທີ່ສໍາຄັນ.

ການປະຕິບັດໜ້າທີ່ ແລະ ແກ້ໄຂອຸບັດຕິເຫດໃນປີ 2020
ການປະຕິບັດໜ້າທີ່ ແລະ ແກ້ໄຂອຸບັດຕິເຫດໃນປີ 2020

ພັອ ກົງສີ ສຸວັນນະຕູ້ມ ຫົວໜ້າກົມຕໍາຫຼວດຈະລາຈອນ ກົມໃຫຍ່ຕໍາຫຼວດ ກະຊວງ ປກສ ໃຫ້ຮູ້ວ່າ: ທິດທາງໃນການປະຕິບັດໜ້າທີ່ ໃນປີ 2020 ກົມຕໍາຫຼວດຈະລາຈອນ ຈະມີ ການຝຶກອົບຮົມວຽກງານວິຊາສະເພາະໃຫ້ກໍາລັງຕໍາຫຼວດຈະລາຈອນມີຄວາມຮູ້-ຄວາມສາມາດ ນໍາໃຊ້ເຄື່ອງທີ່ທັນສະໄໝເຂົ້າໃນວຽກງານວິຊາສະເພາະ; ສຸມໃສ່ກວດກາ ແລະ ປັບປຸງກໍາລັງຕໍາຫຼວດຈະລາຈອນໃຫ້ມີລະບຽບແບບແຜນເຂັ້ມງວດດ້ານການຈັດຕັ້ງ, ຄຸນສົມບັດ, ຈັນຍາບັນ, ຈັນຍາທໍາ ເພື່ອເຮັດໃຫ້ບໍລິການສັງຄົມດີຂຶ້ນ ຫຼີກລ່ຽງຫາງສຽງວິພາກວິຈານຕໍານິຕໍາຫຼວດຈະລາຈອນ ເຊັ່ນ: ປັບໃໝຊະຊາຍບໍ່ຖືກຕາມລະບຽບ.

ສືບຕໍ່ຈັດຕັ້ງຜັນຂະຫຍາຍມະຕິສະພາແຫ່ງຊາດກ່ຽວກັບວຽກງານຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍທາງດ້ານຈະລາຈອນໃຫ້ປະກົດຜົນເປັນຈິງ ໂດຍຕິດພັນກັບການຈັດຕັ້ງຜັນຂະຫຍາຍຍຸດທະສາດ, ໂຄງການປ້ອງກັນ ສະກັດກັ້ນ ອຸບັດຕິເຫດຢ່າງມີຈຸດສຸມ, ເຊິ່ງປັດຈຸບັນ ແມ່ນມີແຜນລົງເຄື່ອນໄຫວຊຸກຍູ້ ແນະນໍາວຽກງານວິຊາສະເພາະຢູ່ທ້ອງຖິ່ນໃນຂອບເຂດທົ່ວປະເທດ; ພ້ອມນີ້, ເອົາໃຈໃສ່ໂຄສະນາໃຫ້ປະຊາຊົນມີສະຕິຕື່ນຕົວເຄົາລົບກົດຈະລາຈອນ, ນໍາພາລະບາບການສັນຈອນໃຫ້ເປັນລະບຽບຮຽບຮ້ອຍ ຫຼຸດຜ່ອນອຸບັດຕິເຫດ ແລະ ແກ້ໄຂລົດຕິດ, ແກ້ໄຂຄະດີທີ່ເກີດຂຶ້ນໃຫ້ວ່ອງໄວ ແລະ ເປັນທໍາ, ຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍໃຫ້ເປັນລະບຽບ, ຈັດຕັ້ງກໍາລັງປະຈໍາການຄອຍເຫດສຸກເສີນ ແລະ ອຸບັດຕິເຫດ ນອກນັ້ນ ກໍໄດ້ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງແກ້ໄຂກຸ່ມແກ້ງກວນເມືອງ, ດັດແປງສະພາບລົດ, ລົດບໍ່ມີປ້າຍ, ການລະເມີດກົດລະບຽບຈະລາຈອນ ແລະອື່ນໆ.

ເຊິ່ງທິດທາງການແກ້ໄຂອຸບັດຕິເຫດທີ່ຈະເກີດຂຶ້ນ ກົມຕໍາຫຼວດຈະລາຈອນ ຈະເພີ່ມທະວີວຽກງານໂຄສະນາກົດລະບຽບຈະລາຈອນ ເລັ່ງໃສ່ 3 ເປົ້າໝາຍ ດັ່ງນີ້: ລົດຈັກ, ລົດໂດຍສານ ແລະ ລົດບັນທຸກໃນການສັນຈອນຕາມເສັ້ນ ທາງ, ໂຄສະນາໃຫ້ຄວາມຮູ້ກ່ຽວກັບກົດໝາຍວ່າດ້ວຍການຈະລາຈອນທາງບົກໃຫ້ປະຊາຊົນຢູ່ຕາມບ້ານ ໂດຍປະສານສົມທົບກັບອໍານາດການປົກຄອງບ້ານ; ຊາວຄ້າຂາຍຢູ່ຕະຫຼາດ, ຄິວລົດ, ກໍາມະກອນໂຮງຈັກ-ໂຮງງານ, ພະນັກງານຢູ່ຕາມສໍານັກງານ-ອົງການ ແລະ ໂຮງຮຽນ, ປະສານສົມທົບກັບພາກສ່ວນກ່ຽວຂ້ອງໂທລະພາບ, ວິທະຍຸ, ໜັງສືພິມ ແລະ ສື່ອອນລາຍຕ່າງໆ ກ່ຽວກັບຄວາມປອດໄພທາງຖະໜົນ, ເພີ່ມທະວີລະບາຍການສັນຈອນຢູ່ຕາມຈຸດສາມແຍກ, ສີ່ແຍກບ່ອນທີ່ມີການສັນຈອນສັບສັນໃຫ້ມີຄວາມປອດໄພ, ປັບປຸງກໍາລັງປະຈໍາປ້ອມຊົ່ວຄາວ ແລະ ຖາວອນເພີ່ອ ຕິດຕາມສະພາບການສັນຈອນ, ການລະເມີດກົດລະບຽບຈະລາຈອນ, ອໍານວຍຄວາມສະດວກໃຫ້ຜູ້ ຂັບຂີ່ທີ່ໃຊ້ລົດ-ໃຊ້ຖະໜົນ; ຄຽງຄູ່ກັນນີ້, ກໍເພີ່ມທະວີການຈັດສັນຄວາມບໍ່ເປັນລະບຽບຕາມເສັ້ນທາງສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ເພື່ອຈັດສັນການຂາຍເຄື່ອງແຄມທາງ, ສິ່ງກີດຂວາງຕາມບ່າທາງ, ກວດກາການຕິດຕັ້ງປ້າຍ ແລະ ເຄື່ອງໝາຍຈະລາ ຈອນໃຫ້ສອດຄ່ອງກັບລະບຽບຫຼັກການຕົວຈິງ.

ການປະຕິບັດໜ້າທີ່ ແລະ ແກ້ໄຂອຸບັດຕິເຫດໃນປີ 2020
ການປະຕິບັດໜ້າທີ່ ແລະ ແກ້ໄຂອຸບັດຕິເຫດໃນປີ 2020

ຕະຫຼອດຮອດການບັງຄັບໃຊ້ກົດໝາຍກໍາລັງຕໍາຫຼວດທາງຫຼວງຕາມສາຍທາງຫຼວງແຫ່ງຊາດ ເພື່ອສະກັດກັ້ນເຄື່ອນໄຫວລະເມີດກົດໝາຍ ແລະ ກວດຈັບຄວາມໄວ, ກວດທາດເຫຼົ້າໃນຮ່າງກາຍຂອງຜູ້ຂັບຂີ່, ກວດກາບັນທຶກເກີນ ເພື່ອປ້ອງກັນ ສະກັດກັ້ນການເກີດອຸບັດຕິເຫດຕາມເສັ້ນທາງ, ຈັດຕັ້ງຕໍາຫຼວດຈະລາຈອນກວດການການສັນຈອນຕາມຕົວເມືອງ, ຈອດລົດຊະຊາຍບໍ່ປະຕິບັດຕາມປ້າຍຈະລາຈອນປ້າຍຫ້າມຈອດ, ຈອດຮຽງກັນ, ແລ່ນບໍ່ຖືກຊ່ອງຈະລາຈອນ ແລະອື່ນໆ.

ພັອ ກົງສີ ສຸວັນນະຕູ້ມ ໃຫ້ຮູ້ຕື່ມວ່າ: ໃນປີ 2019 ຜ່ານມາ, ສະພາບການສັນຈອນຍັງບໍ່ສະ ດວກ ແລະ ຄ່ອງຕົວປານໃດ, ຢູ່ຕົວເມືອງໃຫຍ່ພົບວ່າມີການສັນຈອນແອອັດ, ບັນດາເສັ້ນທາງບາງຈຸດບາງຈອດ, ເປັນບວກ, ເປັນຂຸມ, ເສັ້ນທາງພາກເໜືອບາງຈຸດເປ່ເພ, ປ້າຍ ແລະ ເຄື່ອງໝາຍຈະລາຈອນຊຸດໂຊມ ແລະ ເກົ່າແກ່, ຄຽງຄູ່ກັນນີ້ ຍັງພົບຜູ້ຂັບຂີ່ລະເມີດກົດບຽບຈະລາຈອນ, ກົດໝາຍຂົນສົ່ງທາງບົກ ເປັນຕົ້ນພົບທາດເຫຼົ້າໃນຮ່າງກາຍຜູ້ຂັບຂີ່ເກີນ, ບັນທຸກເກີນ, ຮັບຄົນໂດຍສານເກີນ, ຂັບ ຂີ່ລົດໄວ ແລະອື່ນໆ ຍ້ອນການລະເມີດ ແລະ ບໍ່ ເຄົາລົບລະບຽບກົດໝາຍວາງອອກຈິ່ງເຮັດໃຫ້ມີ ອຸບັດຕິເຫດເກີດຂຶ້ນ ທັງໝົດ 600 ກວ່າຄັ້ງ, ມີຄົນເສຍຊີວິດ 1.134 ຄົນ.