ອະດີດພະນັກງານບໍລິສັດ ລາວໂທລະຄົມ ສາຂາແຂວງໄຊຍະບູລີ ສວຍໂອກາດລັກໝໍ້ໄຟຕາມຈຸດເຄື່ອງສົ່ງສັນ ຍານຂອງບໍລິສັດ ລາວໂທລະຄົມ, ບໍລິສັດຢູ ນິເທວ ແລະ ບີລາຍ ລວມຈຳນວນ 52 ໝ່ວຍ. ແຕ່ເຈົ້າໜ້າທີ່ພະ ແນກຕຳຫຼວດ ປກສ ເມືອງໄຊຍະບູລີ ສືບຮູ້ ແລະ ຕິດຕາມຈັບຜູ້ກໍເຫດ ຊື່ທ້າວ ກອງໃຈ ອາຍຸ 35 ປີ ຢູ່ບ້ານໂນນສະຫວັນ ເມືອງໄຊຍະບູລີ ໄປດຳເນີນຄະດີ ໃນວັນທີ 21 ພະຈິກ 2019.

ເຫດການດັ່ງກ່າວນີ້ ເລີ່ມເກີດຂຶ້ນໃນເດືອນເມສາ, ເຊິ່ງບໍລິສັດ ບີລາຍ ໄດ້ເຂົ້າແຈ້ງຄວາມວ່າ ມີຄົນລັກເອົາໝໍ້ໄຟ. ຈາກນັ້ນ, ປະມານ 1 ອາທິດຕໍ່ມາ ກໍມີບໍລິສັດຢູນິເທວ ກໍໄດ້ເຂົ້າແຈ້ງຕໍ່ເຈົ້າໜ້າທີ່ ແລະ ຖັດມາແມ່ນບໍລິສັດ ລາວໂທລະຄົມ ເຂົ້າແຈ້ງຄວາມ. ຈາກນັ້ນ, ເຈົ້າໜ້າທີ່ຕຳຫຼວດ ໄດ້ລົງກວດສອບສະຖານທີ່ເກີດເຫດ ແລະ ສືບ ສວນຫາຄົນຮ້າຍ. ຜ່ານການສືບສວນ ເຫັນວ່າ ຄົນຮ້າຍໄດ້ເຄື່ອນໄຫວກໍ່ເຫດຢູ່ສະເພາະເມືອງໄຊຍະບູລີ ແລະເຄື່ອນໄຫວກໍ່ເຫດລັກເປັນປະຈຳ. ຫຼັງຈາກນັ້ນ, ຈຶ່ງໄດ້ວາງກຳລັງຢ່າງເຂັ້ມງວດ ເພື່ອຕິດຕາມກວດກາຫາເປົ້າ ໝາຍມາຮອດ ວັນທີ 20 ພະຈິກ 2019 ໄດ້ສືບຮູ້ວ່າ ຄົນຮ້າຍ ຊື່ທ້າວ ກອງໃຈ ທີ່ເຄີຍເປັນພະນັກງານຂອງບໍລິ ສັດລາວໂທລະຄົມ. ມາວັນທີ 21 ພະຈິກ, ເຈົ້າໜ້າທີ່ຕຳຫຼວດໄດ້ເຂົ້າຈັບຕົວ ແລະ ສາມາດເກັບກູ້ຂອງກາງໝໍ້ໄຟໄດ້ 8 ໝ່ວຍ ແລະ ເງິນຈຳນວນ 954.000 ກີບ ມາສອບສວນ.

ທ້າວ ທອງໃຈ ຮັບສາລະພາບວ່າ: ໄດ້ເຄື່ອນໄຫວລັກໝໍ້ໄຟຂອງບັນດາບໍລິສັດດັ່ງກ່າວແທ້, ເຊິ່ງໄດ້ກໍ່ເຫດລັກມາແລ້ວ 8 ຄັ້ງ ໄດ້ໝໍ້ໄຟທັງໝົດ 52 ໜ່ວຍ ໂດຍຜູ້ກ່ຽວເລີ່ມລັກແຕ່ເດືອນເມສາ 2019 ເປັນຕົ້ນມາ, ການເຄື່ອນ ໄຫວລັກແຕ່ລະຄັ້ງແມ່ນນໍາໃຊ້ລົດຈັກຮອນດາ ສີດໍາແດງ ໝາຍເລກທະບຽນ ຍຜ 4355 ກໍາແພງນະຄອນ ເປັນພາຫະນະເຄື່ອນໄຫວກໍເຫດ; ຄັ້ງທໍາອິດ, ແມ່ນໄປງັດຕູ້ສົ່ງສັນຍານຂອງບໍລິສັດ ບີລາຍ ຢູ່ບ້ານທ່າເດື່ອ ໄດ້ໝໍ້ໄຟ ຈໍານວນ 8 ໜ່ວຍ; ຄັ້ງທີ 2, ງັດເຄື່ອງສົ່ງສັນຍານຂອງບໍລິສັດຢູນີເທວ ຢູ່ບ້ານຫ້ວຍຊ່າວ, ໄດ້ໝໍ້ໄຟ ຈໍານວນ 6 ໜ່ວຍ; ຄັ້ງທີ 3, ລັກເຄື່ອງສົ່ງສັນຍານຂອງບໍລິສັດບີລາຍ ຢູ່ບ້ານນາຕາກ ໄດ້ໝໍ້ໄຟ 6 ໜ່ວຍ; ຄັ້ງທີ 4, ງັດເຄື່ອງສົ່ງສັນຍານຂອງບໍລິ ສັດຢູນີເທວ ຢູ່ບ້ານໄຊສະຫວາດ ໄດ້ໝໍ້ໄຟ ຈໍານວນ 8 ໜ່ວຍ; ຄັ້ງທີ 5, ງັດເອົາໝໍ້ໄຟຢູ່ເຄື່ອງສົ່ງສັນຍານຂອງບໍລິສັດລາວໂທລະຄົມ ຢູ່ບ້ານຫ້ວຍສະແງມໄດ້ໝໍ້ໄຟ 4 ໜ່ວຍ; ຄັ້ງທີ 6, ໄປງັດເອົາໝໍ້ໄຟຢູ່ເຄື່ອງສົ່ງສັນຍານຂອງບໍລິສັດ ຢູນີເທວ ຢູ່ເຂດກິ່ວຄໍໝາ ໄດ້ໝໍ້ໄຟ 4 ໜ່ວຍ; ຄັ້ງທີ 7, ໄປລັກເອົາໝໍ້ໄຟຢູ່ເຄື່ອງ ສົ່ງສັນຍານຂອງບໍລິສັດ ບີລາຍ ຢູ່ບ້ານໂນນສະຫວັນ ຈໍານວນ 8 ໜ່ວຍ ແລະ ຄັ້ງທີສຸດທ້າຍ ໄດ້ໄປງັດເອົາໝໍ້ໄຟຢູ່ເຄື່ອງສົ່ງສັນຍານຂອງ ບໍລິສັດ ຢູນີເທວ ຢູ່ບ້ານນາຕາກ ໄດ້ 8 ໜ່ວຍ ລວມທັງໝົດ 52 ໜ່ວຍ ໂດຍໝໍ້ໄຟຈໍານວນດັ່ງກ່າວ ຜູ້ກ່ຽວໄດ້ນໍາເອົາໄປຂາຍໃຫ້ບຸກຄົນທີ່ບໍ່ຮູ້ຊື່ຢູ່ຮ້ານເກັບຊື້ເຫຼັກເສດຂອງຄົນຫວຽດນາມ ຢູ່ບ້ານທ່ານາ ເມືອງໄຊຍະບູລີ ຈໍານວນ 44 ໜ່ວຍ ຂາຍໜ່ວຍລະ 250.000 ກີບ, ສ່ວນຍັງເຫຼືອ 8 ໜ່ວຍ ແມ່ນຍັງບໍ່ທັນໄດ້ຂາຍ ຈຶ່ງຖືກເຈົ້າໜ້າທີ່ເຂົ້າຈັບຕົວ ແລະ ເກັບກູ້ຄືນໄດ້ ພ້ອມທັງໄດ້ມອບຄືນໃຫ້ບໍລິສັດທີ່ກ່ຽວຂ້ອງ.

ນອກນີ້, ຍັງສາມາດເກັບກູເງິນຄືນ ໄດ້ຈຳນວນ 954.000 ກີບ ຜູ້ກ່ຽວຍັງໃຫ້ການອີກວ່າ ເຄີຍເຮັດວຽກເປັນພະນັກງານສັງກັດ ຢູ່ບໍລິສັດລາວໂທລະຄົມ ກ່ອນໜ້ານີ; ສ່ວນເງິນທີ່ໄດ້ຈາກການຂາຍໝໍ້ໄຟ ແມ່ນໄດ້ໃຊ້ຈ່າຍຫຼິ້ນກິນຟູມເຟີຍຈົນໝົດ.