ຮອ ສີວິໄລ ສີຫາວົງ ສຶກສາອົບຮົມກຸ່ມດັດແປງສະພາບລົດຈັກ
ຮອ ສີວິໄລ ສີຫາວົງ ສຶກສາອົບຮົມກຸ່ມດັດແປງສະພາບລົດຈັກ

ໃນທ້າຍອາທິດທີ່ຜ່ານມາ, ເຈົ້າໜ້າທີ່ພະແນກຕໍາຫຼວດຈາລະຈອນ ປກສ ແຂວງຈໍາປາສັກ ໄດ້ຈັດພິທີ ສຶກສາອົບຮົມກຸ່ມດັດແປງສະພາບເຕັກນິກລົດ ( ສຶກສາອົບຮົມກຸ່ມດັດແປງສະພາບລົດຈັກ ) ໂດຍການເຂົ້າຮ່ວມ ແລະ ສຶກສາອົບຮົມຂອງ ຮອ ສີວິໄລ ສີຫາວົງ ວິຊາການຂາເຂົ້າ ຫ້ອງການຈາລະຈອນ ປກສ ແຂວງຈຳປາສັກ, ມີບັນດາພໍ່-ແມ່, ຜູ້ປົກຄອງ ພ້ອມດ້ວຍກຸ່ມໄວລຸ້ນທ່ຽວເດິກ ຈຳນວນ 6 ຄົນ.

ກຸ່ມດັດແປງສະພາບລົດຈັກ
ກຸ່ມດັດແປງສະພາບລົດຈັກ

ຮອ ສີວິໄລ ສີຫາວົງ ກ່າວວ່າ: ການສຶກສາອົບຮົມໃນຄັ້ງນີ້, ເພື່ອແນໃສ່ເຮັດໃຫ້ກຸ່ມແກ້ງຂີ່ລົດກວນເມືອງ ແລະ ດັດແປງສະພາບລົດໃຫ້ຮັບຮູ້ ແລະ ເຂົ້າໃຈເຖິງບັນດາລະບຽບການຕ່າງໆຂອງກົດໝາຍວ່າດ້ວຍຈະລາຈອນທາງບົກ ແລະ ພ້ອມກັນຈັດຕັ້ງປະຕິບັດຢ່າງເຂັ້ມງວດ ເພື່ອຫຼີກລ່ຽງບໍ່ໃຫ້ເກີດມີບັນຫາອຸບັດຕິເຫດ ແນໃສ່ເຮັດໃຫ້ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໂດຍພື້ນຖານ; ນອກຈາກນັ້ນ, ຍັງສ່ຽງຕໍ່ການເກີດອຸບັດຕິເຫດຕາມທ້ອງຖະໜົນຫຼວງ ແລະ ບັນຫາປະກົດການຫຍໍ້ທໍ້ຕ່າງໆຕາມມາ ເປັນຕົ້ນ: ບັນຫາມົ້ວສຸມຢາ ເສບຕິດ, ຂີ້ລັກ, ງັດແງະ, ຂັບຂີ່ລົດໄວ, ໃຊ້ສຽງດັງ, ອາລະວາດຕີກັນ, ການກໍ່ອາດຊະຍາກຳ ແລະ ບັນຫາອື່ນໆ ທີ່ຈະເປັນຕົ້ນເຫດເຮັດໃຫ້ແຂວງຈຳປາສັກ ບໍ່ມີຄວາມສະຫົງບ ແລະ ບໍ່ມີຄວາມບໍ່ເປັນລະບຽບຮຽບຮ້ອຍໃນສັງຄົມ.

ພາຍຫຼັງສຶກສາອົບຮົມແລ້ວ, ກໍໄດ້ສ້າງບົດບັນທຶກໄວ້ ເພື່ອເປັນຫຼັກຖານ ພ້ອມທັງດັດແປງສະພາບເຕັກນິກລົດໃຫ້ຄືນຢູ່ໃນສະພາບເດີມ ແລະ ມອບຄືນໃຫ້ເຈົ້າຂອງ.